ໄອເອັມເອັຟ ອະນຸມັດປ່ອຍກູ້ບໍ່ມີດອກເບ້ຍໃຫ້ປະເທດມີລາຍຮັບຕ່ຳ

328

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການບໍລິຫານກອງທຶນການເງິນສາກົນ ( IMF ) ມີມະຕິເປັນເອກະສັນປະຕິຮູບນະໂຍບາຍ ວ່າດ້ວຍການຈັດສັນຫາເງິນກູ້ ເພື່ອສະໜັບສະໜູນບັນດາປະເທດທີ່ມີລາຍຮັບຕ່ຳໃຫ້ສາມາດກູ້ເງິນມາສະໜັບສະໜູນການຟື້ນຕົວຂອງເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄ ວິດ – 19.

ຖະແຫຼງການຂອງ ໄອເອັມເອັຟ ລະບຸວ່າ: ການປະຕິຮູບນະໂຍບາຍການຈັດຫາເງິນກູ້ໃຫ້ແກ່ປະເທດທີ່ມີລາຍຮັບຕ່ຳນັ້ນ ມີເປົ້າໝາຍເພື່ອສ້າງຄວາມເຊື່ອໝັ້ນວ່າ ໄອເອັມເອັຟ ມີສັກກະຍະພາບໃນການຕອບສະໜອງຕໍ່ ຄວາມຕ້ອງການຂອງປະເທດທີ່ມີລາຍໄດ້ຕ່ຳ ໂດຍຈະຈັດສັນເງິນກູ້ແບບບໍ່ມີດອກເບ້ຍໃຫ້ແກ່ກຸ່ມປະເທດເຫຼົ່ານີ້.

ນອກຈາກນີ້, ໄອເອັມເອັຟ ຍັງຈະຂະຫຍາຍເພດານການເຂົ້າເຖິງແຫຼ່ງເງິນກູ້ຕາມປົກກະຕິເພີ່ມຂຶ້ນອີກ 45% ແລະ ຈະຫຼຸດຂໍ້ຈຳກັດທີ່ເຂັ້ມງວດ ເພື່ອໃຫ້ປະເທດທີ່ທຸກຍາກທີ່ສຸດສາມາດເຂົ້າເຖິງແຫຼ່ງເງິນກູ້ໄດ້.

ທ່ານຮອງຜູ້ອຳນວຍການຝ່າຍນະໂຍບາຍຂອງໄອເອັມເອັຟ ກ່າວວ່າ: ການຕັດສິນໃຈປັບຂຶ້ນເພດານການເຂົ້າເຖິງແຫຼ່ງເງິນກູ້ຄັ້ງນີ້ ບໍ່ໄດ້ໝາຍຄວາມວ່າຈະອະນຸມັດປ່ອຍກູ້ເພີ່ມຂຶ້ນທຸກໆໂຄງການ ແຕ່ຈະເນັ້ນໄປທີ່ການໃຫ້ ຄວາມຊ່ວຍເຫຼືອບັນດາປະເທດທີ່ມີລາຍໄດ້ຕ່ຳ ດ້ວຍການຈັດສັນຫາເງິນກູ້ທີ່ບໍ່ມີດອກເບ້ຍ ເພື່ອໃຫ້ບັນດາປະເທດເຫຼົ່ານີ້ມີເສດຖະກິດທີ່ເຂັ້ມແຂງພຽງພໍໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ຟື້ນຟູເສດຖະກິດໃຫ້ຂະຫຍາຍຕົວຢ່າງເຕັມສັກກະຍະພາບໃນອະນາຄົດ.

ທັງນີ້, ໄອເອັມເອັຟ ຄາດການວ່າປີນີ້ເສດຖະກິດໂລກຈະຂະຫຍາຍຕົວປະມານ 6% ແຕ່ ທ່ານ ນາງ ຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການໄອເອັມເອັຟ ລະບຸວ່າອັດຕາຂະຫຍາຍຕົວຂອງເສດຖະກິດຍັງແຕກຕ່າງກັນ ໂດຍບາງປະເທດມີອັດຕາການຂະຫຍາຍຕົວສູງ ແຕ່ບາງປະເທດຊ້ຳຜັດຂະຫຍາຍຕົວຫຼ້າຊ້າ. ພ້ອມເຕືອນວ່າເສດຖະກິດໂລກຈະບໍ່ສາມາດຟື້ນຕົວໄດ້ຢ່າງເຕັມທີ່ ຫາກອັດຕາການສັກວັກແຊັງປ້ອງກັນໂຄວິດ – 19 ຍັງຕ່ຳ ດັ່ງທີ່ເປັນຢູ່ໃນປັດຈຸບັນ ໂລກຈະບໍ່ສາມາດບັນລຸເປົ້າໝາຍໃນການຢຸດຕິການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ໃນທ້າຍປີ 2022.