ການເດີນທາງເ ຂົ້າມາປະເທດຢ່າງຖືກຕ້ອງ ແມ່ນການກະທໍາທີ່ “ຮັກປະເທດຊາດ ຮັກບ້ານເກີດເມືອງນອນຂອງຕົນຢ່າງແທ້ຈິງ”

529

ໃນວັນທີ 23 ກໍລະກົດ 2021 ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ລາຍງານ ສະພາບການເຝົ້າລະວັງພະຍາດໂຄວິດ-19 ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ສໍາລັບໃນ ສປປລາວເຮົາ ໂດຍອີງຕາມການລາຍງານປະຈໍາວັນ ປະຈຸບັນເຫັນວ່າຕົວເລກການຕິດເຊື້ອໃນກຸ່ມຄົນ ແລະ ແຮງງານທີ່ເດີນທາງເຂົ້າມາສປປລາວແມ່ນມີຈຳນວນເພີ້ມຂຶ້ນຫຼວງຫຼາຍ ໃນບັນດາແຂວງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານທີ່ກໍາລັງມີການລະບາດຂອງພະ ຍາດໂຄວິດ 19 ສາຍພັນ ເດວຕາໃນຊຸມຊົນ ( ຄື: ນະຄອນຫຼວງວຽງຈັນ , ແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ສາລະວັນ ,ອັດຕະປື ,ບໍລິຄໍາໄຊ ອຸດົມໄຊ , ຫຼວງນ້ຳທາ, ບໍ່ແກ້ວ ແລະ ແຂວງວຽງຈັນ) ເຊິ່ງຕົວເລກຕິເຊື້ອ ສະເພາະແຕ່ເດືອນກໍລະກົດ 2011 ຮອດມື້ນີ້ (ໄລຍະ 3 ອາທິດ ) ແມ່ນມີຈຳນວນຜູ້ ຕິດເຊື້ອພະຍາດໃນແຮງງານເດີນທາງເຂົ້າມາ ເຖິງ 2,155 ຄົນ ໂດຍສະເພາະແມ່ນແຂວງ ສະຫວັນນະເຂດ (974 ) ແລະ ຈຳປາສັກ (876) ແລະ ຈະຍັງມີການສືບຕໍ່ມີຈຳນວນແຮງງານເດີນທາງກັບເຂົ້າມາປະເທດ ພ້ອມດຽວກັນ ກໍເຫັນວ່າແຂວງຈຳປະສັກເລີ້ມມີການລາຍງານຕົວເລກການຕິດເຊື້ອໃນຊຸມຊົນ ໃນແຕ່ລະວັນຕໍ່ກັບສະພາບມີແຮງງານທີ່ເດີນທາງເຂົ້າມາປະເທດຈຳນວນຫຼວງຫຼາຍໃນແຕ່ລະວັນ ( 2-3 ພັນຄົນ ຕໍ່ວັນ) ແລະ ມີຕົວເລກ ການຕິດເຊື້ອພະຍາດກຸ່ມຄົນດັ່ງກ່າວຈຳນວນເພີ້ມຂຶ້ນຫຼາຍ (ໂດຍສະເລ່ຍ 100-200 ຄົນຕໍ່ມື້) ພ້ອມທັງ ມີ ການຕິດເຊື້ອພະຍາດໃນຊຸມຊົນຢູ່ໃນບາງແຂວງ ສົມທົບກັບບັນດາປະເທດ ອ້ອມຂ້າງຍັງມີການລະບາດຂອງພະຍາດສາຍພັນ ເດວຕາ ໃນຊຸມຊົນ ແລະ ຍັງບໍ່ມີທ່າອຽງທີ່ຈະຫຼຸດລົງ,ສິ່ງເຫຼົ່ານັ້ນ ຖືວ່າເປັນສິ່ງທ້າທາຍ ແລະ ເຮັດໃຫ້ປະເທດຂອງພວກເຮົາແມ່ນມີຄວາມສ່ຽງສູງທີ່ອາດຈະເກີດມີ ການ ລະບາດ ຂອງພະຍາດ ສາຍພັນເດວຕາ ອອກເປັນວົງກ້ວາງພາຍ ໃນປະເທດ ເຊີ່ງເປັນສິ່ງ ບໍ່ປາດຖະຫນາທີ່ຈະ ໃຫ້ເຫດການດັ່ງກ່າວ ເກີດຂຶ້ນໃນປະເທດຂອງພວກເຮົາ ເຊິ່ງຈະເຮັດໃຫ້ການສະກັດກັ້ນແລະຄວບຄຸມພົບຄວາມຫຼັງຍາກ ຫຼື ອາດບໍ່ສາມາດຄວບຄຸມການລະບາດຂອງພະຍາດໄດ້ຄືດັ່ງທີ່ຫຼາຍປະເທດໃນໂລກ ກໍາລັງ ປະເຊີນໜ້າ ກັບບັນຫາດັ່ງກ່າວ.


