ທ່ານ ທອງລຸນ ສີສຸລິດ ລົງເຮັດວຽກຢູ່ແຂວງຫົວພັນ ຢ້ຽມຢາມບ້ານເກີດເມືອງນອນ

795

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫົວພັນ
ໃນວັນທີ 23 ກໍລະກົດ 2021 ນີ້ ໂດຍມີ ສະຫາຍ ວັນໄຊ ແພງຊຸມມາ ເຈົ້າແຂວງ, ພ້ອມພະນັກງານຫລັກແຫລ່ງ ໃຫ້ການຕ້ອນຮັບ ແລະ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງໃຫ້ຊາບ.


ໂດຍລວມແລ້ວແຂວງຫົວພັນ ຍັງຮັກສາໄດ້ຄວາມໜັກແໜ້ນທາງດ້ານເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ປະຊາຊົນຍຸທ່າງທຳມາຫາກິນ ແລະ ມີການພັດທະນາຂຶ້ນໄປເລື້ອຍໆ, ແຂວງໄດ້ເອົາໃຈໃສ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ.

ມາຮອດປັດຈຸບັນ ການພັດທະນາເສດຖະກິດ 6 ເດືອນຕົ້ນປີທົ່ວແຂວງ ມີເນື້ອທີ່ປູກຝັງລະດູແລ້ງທັງໝົດ 26.761 ເຮັກຕາ ສາມາດເກັບຜົນຜະລິດໄດ້ທັງ ໝົດ 37.322 ໂຕນ ທຽບໃສ່ແຜນການປະຕິບັດໄດ້ 14,57%, ເນື້ອປູກພືດເປັນສະບຽງອາຫານມີ 7.606 ເຮັກຕາ ສາມາດເກັບກ່ຽວຜົນຜະລິດໄດ້ 17 ພັນກວ່າໂຕນ ແລະ ມີເນື້ອປູກພືດເປັນສິນຄ້າ 11.676 ເຮັກຕາ ສາມາດເກັບກ່ຽວຜົນຜະລິດໄດ້ 12 ພັນກວ່າໂຕນ ສ່ວນການພັດທະນາບັນດາວຽກງານໃນຂົງເຂດອື່ນໆ ແມ່ນສາມາດປະຕິບັດໄດ້ດີພໍສົມຄວນ, ແຕ່ອັດຕາຄວາມທຸກຍາກຍັງມີເຖິງ 13,44% ຂອງຄອບຄົວທັງໝົດ ທຽບໃສ່ປີ 2015 ຫລຸດລົງ 8,52% ແລະ ມີບ້ານທຸກຍາກ 473 ບ້ານ ກວມເອົາ 64,97% ຂອງບ້ານທຸກຍາກ.


ໃນໂອກາດດັ່ງກ່າວທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ, ພ້ອມໃຫ້ທິດຊີ້ນຳ ກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ແຂວງຍັງຮັກສາໄດ້ມູນເຊື້ອຂອງການປະຕິວັດ ພ້ອມດຽວກັນສະຫາຍ ຍັງໄດ້ໃຫ້ທິດຊີ້ນຳແກ່ບັນດາການນຳຫລັກແຫລ່ງ ຈົ່ງໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການຜັນເອົາມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ ຫັນລົງສູ່ຮາກຖານຕົວຈິງ, ຖືເອົາມະຕິ 11 ເປັນຫລັກ ແລະ ເປັນແຜນລະອຽດ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ນຳເອົາວາລະແຫ່ງຊາດ ມາຜັນຂະຫຍາຍ ພ້ອມກັບໝູນໃຊ້ເຂົ້າກັບພຶດຕິກຳຕົວຈິງຂອງການພັດທະນາແຂວງ ໃຫ້ກ້າວເດີນໄປຂ້າງໜ້າ, ໂດຍສ້າງຈີນຕະນາການອັນໃໝ່ທີ່ຖືກຕ້ອງ ແລະ ກ້າຮັບເອົາສິ່ງໃໝ່ ທີ່ມີການຫັນປ່ຽນທີ່ດີກວ່າອັນເກົ່າ ສຸດທ້າຍສະມາຊິກພັກທຸກຂັ້ນ ຕ້ອງເປັນແບບຢ່າງທີ່ດີໃນການດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ.

ຫລັງຈາກນັ້ນ, ທາງຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານນາຊອນ ເມືອງສົບເບົາ, ເຊິ່ງເປັນບ້ານເກີດຂອງ ທ່ານທອງລຸນເອງ ໂດຍມີ ທ່ານ ໄຊຍະແສງ ຊົງຢົງຢາ ເລຂາພັກເມືອງ, ເຈົ້າເມືອງ ພ້ອມເຖົ້າແກ່ແນວໂຮມ, ຄູ-ນັກຮຽນ ໃຫ້ການຕ້ອນຮັບ. ບ້ານນາຊອນ ປັດຈຸບັນ ມີພົນລະເມືອງທັງໝົດ 384 ຄົນ, ຍິງ 219 ຄົນ, ມີ 70 ຫລັງຄາ ແລະ 76 ຄອບຄົວ ທົ່ວເມືອງສົບເບົາ ມີເນຶ້ອທີ່ 101,99 ເຮັກຕາ ທິດຕາເວັນອອກ ຕິດກັບເມືອງມົກເຈົາ, ເວິ້ນໂຮ່, ເມືອງລາດ ສສ ຫວຽດນາມ, ທິດຕາເວັນຕົກຕິດກັບເມືອງຊຳເໜືອ, ທິດໃຕ້ຕິດກັບເມືອງວຽງໄຊ ແລະ ທິດເໜືອຕິດກັບເມືອງຊຽງຄໍ້. ມີເນື້ອທີ່ດິນປູກຝັງ 5.734 ເຮັກຕາ, ເນື້ອທີ່ນາ 2.526 ເຮັກຕາ, ພື້ນຖານເສດຖະກິດ ຫລັກ ແມ່ນກະສິກຳ, ມີ 67 ບ້ານ, 4.599 ຄອບຄົວ, ມີພົນລະເມືອງ 25.853 ຄົນ, ຍິງ 12.632 ຄົນ, ມີ 6 ເຜົ່າຊົນຢູ່ລວມກັນໃນທີ່ນີ້.

ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ບາງບັນຫາ ກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍທີ່ອຳນາດການປົກຄອງທຸກຂັ້ນ ຕະຫລອດພໍ່ແມ່ປະ ຊາຊົນ ໄດ້ຍຶດໝັ້ນ ແລະ ຮັກສາໄດ້ມູນເຊື້ອພິລະອາດຫານແຫ່ງປະຕິວັດ ແລະ ຈົ່ງສືບຕໍ່ຮັກສາມູນເຊື້ອດັ່ງກ່າວ, ພ້ອມເສີມຂະຫາຍ ແລະ ສູ້ຊົນເຮັດໃຫ້ປະຊາຊົນພາຍໃນເມືອງ ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ, ເຮັດໃຫ້ທົ່ວສັງຄົມພາຍໃນເມືອງ ປອດຈາກສິ່ງເສບຕິດ, ສິ່ງຜິດກົດໝາຍ ແລະ ສົ່ງເສີມໃຫ້ລູກຫລານໄດ້ຮັບການສຶກສາ ເພື່ອເຮັດໃຫ້ລູກຫລານຫ່າງໄກຈາກສິ່ງອະບາຍຍະມຸກຕ່າງໆ.