ຜູ້ຕິດເຊື້ອພະຍາດໂຄວິດ-19​ ເພີ່ມສູງເປັນສະຖິຕິໃຫມ່ມື້ດຽວ 278 ຄົນ

416

ຈາກການຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ​ ແລະ​ ແກ້ໄຂການລະບາດຂອງພະຍາດ-19​ ປະຈຳວັນທີ 24 ກໍລະກົດ 2021​ ໂດຍ​ ທ່ານ​ ດຣ​ ນາງ​ ພອນປະເສີດ​ ໄຊຍະ​ມຸງຄຸນ​ ຮອງຫົວໜ້າ​ກົມ​ຄວບຄຸມ​ພະຍາດ​ຕິດຕໍ່, ກະຊວງສາທາລະນະສຸກ​ ກ່າວວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ​ ມາຮອດໃນວັນທີ 23 ກໍລະກົດ 2021 ນີ້ ມີລາຍງານຜູ້ຕິດເຊື້ອໃໝ່ ຈານວນ 278 ຄົນ ຈາກການເກັບຕົວຢ່າງກວດຫາເຊື້ອ 2.571 ຕົວຢ່າງ.

​ ນີ້ເປັນຕົວເລກລາຍງານຜູ້ຕິດເຊື້ອໃໝ່ສູງຂອງປະເທດເຮົາ ແລະ ເປັນ 3​ ມື້ ຕໍ່ເນື່ອງ ທີ່ມີຜູ້ຕິດເຊື້ອໃໝ່ກາຍ 200 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມຮອດປັດຈຸບັນ ແມ່ນ 4.​620 ຄົນ,​ ມີຈໍານວນເສຍຊີວິດ ສະສົມ 5​ ຄົນ​ ແລະ ຍັງສືບຕໍ່ປິ່ນປົວ 1.​790 ຄົນ.

ສຳລັບການກວດພົບຜູ້ຕິດເຊື້ອໃໝ່ 278 ຄົນ ຢູ່ນະຄອນຫຼວງວຽງຈັນ 4 ຄົນ, ແຂວງຈຳປາສັກ 53 ຄົນ, ສະຫວັນນະເຂດ 198 ຄົນ, ສາລະວັນ 9 ຄົນ, ບໍລິຄຳໄຊ 9​ ຄົນ​ ແລະ ຄຳມ່ວນ 5 ຄົນ​ ທັງໝົດແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້.

ທ່ານ​ ດຣ​ ນາງ​ ພອນປະເສີດ​ ໄຊຍະ​ມຸງຄຸນ ໃຫ້ຮູ້ຕື່ມອີກວ່າ: ດ້ານການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນ ໃນວັນທີ​ 23​ ກໍລະກົດ​ ຜ່ານມາ ມີຜູ້ເດີນທາງຜ່ານດ່ານເຂົ້າມາ​ ສປປ​ ລາວ ທັງໝົດ 3.151 ຄົນ, ທຸກຄົນ ເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈາກັດບໍລິເວນ ຫຼື​ ໂຮງແຮມ​ ຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບ 14 ວັນຈຶ່ງຈະໄປເຄື່ອນໄຫວໄດ້ ແລະ ຮອດປັດຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 49ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 8,264 ຄົນ.