ເຊັນສັນຍາທີ່ປຶກສາ ເພື່ອສໍາຫຼວດ-ອອກແບບ ແລະ ຄຸ້ມຄອງໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ແຂວງຈໍາປາສັກ ແລະ ແຂວງສາລະວັນ

369

ວັນທີ 22 ກໍລະກົດ​ 2021,ຢູ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ ໄດ້ມີພິທີເຊັນສັນຍາທີ່ປຶກສາ ເພື່ອສໍາຫຼວດ-ອອກແບບ ແລະ ຄຸ້ມຄອງໂຄງການພັດທະນາລະບົບສະໜອງນ້ໍາປະປາພາກໃຕ້ ແຂວງຈໍາປາສັກ ແລະ ແຂວງສາລະວັນ.​


ໃນພິທີ ທ່ານ ປອ.​ວິໄລວົງ ບຸດດາຄໍາ ເຈົໍ້າແຂວງຈໍາປາສັກ ໄດ້ມີຄໍາເຫັນ ໂດຍຕີລາຄາສູງຕໍ່ໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ແຂວງຈໍາປາສັກ ແລະ ແຂວງສາລະວັນຊຶ່ງມີຄວາມສໍາຄັນຫຼາຍ ອັນຈະນໍາປະໂຫຍດມະຫາ ສານຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນ ດ້ວຍການຊົມໃຊ້ນໍ້າປະປາທີ່ສະອາດ,ປອດໄພ ໂດຍສະເພາະບັນດາບ້ານ,ເມືອງທີ່ນອນໃນໂຄງການໃຫ້ຫຼາຍຂຶ້ນກ່ວາເກົ່າ .ໂຄງການນີ້ແມ່ນໜື່ງໃນຫຼາຍໂຄງການທີ່ເກີດຂື້ນໄດ້ໂດຍການຮ່ວມມືອັນສະໜິດແໜ້ນແລະ ມີໝາກຜົນ ລະຫວ່າງແຂວງຈໍາປາສັກ ສປປລາວ ກັບ ສາທາລະນະລັດ ເກົາຫຼີ . ຈາກນີ້ ທ່ານ ພູທົງ ຄໍາມະນີວົງ ຮອງເຈົໍ້າແຂວງສາລະວັນ ແລະ ທ່ານ Lee, Dong Geon ຜູ້ຕາງໜ້າ​ກອງທຶນຮ່ວມພັດທະນາເສດຖະກິດ ແຫ່ງ ສ.​ເກົາຫຼີ ປະຈໍາ ສປປ ລາວ ໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນ ຕໍ່ການເຊັນສັນຍາທີ່ປຶກສາ ເພື່ອສໍາຫຼວດ-ອອກແບບ ແລະ ຄຸ້ມຄອງໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້.​

ທ່ານ ບາສີ ພອນແກ້ວ ຫົວໜ້າໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ໄດ້ຕາງໜ້າພະແນກ ຍທຂ ແຂວງຈໍາປາສັກ ກ່າວວ່າ: ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ຕົໍ້ນຕໍ ແມ່ນເພື່ອຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃນບັນດາບ້ານເປົໍ້າໝາຍ ດ້ວຍການສະໜອງນໍ້າສະອາດ,​ ປາສະຈາກພະຍາດ ທີ່ເກີດຈາກນ້ໍາ ແລະ ມີສຸຂະອານາໄມທີ່ດີ ໂດຍການປັບປຸງ ແລະກໍ່ສ້າງ ລະບົບສະໜອງນ້ໍາປະປາ ຢູ່ບັນດາເມືອງຂອງແຂວງຈໍາປາສັກ ທີ່ຍັງບໍ່ທັນມີນໍ້າປະປາ ຄື: ເມືອງມຸນລະປາໂມກ, ເມືອງສຸຂຸມາ, ເມືອງປະທຸມພອນ, ເມືອງປາກຊ່ອງ,ເມືອງບາຈຽງຈະເລີນສຸກ, ເມືອງຊະນະສົມບູນ, ເມືອງຈໍາປາສັກ, ນະຄອນປາກເຊ(ເພີ່ມກໍາລັງຜະລິດ) ແລະ ອີກໜຶ່ງເມືອງຂອງແຂວງສາລະວັນ ຄື: ເມືອງສາລະວັນ(ເພີ່ມກໍາລັງຜະລິດ).ໂຄງການດັ່ງກ່າວແມ່ນໄດ້ເລີ່ມສຶກສາຄວາມເປັນໄປໄດ້ແຕ່ກາງປີ 2019,​ ມາຮອດເດືອນພະຈິກ ປີ 2020.​

