ການຕິດເຊື້ອຈາກກໍລະນີນຳເຂົ້າ ຍັງຫຼາຍໃນແຕ່ວັນ

273

ສະພາບການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນເຫັນວ່າ ມີລາຍງານການຕິດເຊື້ອຈາກກໍລະນີນຳເຂົ້າຫຼາຍໃນແຕ່ລະວັນ ໂດຍໃນວັນທີ 26 ກໍລະກົດ ລາຍງານຜູ້ຕິດ ເຊື້ອໃໝ່ 223 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນ ສປປ ລາວ ຮອດປັດຈຸບັນທັງໝົດ 4.985 ຄົນ, ເສຍຊີວິດສະສົມ 5 ຄົນ ແລະ ຍັງສືບຕໍ່ປິ່ນປົວ 2.346 ຄົນ.


ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄົນ ກ່າວວ່າ: ໃນວັນທີ 25 ກໍລະກົດ ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19 ທັງໝົດ 1.344 ຕົວຢ່າງ ກວດພົບຜູ້ຕິດເຊື້ອໃໝ່ 223 ຄົນ. ໃນນີ້, ຈາກນະຄອນຫຼວງວຽງຈັນ 16 ຄົນ, ຈໍາປາສັກ 37 ຄົນ, ສະຫວັນນະເຂດ 119 ຄົນ, ສາລະວັນ 31 ຄົນ, ບໍລິຄຳໄຊ 1 ຄົນ ແລະ ຄໍາມ່ວນ 19 ຄົນ ເຊິ່ງແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກີດເຂົ້າມາຖືກຕ້ອງຕາມລະບຽບຫຼັກການ. ຮອດປັດຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 51 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 9.180 ຄົນ.


ສຳລັບຕົວເລກການຕິດເຊື້ອພະຍາໂຄວິດ-19 ຢູ່ໃນໂລກ, ກຸ່ມປະເທດອາຊຽນ ແລະ ປະເທດໃກ້ຄຽງ ປັດຈຸບັນ ເຫັນວ່າບັນດາປະເທດ ໃນທົ່ວໂລກ ຍັງສືບຕໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ ທຸກວັນ, ໃນວັນທີ 25ກໍລະກົດ ມີກໍລະນີຕິດເຊື້ອໃໝ່ 415.021 ກໍລະນີ ເຮັດໃຫ້ຕົວຜູ້ຕິດເຊື້ອສະສົມໃນທົ່ວໂລກມີ ທັງໝົດ 194 ລ້ານກວ່າຄົນ, ມີຜູ້ເສຍຊິວິດສະສົມທັງໝົດ 4 ລ້ານກວ່າຄົນ (6.469 ໃໝ່) ແລະ ປີ່ນປົວຫາຍດີ 176 ລ້ານກວ່າຄົນ (313.433 ໃໝ່) ແລະ 3 ປະເທດທີ່ມີກໍລະນີຜູ້ຕິດເຊື້ອສູງກວ່າໝູ່ໃນໂລກແມ່ນສະຫະລັດອາເມລິການ, ຮອງລົງມາ ອິນເດຍ ແລະ ເບລຊິນ.

ສ່ວນຕົວເລກການຕິດເຊື້ອໃນບັນດາ ກຸ່ມປະເທດອາຊຽນ ມີການລາຍງານຕົວເລກຜູ້ຕິດເຊື້ອສະສົມ ທັງໝົດ 6,7 ລ້ານກວ່າຄົນ (ໃໝ່ 86.682) ແລະ ເສຍຊີວິດທັງໝົດ 131.365 ຄົນ (ໃໝ່ 1.964) ແລະ ຕົວເລກການຕິດເຊື້ອບັນດາປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ມີຜູ້ຕິດເຊື້ອຫຼາຍສຸດແມ່ນ ປະເທດໄທ ຕິດເຊື້ອສະສົມ 497.302 ຄົນ (15.335 ໃໝ່) ເສຍຊີວິດສະສົມ 4.059 ຄົນ (ໃໝ່ 129); ມຽນມາ ຕິດເຊື້ອສະສົມ 269.525 ຄົນ (4.998 ໃໝ່) ເສຍຊີວິດສະສົມ 7.111 ຄົນ (355 ໃໝ່); ສປ ຈີນ ຕິດເຊື້ອສະສົມ 92.529 ຄົນ (32 ໃໝ່) ເສຍຊີວິດສະສົມ 4.636 (0 ໃໝ່); ສສ ຫວຽດນາມ ຕິດເຊື້ອສະສົມ 94.913 ຄົນ (3.979 ໃໝ່) ເສຍຊີວິດສະສົມ 370 ຄົນ (0 ໃໝ່) ແລະ ປະເທດກໍາປູເຈຍ ຕິດເຊື້ອສະສົມ 73.923 ຄົນ (819 ໃໝ່) ເສຍຊີວິດສະສົມ 1.283 ຄົນ (29 ໃໝ່).