ມອບ – ຮັບໂຄງການກໍ່ສ້າງລະບົບຊົນລະປະທານນໍ້າກາຍ ຢູ່ເມືອງກາສີ ແຂວງວຽງຈັນ

332

ໃນວັນທີ 23 ກໍລະກົດ 2021ຜ່ານມາ ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງກາສີ ໄດ້ຈັດພິທີມອບ – ຮັບໂຄງການກໍ່ສ້າງລະບົບຊົນລະປະທານນໍ້າກາຍແຫ່ງທີ 1,2,3 ແລະ 4 ລະຫວ່າງບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ຈໍາກັດ ກັບ ກົມຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງວຽງຈັນ.

ໂດຍການຂົ້າຮ່ວມຂອງ ທ່ານ ຄໍາຈັນ ວົງຊະນະ ຮອງຫົວໜ້າກົມຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້, ມີທ່ານ ສົມອົກ ໜໍ່ຈະເລີນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງວຽງຈັນ, ມີທ່ານ ຄໍາອ້ວນ ສຸວັນທອງ ກຳມະການພັກເມືອງ ຮອງເຈົ້າເມືອງໆກາສີ, ມີທ່ານ ຄໍາຜາຍ ສີສະເກດ ຮອງປະທານບໍລິສັດ ສີສະເກດ ກໍ່ສ້າງຄອບວົງຈອນ ຈໍາກັດ, ມີບັນດາຫົວໜ້າກົມ, ຫົວໜ້າພະແນກການອ້ອມຂ້າງກົມຊົນລະປະທານ, ຫົວໜ້າຫ້ອງການ, ແຂກຖືກເຊີນ, ອົງການປົກຄອງບ້ານຕະຫຼອດຮອດປະຊາຊົນກຸ່ມຜູ້ນໍາໃຊ້ນ້ຳເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີທ່ານ ຄໍາຜາຍ ສີສະເກດ ຮອງປະທານບໍລິສັດ ສີສະເກດ ກໍ່ສ້າງຄອບວົງຈອນ ຈໍາກັດ ໄດ້ຂຶ້ນລາຍງານຜົນສໍາເລັດການຈັດຕັ້ງປະຕິບັດວຽກງານວ່າ: ໂຄງການຊົນລະປະທານນ້ຳກາຍ 1,2,3 ແລະ 4 ແມ່ນຕັ້ງຢູ່ບ້ານໂພນສະຫວາດ ເມືອງກາສີ ແຂວງວຽງຈັນ ເປັນໂຄງການໜື່ງຂອງລັດຖະບານ ກໍຄືຂອງແຂວງວຽງຈັນ.

ໂຄງການດັ່ງກ່າວມີມູນຄ່າຕາມສັນຍາ 66,6ຕື້ກວ່າກີບ ໂດຍແມ່ນທຶນຂອງລັດ 100% ແລະ ບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ເລີ່ມລົງມືກໍ່ສ້າງສ້ອມແປງໃນວັນທີ 13 ພຶດສະພາ 2014 ຜົນສໍາເລັດວຽກ 100% ໃນວັນທີ 20 ສິງຫາ 2019.

ໂຄງການດັ່ງກ່າວສາມາດສະໜອງນ້ຳໃສ່ເນື້ອທີ່ທຳການຜະລິດໃນລະດູຝົນຈໍານວນ 686,28 ເຮັກຕາ ແລະ ລະດູແລ້ງໄດ້ 215 ເຮັກຕາ ເຊິ່ງປະກອບມີ 7 ບ້ານທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ, ພ້ອມນັ້ນທ່ານກໍໄດ້ກ່າວມອບ ໂຄງການໃຫ້ແກ່ກົມຊົນລະປະທານກະຊວງກະສິກໍາ ແລະ ປ່າໄມ້ ທີ່ເປັນເຈົ້າຂອງໂຄງການ ເຊີ່ງໃຫ້ກຽດຂຶ້ນກ່າວຮັບໂດຍທ່ານ  ຄໍາຈັນ ວົງຊະນະ ຮອງຫົວໜ້າກົມຊົນລະປະທານ ແລະ ທ່ານກໍໄດ້ກ່າວມອບຕໍ່ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ແຂວງວຽງຈັນ ເຊິ່ງຂຶ້ນກ່າວຮັບໂດຍ ທ່ານ ສົມອົກ ໜໍ່ຈະເລີນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງວຽງຈັນ.

ຈາກນັ້ນ ທ່ານກໍໄດ້ກ່າວມອບຕໍ່ໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເຊີ່ງຂຶ້ນກ່າວຮັບໂດຍ ທ່ານ ບຸນທ່ຽງ ວິລະພົນ ຫົວໜ້າຫ້ອງໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເພື່ອທີ່ຈະໄດ້ນໍາໄປມອບຕໍ່ໃຫ້ແກ່ກຸ່ມຊາວນາໃນຂອບເຂດຂອງໂຄງການໃຫ້ເປັນເຈົ້າການນໍາໃຊ້ ແລະ ບົວລະບັດປົກປັກຮັກສາໃຫ້ໄດ້ນໍາໃຊ້ຍາວນານ.

ຂ່າວ: ເມືອງກາສີ.