ມື້ທີ 2 ລາວ ມີຕົວເລກຜູ້ຕິດເຊື້ອ ເຖິງ 200 ວັນທີ 23 ກໍລະກົດ ລາວ ພົບຜູ້ຕິດເຊື້ອ 223 ຄົນ ຕິດເຊື້ອຊຸມຊົນ 3 ຄົນ

602

ໃນວັນທີ 23 ກໍລະກົດ 2021 ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ລາຍງານ ສະພາບການເຝົ້າລະວັງພະຍາດໂຄວິດ-19 ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່  ກ່າວວ່າ: ຮອດປະຈຸບັນ ສປປລາວ ມີຈຳນວນຜູ້ຕິດເຊື້ອສະສົມທັງໝົດ 4.342 ຄົນ, ມີຈຳນວນ ເສຍຊີວິດສະສົມ 5 ຄົນ ແລະ ຍັງສືບຕໍ່ປິ່ນປົວ 1.735 ຄົນ, ສະເພາະວັນທີ 22 ກໍລະກົດ ໄດ້ເກັບຕົວຢ່າງໄປກວດຫາເຊື້ອທັງໝົດ 1.754 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 223 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 7 ຄົນ, ແຂວງສະຫວັນນະເຂດ 117 ຄົນ, ແຂວງສາລະວັນ 34 ຄົນ ແລະ ແຂວງຄຳມ່ວນ  1 ຄົນ ແລະ ແຂວງຈຳປາສັກ 57 ຄົນ, ບໍລິຄຳໄຊ 6 ຄົນ, ຫຼວງນໍ້າທາ 1 ຄົນ,  ໃນຈຳນວນ 220 ຄົນ ແມ່ນເປັນແຮງງານນຳເຂົ້າ ແລະ ໃນນີ້ມີຜູ້ຕິດເຊື້ອຊຸມຊົນ 3 ຄົນ ຢູ່ແຂວງຈຳປາສັກ 2 ຄົນ ແລະ ຫຼວງນໍ້າທາ 1 ຄົນ.

ຂະນະດຽວກັນຍັງມີຜູ້ເດີນທາງເຂົ້າລາວທັງໝົດ 3.140 ຄົນ ໂດຍຜ່ານດ່ານາ ລາວ-ໄທ 2.234 ຄົນ, ລາວ-ຈີນ 16 ຄົນ, ລາວ-ຫວຽດນາມ 890 ຄົນ ທຸກຄົນທີ່ເດີນທາງເຂົ້າມາແມ່ນໄດ້ຖືກເກັບຕົວຢ່າງກວດຫາເຊື້ອ ແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຫຼື ໂຮງແຮມທີ່ທາງຄະນະສະເພາະກິດກຳນົດໄວ້ຈົນຄົບ 14 ວັນ, ມາຮອດປະຈຸບັນທົ່ວປະເທດຍັງມີສູນຈຳກັດບໍລິເວນທັງໝົດ 49 ສູນ ມີຜູ້ຈຳກັດບໍລິເວນ 8.121 ຄົນ.