ເກັ່ງແລ້ວ ສຸກພະໄຊ ນັກຢູໂດລາວມື 105 ຂອງໂລກເສຍໃຫ້ Eric ມື 14 ຂອງໂລກ ໃນໂອແລມປິກ

562

ທ້າວ ສຸກພະໄຊ ສິດທິສານ ນັກກີລາຢູໂກລາວ ລຸ້ນນໍ້າໜັກ 60 ກິໂລ ໃນການແຂ່ງຂັນລະດັບງານມະຫາກໍາກີລາໂອແລມປິກ ກໍຄື ໂອແລມປິກ 2020 ຫຼື ໂຕກຽວເກມ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ລົງແຂ່ງຂັນຮອບທໍາອິດ ( ຮອບ 32 ຄົນ ) ພົບກັບ Eric Takabatake ນັກກິລາຢູໂດ ອັນດັບທີ 14 ຂອງໂລກ ທີມຊາດ ບຣາຊິນ ເວລາປະມານ 10 ໂມງໃນບ້ານເຮົາປະຈໍາວັນທີ 24 ກໍລະກົດ 2021.

ປາກົດວ່າ: ທ້າວ ສຸກພະໄຊ ສິດທິສານ ນັກກິລາຢູໂດທີມຊາດລາວ ຮຸ່ນ -60 ຖືກຈັດຢູ່ອັນດັບທີ 105 ຂອງໂລກ ພົບກັບ Eric Takabatake ນັກກິລາຢູໂດ ອັນດັບທີ 14 ຂອງໂລກ ທີມຊາດ ບຣາຊິລ ແລະ ສຸດທ້າຍ ສຸກພະໄຊ ບໍ່ສາມາດຕ້ານທານຄູ່ແຂ່ງໄດ້ເສຍໄປຢ່າງໜ້າເສຍ ເຮັດໃຫ້ Eric Takabatake ຜ່ານເຂົ້າຮອບຕໍ່ໄປໄປພົບກັບນັກກີລາຈາກ ສ ເກົາຫຼີ ເບິ່ງຄະແນນໃນຮູບລຸ່ມນີ້

ສໍາລັບ ນັກກີລາລາວໄດ້ສິດໄປຮ່ວມ ໂອແລມປິກ 2020 ຈໍານວນ 4 ຄົນ ເຊິ່ງໃນນັ້ນມີພຽງ ສຸກພະໄຊ ທີ່ໄດ້ສິດເຂົ້າຮ່ວມດ້ວຍການເກັບຄະແນນຜ່ານລະດັບສາກົນ ແລະ ຜ່ານເຂົ້າຮອບສຸດທ້າຍໄດ້ສໍາເລັດ, ສ່ວນອີກ 3 ຄົນຄື ນາງສິລິນາ ພະອະໄພ ນັກກີລາແລ່ນ-ລານ ແລະ 2 ນັກກີລາລອຍນໍາຢ່າງ ສິຣິອາລຸນ ບຸດຈະເລີນ ກັບ ທ້າວ ສັນຕິສຸກ ອິນທະວົງ ແມ່ນໄດ້ສິດທີພິເສດເຂົ້າຮ່ວມຈາກໂອແລມປິກນາໆຊາດ ( IOC ) ໃນຖານະຊາດສະມາຊິກຂອງ ໂອແລມປິກ.

ສ່ວນ ສຸກພະໄຊ ເກີດວັນທີ 1 ພຶດສະພາ 1996 ທີ່ບ້ານສະພານໃຕ້ ແຂວງສະຫວັນນະເຂດ ເລີ່ມຫຼິ້ນກີລາຢູໂດແຕ່ປີ 2008 ໂດຍຜົນງານໂດດເດັ່ນທີ່ສຸດຄືຍາດໄດ້ອັນດັບທີ 5 ໃນລາຍການ Asian Judo Kata Championships Hongkong 2018 ທີ່ຮົງກົງ ເຊິ່ງມີ 10 ປະເທດເຂົ້າຮ່ວມ. ນອກນັ້ນ, ສຸກພະໄຊ ຍັງເປັນນັກກີລາຢູໂດລາວ ຄົນທໍາອິດທີ່ຊະນະໃນການແຂ່ງຂັນຢູໂດຊີງແຊັມໂລກປະຈຳປີ 2019 ( WORLD JUDO CHAMPIONSHIPS SENIOR 2019 ) ທີ່ປະເທດຍີ່ປຸ່ນ ດ້ວຍການເອົາຊະນະ Alexandre Dibartolo ນັກກີລາຈາກປະເທດການາດາ ກ່ອນຕົກຮອບ 64 ຄົນສຸດທ້າຍ. ຂະນະທີ່ ລາຍການລະດັບໂອແລມປິກ ແມ່ນເຄີຍເຂົ້າຮ່ວມໂອແລມປິກ 2016 ທີ່ປະທດບຣາຊິນ ແລະ ປີນີ້ກໍໄປບໍ່ເຖິງຝັນຢ່າງໜ້າເສຍດາຍ. ຢ່າງໃດກໍສູ້ໆລຸ້ນລາຍການຕໍ່ໄປ.

ຂ່າວ: ຫຼ້າ; ຮູບ: Lao judo Federation ແລະ AP