ຮູ້ຈັກ ນັກກີລາແລ່ນຄົນພິການລາວ ໜຶ່ງດຽວທີ່ຈະເຂົ້າຮ່ວມ ພາຣາແລມປິກ ທີ່ປະເທດຍີ່ປຸ່ນ

421

ກີລາພາຣາແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຈະເປີດສາກຂຶ້ນລະຫວ່າງ 24 ສິງຫາ – 5 ກັນຍາ 2020 ເຊິ່ງຈະເກີດຂຶ້ນຫຼັງຈົບ ໂອແລມປິກ 2020 ລະຫວ່າງວັນທີ 23 ກໍລະກົດ – 8 ສິງຫາ 2021. ດັ່ງນັ້ນ, ມື້ນີ້ທາງທີມຂ່າວເສດຖະກິດ-ການຄ້າ ຈະພາໄປຮູ້ຈັກກັບ ທ້າວ ແກ່ນ ເທບທິດາ ນັກກີລາແລ່ນຄົນພິການລາວ ໜຶ່ງດຽວທິີ່ຈະເຂົ້າຮ່ວມ ພາຣາແລມປິກ 2020.

ທ້າວ ແກ່ນ ເທບທິດາ ເປີດເຜີຍຕໍ່ທີມຂ່າວ ເສດຖະກິດ-ການຄ້າ ວ່າ: ນ້ອງເລີ່ມຫຼິ້ນກີລາແລ່ນມາແຕ່ປີ 2015 ຫຼັງຈາກມີການຄັດເລືອກເອົານັກກີລາແລ່ນ-ລານຕົວແທນທີມຊາດລາວ ໃນງານອາຊຽນພາຣາເກມ ເຊິ່ງເລີ່ມຄັດໃນຊຸດທໍາອິດແຕ່ປີ 2013 ແຕ່ບໍ່ສົມຫວັງ ກ່ອນທີ່ຈະຕິດໃນຊຸດທີ 2 ໃນປີ 2015 ຈິ່ງໄດ້ເລີ່ມຫຼິ້ນຕັ້ງແຕ່ນັ້ນມາເລີຍ.

“ ສໍາລັບ ການເຂົ້າຮ່ວມ ພາຣາແລມປິກ 2020 ແມ່ນໄດ້ຝຶກຊ້ອມຢ່າງໜັກ ແລະ ປັດຈຸບັນແມ່ນໄດ້ຝຶກຊ້ອມຢູ່ສະໜາມກີລາເຈົ້າອານຸວົງ ກ່ອນຈະອອກເດີນທາງໄປຍີ່ປຸ່ນ ໃນວັນທີ 12 ສິງຫາ 2021 ໄປເກັບຕົວຢູ່ ປະເທດຍີ່ປຸ່ນ ກ່ອນເຂົ້າຮ່ວມການແຂ່ງຂັນ, ສ່ວນການຝຶກຊ້ອມໂຄ້ງສຸດທ້າຍນີ້ແມ່ນເນັ້ນເຕັກນິກ ແລະ ການເລັ່ງຄວາມໄວເຂົ້າເສັ້ນໄຊ ລວມເຖິງການຮັກສາຕົວເອງບໍ່ໃຫ້ໄດ້ຮັບບາດເຈັບ ” ທ້າວ ແກ່ນ ກ່າວ.

ແກ່ນ ກ່າວອີກວ່າ: ລາຍການແຂ່ງຂັນຂອງນ້ອງໃນ ພາຣາແລມປິກ 2020 ແມ່ນແລ່ນປະເພດ 100 ແມັດ ເຊິ່ງລະດັບຄວາມພິການແມ່ນ T13 ໝາຍເຖິງການບົກຜ່ອງທາງສາຍຕາໃນການເບິ່ງເຫັນ 3-5 ແມັດ ຖ້າເກີນລະດັບນີ້ແມ່ນຈະບໍ່ໄດ້ແຂ່ງຂັນ ໂດຍນັກກີລາທີ່ຈະເຂົ້າຮ່ວມຕ້ອງໄດ້ວັດແທກສາຍຕາໃຫ້ຢູ່ໃນລະດັບນີ້ຈິ່ງສາມາດເຂົ້າຮ່ວມແຂ່ງຂັນ.

ສ່ວນເປົ້າໝາຍອັນໃຫຍ່ໆທີ່ສຸດກໍຄືການໄດ້ເຂົ້າໄປຮອບຊີງຊະນະເລີດ ແລະ ມີຫຼຽນລາງວັນໃດໜຶ່ງ ລວມທັງຫວັງສ້າງສະຖິຕິໃໝ່ ເຊິ່ງສະຖິຕິທີີ່ດີທີ່ສຸດຂອງນ້ອງແມ່ນ 11,34 ວິນາທີ. ຢ່າງໃດກໍຕາມ ອັນທີ່ສໍາຄັນກໍຄືການເຮັດໃຫ້ເຕັມທີ່ ແລະ ໃຫ້ດີທີ່ສຸດ ເພື່ອໃຫ້ໄດ້ສະຖິຕິທີ່ດີ ເພາະວ່າຄູ່ແຂ່ງປະເທດອື່ນແມ່ນ ມີຄວາມແຂງແຮງ ແລະ ເກັ່ງຫຼາຍ ໂດຍມີສະຖິຕິຢູ່ໃນລະດັບກັບນັກກີລາປົກກະຕິທີ່ບໍ່ແມ່ນຄົນພິການ.

ສໍາລັບ ແກ່ນ ເທບທິດາ ເກີດວັນທີ 29 ພະຈິກ 1999 ທີ່ບ້ານລາດບວກ ເມືອງແປກ ແຂວງຊຽງຂວາງ ສູງ 170 ຊັງຕີແມັດ ແລະ ນໍ້າໜັກ 64 ກິໂລແມັດ ມີສະຖິິຕິການແລ່ນທີ່ດີທີ່ສຸດແມ່ນ 11,34 ວິນາທີ ເຊິ່ງຜົນງານທີ່ຜ່ານມາແມ່ນເຂົ້າຮ່ວມການແຂ່ງຂັນລະດັບອາຊີ ຄວ້າອັນດັບ 5 ທັງປະເພດ 100 ແມັດ ແລະ 200 ແມັດ. ນອກນັ້ນ, ຍັງເຄີຍເຂົ້າຮ່ວມຊີງແຊັມໂລກຢູ່ທີ່ນະຄອນຫຼວງດູໄບ ແມ່ນໄດ້ອັນດັບທີ 13.

ຂ່າວ: ຄໍາສອນ; ຮູບ: Ken Thepthida ແລະ Embassy of Japan in Laos