ສ.ເກົາຫຼີ ອະນຸມັດງົບເກືອບ 35 ພັນຕື້ວອນ ຊ່ວຍເຫຼືອປະຊາຊົນ – ພາກທຸລະກິດ

309

ສຳນັກຂ່າວຣອຍເຕີລາຍງານວ່າ: ລັດຖະສະພາ ສາທາລະນະລັດເກົາຫຼີ ໄດ້ຮັບຮອງເອົາແຜນງົບປະມານສຸກເສີນ ມູນຄ່າ 34,9 ພັນຕື້ວອນ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ທຸລະກິດຂະໜາດນ້ອຍ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເພື່ອກະຕຸ້ນການຈ້າງງານ.

 

ງົບປະມານບ້ວງດັ່ງກ່າວນີ້ ເປັນງົບປະມານບ້ວງພິເສດທີ່ລັດຖະສະພາ ສາທາລະນະລັດເກົາຫຼີ ຮັບຮອງເອົາໃນປີນີ້ ຕໍ່ຈາກແຜນງົບປະມານ ມູນຄ່າ 14,9 ພັນຕື້ວອນ ໃນເດືອນມີນາຜ່ານມາ ແລະ ຍັງເປັນງົບປະມານພິເສດທີ່ມີມູນຄ່າສູງທີ່ສຸດຂອງສາທາລະນະລັດເກົາຫຼີ. ຄາດວ່າຫຼັງຈາກນີ້ປະຊາຊົນສາທາລະນະລັດເກົາຫຼີ ປະມານ 80% ຂອງປະຊາກອນຈະໄດ້ຮັບເງິນຊົດເຊີຍຄົນລະ 250.000 ວອນ.

ປັດຈຸບັນ ສ.ເກົາຫຼີ ກຳລັງປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ – 19 ຮອບໃໝ່ ເຊິ່ງເປັນສາຍພັນເດວຕ້າ ໂດຍຫຼ້າສຸດເມື່ອວັນທີ 26 ກໍລະກົດຜ່ານມາ ມີຜູ້ຕິດເຊື້ອເພີ່ມຂຶ້ນ 1.318 ຄົນ, ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມ 190.161 ຄົນ ແລະ ເສຍຊີວິດສະສົມ 2.077 ຄົນ.