ອັຟການິດສະຖານ ປະກາດຫ້າມປະຊາຊົນອອກຈາກທີ່ພັກອາໄສ ຫວັງສະກັດກຸ່ມຕາລີບັນ

215

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານອັຟການິດສະຖານ ໄດ້ປະກາດກົດໄອຍະການເສິກ ຫ້າມປະຊາຊົນອອກຈາກທີ່ພັກອາໄສເປັນເວລາ 1 ເດືອນ ນັບແຕ່ເວລາ 22:00 – 4:00 ໂມງ ເພື່ອສະກັດການບຸກ ແລະ ຢຶດຄອງດິນແດນຂອງກອງກຳລັງຕາລີບັນ.

ພາຍໃຕ້ກົດດັ່ງກ່າວ ໄດ້ເຮັດໃຫ້ຊາວອັຟການິດສະຖານຕ້ອງຢຸດຕິການເຄື່ອນໄຫວທຸກຢ່າງ ນັບແຕ່ເວລາ 22:00 ໂມງ ຫາ 4:00 ໂມງຂອງມື້ຖັດໄປ ໂດຍກະຊວງພາຍໃນຂອງອັຟການິດສະຖານ ລະບຸວ່າ: ການອອກກົດດັ່ງກ່າວມີຈຸດປະສົງ ເພື່ອຈຳກັດຄວາມຮຸນແຮງ ແລະ ຢຸດຕິການເຄື່ອນໄຫວຂອງກອງກຳລັງຕາລີບັນ.

ທັງນີ້, ໃນໄລຍະ 2 ເດືອນຜ່ານມາ ການສູ້ຮົບລະຫວ່າງກຸ່ມຕາລີບັນ ແລະ ກອງກຳລັງທະຫານຂອງລັດຖະບານອັຟການິດສະຖານ ໄດ້ເພີ່ມຄວາມຮຸນແຮງຂຶ້ນເລື້ອຍໆ ໂດຍມີການປະເມີນວ່າ ຂະນະນີ້ກຸ່ມຕາລີບັນ ສາມາດຢຶດຄອງພື້ນທີ່ເກືອບເຄິ່ງໜຶ່ງຂອງປະເທດແລ້ວ. ຫຼັງຈາກທີ່ສະຫະລັດອາເມຣິກາ ໄດ້ຖອນທະຫານອອກຈາກອັຟການິດສະຖານ ເຮັດໃຫ້ກຸ່ມຕາລີບັນບຸກຢຶດພື້ນທີ່ຕ່າງໆຢ່າງໄວວາ ຕັ້ງແຕ່ລຽບຕາມຊາຍແດນທີ່ຕິດກັບປະເທດເພື່ອນບ້ານໄປຈົນເຖິງເຂດຊົນນະບົດ ເຊິ່ງການຍິງຕໍ່ສູ້ກັນໄດ້ເພີ່ມຄວາມຮຸນແຮງຂຶ້ນທຸກມື້.

ຂະນະທີ່ກອງທັບສະຫະລັດອາເມຣິກາ ປະຈຳຢູ່ອັຟການິດສະຖານ ໄດ້ໂຈມຕີທາງອາກາດເພື່ອສະໜັບສະໜູນກອງກຳລັງທະຫານຂອງອັຟການິດສະຖານ ແຕ່ຜູ້ບັນຊາການກອງທັບສະຫະລັດໃນອັຟການິດສະຖານ ກ່າວວ່າ: ໄຊຊະນະຂອງກຸ່ມຕາລີບັນບໍ່ອາດຫຼີກລ່ຽງໄດ້ ແຕ່ລາວບໍ່ໄດ້ລະບຸວ່າພາລະກິດການໂຈມຕີທາງອາກາດຂອງກອງທັບສະຫະລັດຍັງຄົງດຳເນີນຕໍ່ໄປ ຫຼື ບໍ່ ຫຼັງສິ້ນສຸດພາລະກິດຂອງສະຫະລັດໃນອັຟການິດສະຖານ ໃນວັນທີ 31 ສິງຫາຈະເຖິງນີ້.