ລັດຖະບານ ສປປ ລາວ ໄດ້ເຊັນສັນຍາກູ້ຢືມທຶນ ຈາກກອງທຶນຮ່ວມມື ເພື່ອພັດທະນາເສດຖະກິດ ປະເທດ ສ.ເກົາຫຼີ ໂດຍແມ່ນພະແນກ ຍທຂ ແຂວງຈໍາສັກ ເປັນຜູ້ຈັດຕັໍ້ງປະຕິບັດ.ໂຄງການໄດ້ເລີມຈັດຕັໍ້ງການປະມູນເອົາບໍລິສັດທີ່ປຶກສາ ແຕ່ວັນທີ16 ພະຈິກ 2020 ແລະ ສໍາເລັດ ໃນວັນທີ 26 ກຸມພາ 2021 ເຊິ່ງໄດ້ຜ່ານການເຫັນດີຮັບຮອງເອົາຈາກກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ຂອງ ສ.​ເກົາຫຼີ ເຫັນດີໃຫ້ພະແນກ ຍທຂ ແຂວງຈໍາປາສັກ ເຊັນສັນຍາ ກັບ ບໍລິສັດທີ່ປຶກສາ JV of KUNWHA Engineering & Consulting Co., Ltd. ແລະ ISAN Corporation ໃນຄັໍ້ງວັນທີ 15 ມີນາ 2021 ເພື່ອເປັນທີ່ປຶກສາໂຄງການ ໃນມູນຄ່າ 4.128.000 ໂດລາສະຫະລັດ ເຊິ່ງການຈັດຕັໍ້ງປະຕິບັດແມ່ນແບ່ງອອກເປັນສອງໄລຍະຄື:ໄລຍະທີ 1 ເປັນໄລຍະການສໍາຫຼວດ-ອອກແບບລະອຽດ ແລະ ປະມູນເອົາຜູ້ຮັບເໝົາກໍ່ສ້າງ; ໄລຍະທີ 2 ເປັນໄລຍະຕິດຕາມການກໍ່ສ້າງ. ສໍາລັບພິທີເຊັນສັນຍາຄັ້ງນີ້ ແມ່ນເພື່ອເປັນການຮັບຮູ້ -​ ຢັ້ງຢືນ ຄືນ ທັງຮ່ວມເປັນສັກຂີພະຍານ ກາຽວກັບສັນຍາການສໍາຫຼວດ- ອອກແບບ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ.​

ໂອກາດນີ້ທ່ານ Kim, Jong Tae ຕາງໜ້າ ບໍລິສັດທີ່ປຶກສາໂຄງການ ໄດ້ສະເໜີຕື່ມວ່າ: ໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ນີ້ ຈະກວມພື້ນທີ່ 306 ບ້ານຂອງແຂວງຈໍາປາສັກ ແລະ 128 ຂອງແຂວງສາລະວັນ ທີ່ຈະໄດ້ຮັບນໍ້າສະອາດຈາກໂຄງການ,​ ໜ້າວຽກທໍາອິດທີ່ຈະຈັດຕັ້ງປະຕິບັດ ແມ່ນການກໍ່ສ້າງຫໍສູບນໍ້າ ທີ່ສາມາດສູບນໍ້າໄດ້ 47.350 ແມັດກ້ອນ/ວັນ.​ ຈາກນັ້ນ ແມ່ນກໍ່ສ້າງໂຮງງານຜະລິດນໍ້າປະປາ ດ້ວຍກໍາລັງການຜະລິດ 20.600 ແມັດກ້ອນ/ວັນ ເພື່ອຜະລິດນໍ້າສະອາດ.​ ຈາກນັ້ນ ທ່ານ Kim, Jong Tae ຍັງໄດ້ອະທິບາຍຂັ້ນຕອນຕ່າງໆ ໃນການຜະລິານໍ້າ.​ປະປາ ທີ່ສະອາດ ຕື່ມອີກ.


ຕອນທ້າຍພິທີ ກໍມີການເຊັນສັນຍາ ລະຫວ່າງ ພະແນກ ຍທຂ ແຂວງຈໍາປາສັກ ລົງນາມໂດຍ ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກ ຍທຂ ແຂວງ ແລະ ບໍລິສັດ ທີ່ປຶກສາ ລົງນາມໂດຍ ທ່ານ Kim, Jong Tae ຕາງໜ້າ ບໍລິສັດທີ່ປຶກສາໂຄງການ ໂດຍມີ ທ່ານ ປອ.​ວິໄລວົງ ບຸດດາຄໍາ ເຈົໍ້າແຂວງຈໍາປາສັກ, ທ່ານ ພູທົງ ຄໍາມະນີວົງ ຮອງເຈົໍ້າແຂວງສາລະວັນ, ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ)​,​ ທ່ານ Lee Dong Geon ຜູ້ຕາງໜ້າ​ກອງທຶນຮ່ວມພັດທະນາເສດຖະກິດ ແຫ່ງ ສ.​ເກົາຫຼີ ປະຈໍາ ສປປ ລາວ,​ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກ ແລະ ການນໍາຈາກກົມກ່ຽວຂ້ອງຂອງສູນກາງ,​ ການນໍາແຂວງ,​ ການນໍາພະແນກ ຍທຂ ແຂວງຈໍາປາສັກ, ສາລະວັນ,​ ການນໍານະຄອນປາກເຊ,​ ການນໍາ 7 ເມືອງຂອງແຂວງຈໍາປາສັກ,​ ການນໍາເມືອງສາລະວັນ ແຂວງ​ສາລະວັນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນ 2 ແຂວງ ເຂົ້າຮ່ວມ.

ເເກດສະໜາ ແກ້ວສຸວັນນະແສງ