ຜູ້ອຳນວຍການສູນຄວບຄຸມ ແລະ ປ້ອງກັນ ພະຍາດຂອງຈີນ ສັກວັກແຊັງ 3 ເຂັມຕ່າງຊະນິດ

454

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 22 ກໍລະກົດ 2021 ວ່າ: ທ່ານ ເກົາ ຝູ ຜູ້ອຳນວຍການສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງຊາດຈີນ ( CDC ) ໄດ້ສັກວັກແຊັງປ້ອງກັນໂຄວິດ – 19 ຈຳນວນ 3 ເຂັມ ເຊິ່ງແຕ່ລະເຂັມຕ່າງຊະນິດກັນ ແລະ ເປັນວັກແຊັງທີ່ພັດທະນາ ແລະ ຜະລິດຈາກ ສປ ຈີນ ໂດຍຫຼ້າສຸດ ທ່ານ ເກົາ ຝູ ເປີດເຜີຍວ່າຈົນເຖິງຂະນະນີ້ຍັງບໍ່ມີອາການໃດໆ.

ຜູ້ອຳນວຍການ CDC ກ່າວອີກວ່າ: ລາວໄດ້ສັກວັກແຊັງປ້ອງກັນໂຄວິດ – 19 ທີ່ພັດທະນາ ແລະ ຜະລິດໃນຈີນ ຈຳນວນ 3 ໂດສ ເນື່ອງຈາກໝັ້ນໃຈວ່າວັກແຊັງທີ່ຈີນພັດທະນາຂຶ້ນມີຄວາມປອດໄພ. ພ້ອມທັງລະບຸວ່າເປັນຄັ້ງທຳອິດທີ່ມະນຸດພັດທະນາວັກແຊັງປ້ອງກັນໂຄວິດ – 19 ຈຶ່ງຍັງມີອີກຫຼາຍສິ່ງຫຼາຍຢ່າງຍັງບໍ່ມີຄວາມຊັດເຈນ.