ເບິ່ງທາມລາຍຜູ້ຕິດເຊຶ້ອໃຫມ່ໃນຊຸມຊົນ ແຂວງຈຳປາສັກ

599

ຈາກການລາຍງານຂອງຄະນະສະເພາະກິດ ແຂວງຈຳປາສັກ ໃນມື້ວານ ເຖິງເຫດການທີ່ໜ້າເປັນຫ່ວງ ນັ້ນກໍ່ຄືກຸ່ມຊິບປິ່ງ ທີ່ອາດເກີດມີຜູ້ຕິດເຊື້ອເພີ່ມໃນຊຸມຊົນ ແລະ ຕົກມາໃນຕອນເຊົ້າຂອງວັນທີ 23 ກໍລະກົດ ກໍ່ໄດ້ມີການຢືນຢັນວ່າ ກຸ່ມຊິບປິ່ງດັ່ງກ່າວນັ້ນເຫັນວ່າຜົນກວດອອກມາເປັນບວກ ເຊິ່ງຖືວ່າຕິດເຊື້ອພະຍາດໂຄວິດ-19.


ຕາມການຖະແຫຼງຂ່າວຂອງທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກຕາງໜ້າຄະນະສະເພາະກິດກ່າວວ່າ: ສຳລັບແຂວງຈຳປາສັກແລ້ວໃນແຕ່ລະວັນ ມີແຮງງານກັບຄືນບ້ານເກີດເມືອງນອນແມ່ນຫຼາຍກວ່າ 150 ຄົນ ເຊິ່ງຖືວ່າເປັນຄວາມສ່ຽງທີ່ຈະມີການຕິດເຊື້ອມາສູ່ຊຸມຊົນເປັນຕົ້ນກໍ່ແມ່ນປະຊາຊົນ, ແພດຫມໍ, ເຈົ້າໜ້າທີ່ຜູ້ທີ່ໆກ່ຽວຂ້ອງກັບສະຖານະການໃນປັດຈຸບັນ.

ໃນນັ້ນລວມທັງກຸ່ມຊິບປິ່ງຈາກການສຳພາດທາມລາຍຜູ້ກ່ຽວພົບວ່າ: ຜູ້ກ່ຽວເປັນພະນັກງານບໍລິສັດແຫ່ງໜຶ່ງ (ຫວຽດນນາມ) ປັດຈຸບັນແມ່ນຢູ່ບ້ານໂພນສິງໃຄ ນະຄອນປາກເຊ.
ວັນທີ 10 ກໍລະກົດໄປດ່ານວັງເຕົ່າ ກັບ ພະນັກງານອີກ 19 ຄົນ ແລະ ກັບມານອນກັບຄອບຄົວ ( ລູກ 2 ຄົນ), ວັນທີ 11 ກໍລະກົດໄປອອກກຳລັງກາຍຢູ່ແສງດາລາຟິດເນັດ, ວັນທີ 12 ໄປດ່ານວັງເຕົ່າ ຕອນແລງໄປອອກກຳລັງກາຍທີ່ແສງດາລາຟິດເນັດ, ວັນທີ 13-14 ກໍລະກົດ ໄປອອກກຳລັງກາຍທີ່ແສງດາລາຟິດເນັດ, ວັນທີ 15 ໄປດ່ານວັງເຕົ່າ ແລະ ໄປກິນເຂົ້າຢູ່ເຮືອນອ້າຍຮັກ( ຫຼັກ 7) ເຊິ່ງມີຈຳນວນ 8 ຄົນ, ວັນທີ 16 ໄປຕະຫຼາດທ່າຫີນ, ຕະຫຼາດມີໄຊ ແລະ ໄປແສງດາລາຟິດເນັດ.

ວັນທີ 17 ໄປດ່ານວັງເຕົ່າ ແລະ ໄປແສງດາລາຟິດເນັດ, ວັນທີ 18 ໄປດ່ານວັງເຕົ່າ, ໄປຕະຫຼາດຕັງຈະເລີນ ແລະ ແສງດາລາຟິດເນັດ. ວັນທີ 19 ໄປດ່ານວັງເຕົ່າ, ວັນທີ 20 ໄປເກັບຕົວຢ່າງຢູ່ດ່ານວັງເຕົ່າ, ວັນທີ 21 ໄປອອກກຳລັງກາຍທີ່ຈິນດາຟິດເນັດ ມີຈຳນວນ 15 ຄົນ, ວັນທີ 22 ຜົນການກວດອອກເປັນບວກ ແລະ ເຂົ້າຮັກສາຕົວທີ່ ໂຮງຫມໍສະຫນາມວິທະຍາໄລການເງິນ ຜູ້ທີ່ໃກ້ຊິດແທ້ແມ່ນຄອບຄົວ(ລູກ2ຄົນ, ອີກ 8 ຄົນທີ່ກິນເຂົ້າຮ່ວມທີ່ບ້ານອ້າຍຮັກ, ພະນັກງານດ່ານ 19 ຄົນ ແລະ ຈຳນວນຄົນທີ່ສູນອອກກຳລັງກາຍອີກຫຼາຍກວ່າ 100 ຄົນ.

ຈາກການເຂົ້າມາທຸກວັນຂອງຈຳນວນແຮງງານ ບວກກັບການຕິດເຊື້ອໃນຊຸມຊົນ ມາຮອດປະຈຸບັນຕົວເລກຜູ້ຕິດເຊື້ອໂຄວິດ-19 ຢູ່ແຂວງຈຳປາສັກມີທັງໝົດ 1.304 ຄົນ, ຕິດຈາກຊຸມຊົນ ຫຼື ສຳພັດໃກ້ຊິດ 137 ຄົນ, ຕິດຈາກແຮງງານກັບຈາກປະເທດໃກ້ຄຽງ 1.167, ປິ່ນປົວຫາຍດີ 516, ກໍາລັງປິ່ນປົວ 788 ຄົນ.