ເມືອງແກ່ນທ້າວ ຈັດກອງປະຊຸມວຽກງານກວດກາທົ່ວເມືອງ ປະຈໍາ 5 ປີ

420

ກອງປະຊຸມວຽກງານກວດກາ ປະຈໍາປີ 2020 ແລະ ປະຈໍາ 5 ປີ (2016-2020) ທົ່ວເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ 2021 ນີ, ຢູ່ທີ່ສະໂມສອນຂອງເມືອງ. ໂດຍການເປັນປະທານຂອງສະຫາຍ ບຸນສົງ ລາດຊະວົງ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກເມືອງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສົມຫວັງ ແກ້ວວິໄລສັກ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງ, ສະຫາຍ ອໍາຄາ ລັດສະໝີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາ, ຮອງເລຂາໜ່ວຍພັກ, ປະທານ, ຮອງປະທານກວດກາຄະນະພັກຮາກຖານ, ຜູ້ກວດກາ ແລະ ຜູ້ຊ່ວຍວຽກກວດກາໜ່ວຍພັກສໍານັກງານ, ອົງການ, ແລະ ບ້ານເທດສະບານເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ບຸນສົງ ລາດຊະວົງ ຮອງເລຂາພັກເມືອງ, ປະທານກວດກາພັກເມືອງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາ 5 ປີ ( 2016-2020 ), ປະຈໍາປີ 2020 ແລະ ທິດທາງແຜນການ ປີ 2021 ວ່າ: 5 ປີຜ່ານມາຄະນະກວດກາພັກເມືອງໄດ້ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ ໂດຍໄດ້ກວດກາຕິດຕາມການປະຕິບັດໜ້າທີ່ຂອງຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ. ທົ່ວເມືອງ ມີຄະນະບໍລິຫານງານພັກເມືອງ 27 ສະຫາຍ, 5 ສະຫາຍ. ໃນນີ້, ກໍາມະການປະຈໍາພັກເມືອງ 9 ສະຫາຍ, ຍິງ 2 ສະຫາຍ, ກໍາມະການພັກເມືອງ 18 ສະຫາຍ, ຍິງ 3 ສະຫາຍ, ມີ 1 ຄະນະພັກຮາກຖານກຸ່ມບ້ານພັດທະນາ, ມີ 4 ຄະນະພັກຮາກຖານສໍານັກງານ-ອົງການ, ກົມກອງ, ມີ 101 ໜ່ວຍພັກ, ເພີ່ມຂຶ້ນ 7 ໜ່ວຍພັກ. ຜ່ານການກວດກາຕີລາຄາແບ່ງປະເພດໜ່ວຍພັກ ຈໍານວນ 94 ໜ່ວຍພັກ, ສາມາດສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ 68 ໜ່ວຍພັກ, ກວມເອົາ 72,34 %, ບໍ່ແບ່ງ 19 ໜ່ວຍພັກ ກວມເອົາ 20,21 %, ໜ່ວຍພັກກາງ 7 ໜ່ວຍພັກ ກວມເອົາ 7,44 %, ບໍ່ແບ່ງ 7 ໜ່ວຍພັກ. ທົ່ວເມືອງມີສະມາຊິກພັກທັງໝົດ 1.450 ກວ່າສະຫາຍ, ຍິງ 320 ກວ່າສະຫາຍ ເພີ່ມຂຶ້ນ 320 ກວ່າສະຫາຍ. ຈາກນັ້ນ, ໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາ 5 ປີ ( 2016-2020 ) ແລະ ທິດທາງແຜນການ ປີ 2021 ຂອງຄະນະກວດກາພັກແຂວງ, ຮັບຟັງການປະກອບຄໍາເຫັນຂອງບັນດາຂະແໜງການຕ່າງໆຢູ່ພາຍໃນເມືອງ.

ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງສະຫາຍ ສົມຫວັງ ແກ້ວວິໄລສັກ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງ ເຊິ່ງສະຫາຍໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນ ແລະ ຈໍາເປັນສໍາລັບວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ ແລະ ການຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ເປັນຕົ້ນແມ່ນໄດ້ເນັ້ນໜັກດ້ານດີ, ດ້ານອ່ອນ, ຂໍ້ຄົ້ງຄ້າງ ແລະ ທິດທາງແຜນໃນຕໍ່ໜ້າ ຂອງຄະນະກວດກາແຕ່ລະຂັ້ນ ທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງໃຫ້ມີບາດກ້າວບຸກທະລຸ.
ຂ່າວ: ແສງເພັດ