ອຸຕຸເຕືອນໃໝ່ ຝົນຈະຕົກໜັກຢູ່ ພາກເໜືອ ແລະ ພາກກາງວັນທີ 26-30

849

 

ອາທິດນີ້ ອຸຕຸຍັງເຕືອນໃຫ້ເຝົ້າລະວັງຕົກໜັກຕິດຕໍ່ກັນຫຼາຍວັນຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ ທີ່ອາດຈະເຮັດໃຫ້ມີນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ ເກີດຂຶ້ນໄດ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ລົງວັນທີ 26 ກໍລະກົດ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 26 ກໍລະກົດ ຫາ 1 ສິງຫາ 2021 ວ່າ: ໃນໄລຍະວັນທີ 26 ຫາ 30 ກໍລະກົດນີ້ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ.

ໃນໄລຍະວັນທີ 31 ກໍລະກົດ ຫາ 1 ສິງຫາ 2021 ບໍລິເວນຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ທຸກພາກຂອງປະເທດລາວ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພ້ອມນີ້, ຍັງມີຄຳເຕືອນເພື່ອເຝົ້າລະວັງ ສະພາບອາກາດຮ້າຍແຮງໃນໄລຍະວັນທີ 26 ຫາ 30 ກໍລະກົດ 2021 ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ ເກີດຂຶ້ນໄດ້, ພ້ອມຂໍໃຫ້ຕິດຕາມການລາຍງານຂ່າວສະພາບອາກາດ ແລະ ລະດັບນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.