ອາເມຣິກາ ອາດຜິດນັດຊຳລະໜີ້ ຖ້າຫາກບໍ່ປັບຂຶ້ນເພດານໜີ້

280

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 26 ກໍລະກົດ 2021 ວ່າ ທ່ານ ນາງ ເຈເນັດ ເຢລເລັນ ລັດຖະມົນຕີກະຊວງການເງິນສະຫະລັດ ໄດ້ຮຽກຮ້ອງໃຫ້ສະພາຄອງເກຣສ ຂອງສະຫະລັດອາເມຣິກາ ປັບເພີ່ມເພດານໜີ້ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພື່ອຫຼີກລ່ຽງການຜິດຊຳລະໜີ້ໃນເດືອນຕຸລານີ້.

ທັງນີ້, ລັດຖະມົນຕີກະຊວງການເງິນອາເມຣິກາ ໄດ້ສົ່ງໃບສະເໜີເຖິງທ່ານປະທານສະພາຂອງສະຫະລັດອາເມຣິກາ ເພື່ອຮຽກຮ້ອງໃຫ້ສະພາຄອງເກຣສສະຫະລັດອາເມຣິກາ ອະນຸມັດປັບເພີ່ມເພດານໜີ້ຂອງລັດຖະບານ, ຫຼັງຈາກທີ່ສຳນັກງານງົບປະມານຂອງສະພາຄອງເກຣສ ( CBO ) ເຕືອນເມື່ອວັນພຸດຜ່ານມາວ່າ ສະຫະລັດອາດສ່ຽງຕໍ່ການຜິດນັດຊຳລະໜີ້ໃນເດືອນຕຸລາ ຫຼື ເດືອນພະຈິກ 2021 ເວັ້ນເສຍແຕ່ສະພາຄອງເກຣສຈະປັບເພີ່ມ ຫຼື ຍົກເລີກເພດານໜີ້. “ ຫາກເປັນເຊັ່ນນັ້ນລັດຖະບານຈະບໍ່ສາມາດຊຳລະໜີ້ໄດ້ຢ່າງເຕັມທີ່ ເຮັດໃຫ້ການຊຳລະເງິນເຂົ້າໃນກິດຈະກຳຕ່າງໆຫຼ້າຊ້າ ແລະ ຜິດນັດຊຳລະໜີ້ ຫຼື ທັງສອງຢ່າງໄປພ້ອມໆກັນ ”.

ມາຮອດວັນທີ 23 ກໍລະກົດ 2021 ໜີ້ສາທາລະນະຂອງສະຫະລັດອາເມຣິກາ ສູງເຖິງ 28,55 ລ້ານລ້ານໂດລາ ຫຼື 28,55 ພັນຕື້ໂດລາສະຫະລັດ.