ພາບແຫ່ງຄວາມອົບອຸ່ນ ທ່ານປະທານປະເທດເມືອຢາມບ້ານເກີດເມືອງນອນ

641

ດົນໆຈະໄດ້ເຫັນພາບແບບນີ້ ໂອກາດທີ່ທ່ານປະທານປະເທດ ທອງລຸນ ສີສຸລິດ ເຄື່ອນໄຫວເຮັດວຽດຢູ່ ແຂວງຫົວພັນ ທ່ານພ້ອມພັນລະຍາ ແລະຄະນະໄດ້ໄປຢ້ຽມຢາມເກີດເພິ່ນເມືອງນອນຂອງເພີ່ມທີ່ເມືອງສົບເບົາ.

ວັນທີ 22-23 ກໍລະກົດ 2021, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ຫົວພັນ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງ.


ໂອກາດນີ້ ທ່ານໄດ້ຢ້ຽມຢາມ ບ້ານເກີດບ້ານ ນາຊອນ ເມືອງ ສົບເບົາ ໂດຍໄດ້ພົບປະກັບປະຊາຊົນຢ່າງເປັນກັນເອງ ແລະ ໄດ້ມີການທັກທາຍກັບປະຊາຊົນເປັນພາສາທ້ອງຖິ່ນພາສາໄຕ໋ຊຳເຫນືອ ເຫັນແລ້ວໜ້າຮັກອົບອຸ່ນ ເປັນບັນຍາກາດທີ່ຫາຍາກສຳລັບຜູ້ນຳລະດັບປະເທດ.