ຂ່າວດີມື້ນີ້ຈຳປາສັກປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ 72 ຄົນກຽມສົ່ງກັບສູ່ພູມລຳເນົາ

373

ຈາກສະຖານະການທີ່ຜ່ານມາຖືວ່າແຂວງຈຳປາສັກໄດ້ຖືກຈັດເປັນ 1 ໃນ 2 ແຂວງທີ່ພົບຜູ້ຕິດເຊື້ອຫຼາຍທີ່ສຸດໃນ ສປປ ລາວ ແລະທຸກວັນນີ້ຍັງມີຕົວເລກເພີ່ມຂຶ້ນທຸກວັນ ເນື່ອງຈາກການກັບມາຂອງແຮງງານລາວ ແຕ່ກໍຍັງມີຂ່າວດີທີ່ເປັນກຳລັງໃຈໃຫ້ແພດໝໍທີ່ມື້ນີ້ສາມາດປິ່ນປົວຫາຍດີ ແລະກຽມສົ່ງກັບສູ່ບ້ານເມືອງທີ່ເຂົາອາໄສຢູ່ຈຳນວນ 72 ຄົນ.

ຈາກການລາຍງານຂອງທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກ ໃນນາມຕາງໜ້າຄະນະສະເພາະກິດຂັ້ນແຂວງໃຫ້ຮູ້ໃນຕອນເຊົ້າວັນທີ 26 ກໍລະກົດນີ້ວ່າ: ມື້ນີ້ຖືວ່າເປັນຂ່າວດີ ທີ່ທາງແຂວງຈຳປາສັກໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີ ແລະ ຜົນກວດເປັນລົບແລ້ວຈຳນວນ 72 ຄົນ ເຊິ່ງຈະມີການສົ່ງຕົວຄືນແຕ່ລະບ້ານ, ເມືອງ ເພື່ອທຳການກັກຈຳກັດບໍລິເວນອີກພາຍໃນ 14 ວັນຈຶ່ງຈະກັບໄປຫາຄອບຄົວໄດ້ຢ່າງສົມບູນ.

ແຕ່ເຖິງຢ່າງໃດກໍ່ຕາມ ໃນສະພາບການປັດຈຸບັນກໍ່ ເວົ້າໄດ້ວ່າ ແຂວງຈຳປາສັກແມ່ນ 1 ໃນ 2ແຂວງພີ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍທີ່ສຸດຮອງຈາກ ແຂວງສະຫວັນະເຂດ, ດັ່ງນັ້ນ ທາງແຂວງກໍຍັງຄົງວາງມາດຕະການທີ່ເຂັ້ມງວດຕໍ່ໄປຕໍ່ກັບແຮງງານທີ່ກັບມາໃນແຕ່ລະວັນຢ່າງຕໍ່ເນື່ອງ ຈາກຂໍ້ມູນທີ່ມີແຈ້ງວ່າ ນະປະຈຸບັນຍັງມີຕົວເລກຂອງແຮງງານທີ່ຄາດວ່າຍັງຈະກັບມາ ຫຼື ຍັງຕົກຄ້າງຢູ່ທີ່ປະເທດໃກ້ຄຽງນັ້ນແມ່ນຢູ່ທີ່ 8.000 ຄົນ ເຊິ່ງຄາດຄະເນວ່າຈະທະຍອຍກັບມາຈົນກວ່າຕົວເລກຈະຄົງຕົວ.

ດັ່ງນັ້ນ, ທາງແຂວງກໍ່ຈະມີການກະກຽມສະຖານທີ່ຮອງຮັບຢ່າງເຕັມທີ່ ເຊິ່ງຕອນນີ້ທົ່ວແຂວງຈຳປາສັກແມ່ນມີສະຖານທີ່ຈຳກັດບໍລິເວນທັງໝົດ 11 ສູນ ໃນການຮອງຮັບ ແລະ ຍັງຈະສືບຕໍ່ຂະຫຍາຍໄປຕາມສະພາບຄວາມຈຳເປັນຕົວຈີງ.ສຳລັບຕົວເລກຕິດເຊື້ອສະສົມໃນແຂວງຈຳປາສັກມາຮອດວັນທີ 26 ກໍລະກົດ 2021 ຢູ່ທີ່ 1.438 ຄົນ, ປິ່ນປົວຫາຍດີ 643 ແລະ ກຳລັງປິ່ນປົວ 795 ຄົນ ຕິດເຊື້ອໃໝ່ໃນມື້ນີ້ແມ່ນ 36 ຄົນ ຈາກຜົນກວດຕົວຢ່າງທັງໝົດ 253 ຄົນ ແລະ ຈຳນວນແຮງງານທັງໝົດທີ່ຈຳກັດບໍລິເວນຢູ່ທີ່ແຂວງຈຳປາສັກໃນຕອນນີ້ແມ່ນ 1.072 ຄົນທີ່ຢູ່ຕາມແຕ່ລະສູນແຕ່ລະເມືອງ ພາຍໃນແຂວງ.