3 ວິທີເບິ່ງແຍງ “ ຕັບ ” ໃຫ້ສຸຂະພາບດີ ຫຼຸດສ່ຽງ “ ມະເຮັງ ”

937

ທ່ານຮູ້ ຫຼື ບໍ່ ຕັບເປັນອະໄວຍະວະພາຍໃນທີ່ໃຫຍ່ທີ່ສຸດໃນຮ່າງກາຍຂອງເຮົາ ມີໜ້າທີ່ສຳຄັນຫຼາຍຢ່າງ ໄດ້ແກ່: ກຳຈັດສານພິດອອກຈາກຮ່າງກາຍ, ສ້າງພູມຄຸ້ມກັນກຳຈັດເຊື້ອພະຍາດ, ຜະລິດນຳບີເພື່ອຍ່ອຍອາຫານປະເພດໄຂມັນ, ຄວບຄຸມລະດັບນ້ຳຕານໃນເລືອດ, ຜະລິດສານປະເພດໂປຣຕິນທີ່ຊ່ວຍໃນການແຂງຕົວຂອງເລືອດ, ເປັນບ່ອນສະສົມພະລັງງານຂອງຮ່າງກາຍ ເພື່ອດຶງມາໃຊ້ຍາມຈຳເປັນ ແລະ ຍັງເປັນທີ່ເກັບວິຕາມິນ ແລະ ແຮ່ທາດຕ່າງໆພ້ອມ ຕັບສຳຄັນແນວນີ້ແລ້ວເຮົາຈະເບິ່ງແຍງແນວໃດ.

No photo description available.

ພະຍາດຕັບທີ່ພົບເຫັນໄດ້ຕະຫຼອດແມ່ນມະເຮັງຕັບ ເຊິ່ງພະຍາດຕັບແຂງເປັນສາເຫດການເສຍຊີວິດອັນດັບຕົ້ນໆຂອງປະຊາກອນໂລກ ໂດຍປັດໄຈທີ່ອາດນຳໄປສູ່ພະຍາດຕັບເຫຼົ່ານີ້ ໄດ້ແກ່:

ການຕິດເຊື້ອໄວຣັສຕັບອັກເສບຊະນິດບີ ແລະ ຊີ.

ຄວາມຕຸ້ຍ ແລະ ພຶດຕິກຳການບໍລິໂພກ.

ການດື່ມເຄື່ອງດື່ມແອວກໍຮໍຕໍ່ເນື່ອງເປັນເວລາດົນ.

ການໄດ້ຮັບຢາບາງປະເພດ ຫຼື ສານພິດຕໍ່ເນື່ອງເປັນເວລາດົນ.

ພາວະໄຂມັນເກາະຕັບ.

ພະຍາດທາງພັນທຸກຳ ແລະ ເມຕາບໍລິກ ເຊັ່ນ: ພະຍາດເບົາຫວານ.

No photo description available.

ເມື່ອຮູ້ປັດໄຈສ່ຽງແລ້ວການທີ່ຈະເບິ່ງແຍງຕັບໃຫ້ສຸຂະພາບດີ ຫ່າງໄກພະຍາດກໍບໍ່ແມ່ນເລື່ອງຍາກ ຖ້າເຮົາຮູ້ຈັກເບິ່ງແຍງ ແລະ ປ້ອງກັນກ່ອນທີ່ຈະເກີດພະຍາດ ດັ່ງນີ້:

1 ປັບພຶດຕິກຳທີ່ເປັນປັດໄຈສ່ຽງ ໄດ້ແກ່: ການຫຼີກລ່ຽງອາຫານໄຂມັນສູງ, ນ້ຳຕານ ແລະ ອອກກຳລັງກາຍສະໝ່ຳສະເໝີ ເພື່ອຄວບຄຸມນ້ຳໜັກຕົວ ຫຼຸດ ຫຼື ງົດ ເຄື່ອງດື່ມແອວກໍຮໍ, ຫຼີກລ່ຽງການຊື້ຢາອາຫານເສີມ ຫຼື ສະໝຸນໄພຮັບປະທານເອງ ໂດຍບໍ່ໄດ້ຢູ່ພາຍໃຕ້ການເບິ່ງແຍງຂອງແພດ.

2 ສັກວັກແຊັງປ້ອງກັນໄວຣັສຕັບອັກເສບບີ ກໍລະນີບໍ່ມີພູມຄຸ້ມກັນ.

3 ໝັ່ນກວດສຸຂະພາບເປັນປະຈຳທຸກປີ ໂດຍປັດຈຸບັນສາມາດກວດຄັດກອງພະຍາດຕັບໄດ້ຫຼາຍວິທີ ເຊັ່ນ: ການກວດເອນໄຊຕັບ, ກວດຫາເຊື້ອ ແລະ ພູມຄຸ້ມກັນໄວຣັສຕັບອັກເສບບີ, ໄວຣັສຕັບອັກເສບຊີ, ການອັລຕຣາຊາວຊ່ອງທ້ອງສ່ວນເທິງ, ການກວດສານບົ່ງຊີ້ມະເຮັງຕັບ ( AFP ) ແລະ ການກວດ Fibro Scan.

No photo description available.

Fibro Scan ເປັນເຕັກໂນໂລຊີຫຼ້າສຸດທີ່ໃຊ້ໃນການກວດບົ່ງມະຕິທີ່ສາມາດກວດພາວະຜັງຜືດໃນຕັບ ແລະ ກວດແທກປະລິມານໄຂມັນສະສົມໃນຕັບ ໂດຍສາມາດກວດປະເມີນສະພາວະຜັງຜືດໃນເນື້ອຕັບໄດ້ໃນຄົນເຈັບທີ່ເປັນຕັບແຂງໄລຍະທຳອິດ ລວມເຖິງຕິດຕາມຜົນປະເມີນລະດັບຄວາມຮຸນແຮງ ເພື່ອວາງແຜນການປິ່ນປົວ ແລະ ສະແດງປະລິມານໄຂມັນສະສົມໃນຕັບສຳລັບຄົນເຈັບທີ່ມີຄວາມສ່ຽງຕໍ່ພາວະໄຂມັນຫຸ້ມຕັບ ( Fatty Liver ) ໄດ້ພ້ອມກັນພາຍໃນເທື່ອດຽວຢ່າງໄວວາ, ຖືກຈຸດ ແລະ ຊັດເຈນ.

May be an image of one or more people

ເຊິ່ງການກວດຫາຄວາມຜິດປົກກະຕິຂອງຕັບກ່ອນສະແດງອາການ ສາມາດຫຼຸດອັດຕາການເສຍຊີວິດຈາກພະຍາດຕັບໄດ້, ດັ່ງນັ້ນເຮົາຈຶ່ງບໍ່ຄວນລະເລີຍການກວດສຸຂະພາບປະຈຳປີ.

ທີ່ມາ: https://www.sanook.com/health/29589/