ດັ່ງນັ້ນຂ້າພະເຈົ້າ ຈຶ່ງຂໍການຮ່ວມມືມາຍັງບັນດາທ່ານທຸກພາກສ່ວນຈົ່ງໄດ້ຍົກສູງສະຕິຄວາມຮັບຜິດຊອບຕໍ່ສັງຄົມ ແລະ ພ້ອມທັງ ເປັນເຈົ້າການໃນການປະຕິບັດຕາມທຸກມາດຕະການທີ່ຄະນະສະເພາະກີດ ຂັ້ນ ສູນກາງ ແລະ ຂັ້ນແຂວງ ລວມທັງ ມາດຕະການຂອງບັນດາຂະແໜງການຕ່າງໆ ວາງອອກ ເຂັ້ມງວດ, ເດັດຂາດກວ່າເກົ່າ ດ້ວຍຄວາມ ເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງ ພ້ອມທັງ ສືບຕໍ່ປະຕິບັດມາດຕະການຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວ, ເຫຼົ້າ 70, ຫຼີກລ້ຽງການເດີນທາງໄປສະຖານທີ່ມີຄົນ ແອອັດ ແລະ ສະຖານທີ່ມີຄວາມສ່ຽງ, ການປະຕິບັດສິດັ່ງກ່າວນີ້ຍັງ ແມ່ນມາດ ຕະການ ຫຼັກ ແລະ ຮັບຜົນດີ ໃນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທຸກສາຍພັນ.


ຂໍຮຽກຮ້ອງ ມາຍັງປະຊາຊົນລາວຂອງພວກເຮົາ ທີ ໄປເຮັດວຽກຢູ່ປະເທດໃກ້ຄຽງ ຖ້າຕ້ອງການຈະກັບຄືນ ສປປລາວ ກໍ່ຂໍໃຫ້ດຳເນີນການເຂົ້າມາຢ່າງຖືກຕ້ອງຕາມລະບຽບການ ໂດຍພົວພັນກັບ ສະຖານທູດລາວ , ກົງສູນລາວ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຂອງປະເທດທີ່ທ່ານເຮັດວຽກຢູ່ ແລະ ເດີນທາງເຂົ້າມາປະເທດໂດຍຜ່ານດ່ານທາງການທີ່ຖືກຕ້ອງ ຖ້າລັກລອບເຂົ້າມາແບບບໍ່ຖືກຕ້ອງ ແມ່ນຈະ ຖືວ່າເປັນຜູ້ ທີ່ມີຄວາມຜິດ ແລະ ຈະຖືກດຳເນີນຄະດີ ຕາມລະບຽບກົດໝາຍ , ແລະ ບັນດາທ່ານທີ່ເປັນ ຍາດພີ່ນ້ອງ ຢູ່ພາຍໃນປະເທດຖ້າມີລູກຫຼານ ຄົນຮູ້ຈັກຮັກແພງ ມີຈຸດປະສົງ ຈະກັບມາກໍ່ຂໍໃຫ້ແນະນຳໃຫ້ເຂົ້າມາ ຢ່າງຖືກຕ້ອງ ຈຶ່ງຈະປອດໄປ ແລະ ບໍ່ຜິດຕໍ່ກົດໝາຍຂອງ ສປປ ລາວ ລັດທະບານແມ່ນຕີລາຄາສູງຕໍ່ການກັບຄືນປະເທດຢ່າງຖືກຕ້ອງຂອງບັນດາທ່ານ ຄືດັ່ງປະໂຫຍກທີ່ ທ່ານ ນາຍົກລັດຖະມົນຕີແຫ່ງສປປລາວ ໄດ້ກ່າວໃນບົດຖະແຫຼງກ່ຽວກັບການສືບຕໍ່ປະຕິບັດ ມາດຕະການຄວບຄຸມພະຍາດ ໃດປີທີ ສະ ຄັ້ງ ວັນທີ 20 ກໍລະກົດ2021 ປີ ( ລັດຖະບານຖືວາການເດີນທາງເຂົ້າມາປະເທດຢ່າງຖືກຕ້ອງ ແມ່ນການກະທໍາທີ່ “ຮັກປະເທດຊາດ ຮັກບ້ານເກີດເມືອງນອນຂອງຕົນຢ່າງແທ້ຈິງ” ຖ້າພວກເຮົາທຸກຄົນ ປະຕິບັດທຸກມາດຕະການໄດ້ດີ ກໍຈະເຮັດໃຫ້ ສະພາບການຕິດເຊື້ອພະຍາດໃນປະເທດຄ່ອຍໆຫຼຸດລົງ ເພື່ອສາມາດບັນລຸຄາດໝາຍລວມ ຄືໃຫ້ມີຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດໜ້ອຍທີ່ສຸດ ເຊິ່ງຈະເປັນເງື່ອນໄຂໃຫ້ແກ່ລັດທະບານ ກໍຄືຄະນະສະເພາະກິດ ພິຈາລະນາຜ່ອນຜັນການປະຕິບັດມາດຕະການໃນຕໍ່ໜ້າ ໄດ້ຕື່ມອີກ ເທື່ອລະກ້າວ.