ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ລົງຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

624

ໃນລະຫວ່າງວັນທີ 20 ຫາ 22 ກໍລະກົດ 2021 ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຮອງຫົວຫນ້າຄະນະຊີ້ນໍາ ແລະ ຜູ້ປະຈໍາການ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ລົງຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໂດຍໄດ້ຂີ່ລົດໄຟທີ່ຮັບໃຊ້ໃນວຽກງານກວດວຽກ ເພື່ອກວດກາລະບົບລາງ, ສະຖານີ, ບ້ານຈັນສັນ ແລະວຽກງານປິ່ນອ້ອມອື່ນໆ.


ໂດຍໃນວັນທີ 20 ກໍລະກົດ 2021 ໄດ້ລົງຊຸກຍູ້ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງສະຖານີ ນະຄອນຫຼວງວຽງຈັນ ຈາກນັ້ນກໍເດີນທາງດ້ວຍລົດໄຟທີ່ຮັບໃຊ້ໃນວຽກງານກວດວຽກ ລົງຕິດຕາມຊຸກຍູ້ການກໍ່ສ້າງສະຖານີ ໂພນໂຮງ, ສະຖານີວັງວຽງ, ສະຖານີກາສີ ແລະ ສະຖານີ ຫຼວງພະບາງ ແລະ ບ້ານຈັນສັນທີ່ເມືອງຊຽງເງິນ ແຂວງຫຼວງພະບາງ.

ສຳລັບວັນທີ21 ກໍລະກົດ ໄດ້ເປີດກອງປະຊຸມ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຂຶ້ນທີ່ນະຄອນ ຫຼວງພະບາງ ໂດຍການເປັນປະທານຂອງ ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ ທັງເປັນຮອງຫົວຫນ້າຄະນະຊີ້ນໍາ ແລະ ຜູ້ປະຈໍາການ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ຍັງຄ້າງຄາ, ແນໃສ່ຮ່ວມກັນຊອກຫາທາງອອກ, ມາດຕະການ ແລະ ວິທີແກ້ໄຂບັນຫາທີ່ຖືກຕ້ອງ, ສົມເຫດສົມຜົນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມ ແຜນການທີ່ກໍານົດໄວ້.


ຈາກນັ້ນວັນ ທີ 22 ກໍລະກົດ ໄດ້ສືບຕໍ່ໄດ້ລົງຊຸກຍູ້ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງແຕ່ຫຼວງພະບາງເຖິງບໍ່ເຕ່ນ ຊາຍແດນລາວຈີນ ໂດຍສະເພາະແມ່ນການກໍ່ສ້າງສະຖານີ, ເບິ່ງແຜນກໍ່ສ້າງທາງເຂົ້າສະຖານີ, ແລະ ສິ່ງອຳນວຍຄວາມສະດວກຕ່າງໆ; ໃນນີ້ໄລ່ລົງຕິດຕາມກວດກາຄວາມຄືບໜ້າ ການກໍ່ສ້າງສະຖານີ ເມືອງງາ, ສະຖານີເມືອງໄຊ, ສະຖານີ ເມືອງນາໝໍ້ ແຂວງອຸດົມໄຊ, ສະຖານີນາເຕີຍແລະ ສະຖານີ ບໍ່ເຕ່ນ ແຂວງຫຼວງນໍ້າທາ. ນອກນັ້ນຍັງລົງຕິດຕາມກວດກາເບິ່ງຄວາມຄືບໜ້າການສ້າງບ້ານຈັນສັນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ນາເຕີຍ ແຂວງຫຼວງນໍ້າທາ.


ໃນການລົງຕິດຕາມການກໍ່ສ້າງຂອງບັນດາສະຖານີ ແລະ ບ້ານຈັນສັນ ທ່ານລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການກໍ່ສ້າງ. ຂະນະທີ່ທ່ານລັດຖະມົນຕີ ກໍເນັ້ນໜັກໃຫ້ບໍລິສັດເອົາໃຈໃສ່ໃນການກໍ່ສ້າງໃຫ້ເປັນໄປຕາມແບບແຜນ ແລະ ສຳເລັດຕາມກຳນົດໝາຍດ້ວຍຄຸນນະພາບ ແລະ ມາດຕະການທີ່ກຳນົດໄວ້.

ແຕ່ລະພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຮ່ວມກັນແກ້ໄຂບັນຫາຕ່າງໆທີ່ຍັງຄ້າງຄາ ໃຫ້ຖືກຕ້ອງ, ສົມເຫດສົມຜົນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.

ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານວ່າ: ລວມຄວາມຄືບຫນ້າທັງໝົດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕ່ນ ຫາ ສະຖານີວຽງຈັນໃຕ້ (ທ່ານາແລ້ງ) ລວມຄວາມຍາວ 426 ກິໂລແມັດ ມາຮອດວັນທີ 31 ພຶດສະພາ ປີ 2021 ສໍາເລັດ 92,80%.

ດ້ານວຽກການກໍ່ສ້າງສະຖານີໂຄງການກໍ່ສ້າງທາງລົດໄຟລາວ-ຈີນ 11 ສະຖານີຄື: ສະຖານີບໍ່ເຕ່ນ, ສະຖານີນາ ເຕີຍ, ສະຖານີນາຫມໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງພະບາງ, ສະຖານີກາສີ, ສະຖານີວັງວຽງ, ສະຖານີໂພນໂຮງ, ສະຖານີນະຄອນຫຼວງວຽງຈັນ ແລະ ສະຖານີສິນຄ້າວຽງຈັນໃຕ້ ມາຮອດທ້າຍເດືອນພຶດສະພາມີຄວາມຄືບໜ້າ 73,96%.


ສຳລັບການກໍ່ສ້າງບ້ານຈັດສັນມາຮອດປັດຈຸບັນ ຢູ່ ບ້ານບວມອໍ້ ເມືອງເງິນ ແຂວງຫລວງພະບາງ ສໍາເລັດ 15%, ບ້ານນາຫມໍ້ ເມືອງນາຫມໍ້ ແຂວງອຸດົມໄຊ ສໍາເລັດ 24%, ບ້ານນາເຕີຍ ເມືອງຫລວງນໍ້າທາ ແຂວງຫລວງນ້ໍາທາສໍາເລັດ 28% ຂອງຫນ້າວຽກທັງຫມົດ.