25 ກໍລະກົດ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 142 ຄົນ ກໍລະນີນໍາເຂົ້າທັງໝົດ

518

ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ ປັດຈຸບັນ ສປປ ລາວ ໄດ້ມີການຕິດຕາມເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ສາຍພັນທີ່ແຮງງານລາວຕິດເຊື້ອນໍາເຂົ້າມາ ໂດຍພົບສາຍພັນເດວຕ້າ ສູງເຖິງ 35%. ໃນຂະນະທີ່ບັນດາປະເທດອ້ອມຂ້າງ ມີລາຍງານພົບສາຍພັນເດວຕ້າສູງເຖິງ 63%.


ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 25 ກໍລະກົດ 2021 ໃຫ້ຮູ້ວ່າ: ໃນວັນທີ 24 ກໍລະກົດ ໄດ້ກວດວິເຄາະທັງໝົດ 1.353 ຄົນ ກວດພົບຜູ້ຕິດເຊື້ອໃໝ່ 142 ຄົນ. ໃນນັ້ນ ຈາກ ນະຄອນຫຼວງວຽງຈັນ 11 ຄົນ, ຈໍາປາສັກ 45 ຄົນ, ສະຫວັນນະເຂດ 83 ຄົນ, ສາລະວັນ 1 ຄົນ, ບໍລິຄຳໄຊ 1 ຄົນ ແລະ ຄໍາມ່ວນ 1 ຄົນ ເຊິ່ງທັງໝົດແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 4.762 ຄົນ, ເສຍຊີວິດສະສົມ 5 ຄົນ ແລະ ກໍາລັງປິ່ນປົວ ທັງໝົດ 2.018 ຄົນ.


ດ້ານການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ ວັນທີ 24 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນ ສປປ ລາວ ທັງໝົດ 1.324 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ, ມາຮອດປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 49 ສູນ ແລະ ມີຜູ້ຈຳກັດບໍລິເວນ 9.083 ຄົນ.


ສ່ວນການລະບາດຂອງພະຍາດໂຄວິດ-19 ຢູ່ທົ່ວໂລກ ມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 194 ລ້ານກວ່າຄົນ (472.424 ໃໝ່), ເສຍຊິວິດທັງໝົດ 4 ລ້ານກວ່າຄົນ (7.723 ໃໝ່), ປີ່ນປົວຫາຍດີ 176 ລ້ານກວ່າຄົນ (416.681 ໃໝ່) ເຊິ່ງ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ແມ່ນ ສະຫະລັດອາເມລິກາ, ອິນເດຍ (ລາຍງານຕິດເຊື້ອໃໝ່ ສູງກວ່າໝູ່ 40.284 ຄົນ) ແລະ ເບຣຊິນ (ລາຍງານເສຍຊີວິດເຊື້ອໃໝ່ ສູງກວ່າໝູ່ 1.080 ຄົນ).  ສຳລັບບັນດາປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າໝູ່ ແມ່ນ ປະເທດໄທ ສູງເຖິງ 14.260 ຄົນ; ລາຍງານເສຍຊີວິດໃໝ່ ສູງກວ່າໝູ່ ແມ່ນ ປະເທດມຽນມາ ສູງເຖິງ 297 ຄົນ.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ຕື່ມອີກວ່າ: ມາຮອດປັດຈຸບັນ ການລະບາດຮອບໃໝ່ ຈາກສາຍພັນເດວຕ້າ ໃນບັນດາປະເທດອ້ອມຂ້າງ ສປປ ລາວ ມີລາຍງານພົບສາຍພັນເດວຕ້າສູງເຖິງ 63% ຈຶ່ງເປັນສາເຫດໃຫ້ມີແຮງງານລາວຈຳນວນຫຼວງຫຼາຍ ກັບຄືນມາປະເທດຕາມຈຸດຜ່ານແດນຕ່າງໆ ໃນຂອບເຂດທົ່ວປະເທ.  ສຳລັບປະເທດຂອງພວກເຮົາ ກໍໄດ້ມີການຕິດຕາມເຝົ້າລະວັງ ສາຍພັນທີ່ແຮງງານລາວຕິດເຊື້ອນຳເຂົ້າມາ ພົບສາຍພັນເດວຕ້າ ສູງເຖິງ 35% ເຊິ່ງແຮງງານທີ່ຕິດເຊື້ອດັ່ງກ່າວທັງໝົດ ແມ່ນໄດ້ຮັບການປິ່ນປົວໃນໂຮງໝໍ ເຊິ່ງພາຍຫຼັງປິ່ນປົວຫາຍດີ 14 ວັນ ແມ່ນຈະຍັງສືບຕໍ່ຈຳກັດບໍລິເວນຕົນເອງຕື່ມອີກ 7 ວັນ.

ພ້ອມນີ້, ສຳລັບແຮງງານທີ່ກັບມາແຕ່ປະເທດເພື່ອນບ້ານທີ່ກວດບໍ່ພົບເຊື້ອນັ້ນ ແມ່ນໄດ້ຖືກນຳສົ່ງຈຳກັດບໍລິເວນ ເປັນເວລາ 14 ວັນ ນຳບັນດາສູນຕ່າງໆ ພາຍໃນແຂວງຂອງຕົນ ແລະ ຈະມີການກວດຫາເຊື້ອ 2 ຄັ້ງ ກ່ອນຈະໃຫ້ອອກຈາກສູນ ເພື່ອໃຫ້ພວກກ່ຽວໄປສືບຕໍ່ຈຳກັດບໍລິເວນຕື່ມອີກ 7 ວັນ ຢູ່ເຮືອນຕົນເອງ (ສຳລັບຜູ້ມີເງື່ອນໄຂ) ແລະ ທີ່ສູນຈຳກັດບໍລິເວນຂອງເມືອງ ສຳລັບຜູ້ບໍ່ມີເງື່ອນໄຂ.

 

ຂ່າວ: ສັນຕິ, ພາບ: ສຸກສະຫວັນ