ແຈ້ງການດ່ວນ ຈະລະບາຍນ້ຳອອກຈາກເຂື່ອນນ້ຳອູ1 ພາຍໃນມື້ນີ້

543

ອີງຕາມຂ່າວສານຫຼວງພະບາງລາຍງານວ່າ ບໍລິສັດໄຟຟ້ານ້ຳອູຈຳກັດ-ໂຄງການເຂື່ອນໄຟຟ້ານ້ຳອູ1 ມີແຜນຈະລະບາຍນ້ຳ ໃນວັນທີ 23 ກໍລະກົດ 2021 ແລະໄດ້ອອກແຈ້ງການຄວາມປອດໄພ ໃນລະດັບການແຈ້ງເຕືອນສີຟ້າ ເຖິງອົງການປົກຄອງເມືອງປາກອູ ແຂວງຫລວງພະບາງ ທັງພາກລັດ ແລະພໍ່ແມ່ປະຊາຊົນ ທີ່ອາໄສຢູ່ລຸ່ມເຂື່ອນໄຟຟ້ານ້ຳອູ1 ເຊີ່ງທາງເຂື່ອນໄດ້ແຈ້ງເຕືອນໃຫ້ຊາບກ່ຽວກັບສິ່ງທີ່ຄວນລະວັງ ແລະເລື່ອງຄວາມປອດໄພ ດັ່ງນີ້:


1. ເມື່ອທາງເຂື່ອນໄດ້ທຳການປ່ອຍນ້ຳ ຄວນຢຸດການເດີນເຮືອ, ຫາປາ, ລາກໄມ້ ແລະສິ່ງອື່ນໆຕາມລຳນ້ຳອູຢ່າງເດັດຂາດ.
2. ເມື່ອເວລາເຂື່ອນປ່ອຍນ້ຳອອກ, ຜູ້ທີ່ບໍ່ກ່ຽວຂ້ອງກະລຸນາຢ່າງຫ່າງຈາກນ້ຳອູ.
3. ອຳນາດການປົກຄອງຂອງແຕ່ລະບ້ານ ຕ້ອງແຈ້ງໃຫ້ແຕ່ລະຄອບຄົວມີສະຕິເຝົ້າລະວັງນ້ຳຖ້ວມ, ພ້ອມທັງແນະນຳບອກສອນໃຫ້ເດັກນ້ອຍຫ້າມລົງຫຼິ້ນນ້ຳ ແລະຫ້າມຈັບປາເດັດຂາດ.


4. ກ່ອນຂ້າມຂົວ ຄວນເບີ່ງໃຫ້ແນ່ໃຈວ່າມີຄວາມປອດໄພ, ຫ້າມເຂົ້າໄປໃນພື້ນທີ່ມີຄວາມເຊາະເຈື່ອນ ແລະດິນເຈື່ອນທີ່ເປັນອັນຕະລາຍໂດຍເດັດຂາດ.
5. ຍັບຍ້າຍສັບສິນໄປສະຖານທີ່ທີ່ປອດໄພ.


6. ຖ້າຫາກມີສັນຍານອັນຕະລາຍ, ການຈັດຕັ້ງບ້ານຕ້ອງແຈ້ງ ແລະຍົກຍ້າຍປະຊາຊົນໄປພື້ນທີ່ສູງ ເມື່ອເວລາເກີດນ້ຳຖ້ວມ ກະລຸນາອອກຈາກທີ່ຢູ່ອາໄສຂອງທ່ານຢ່າງໄວວາ ເພື່ອຍົກຍ້າຍໄປບ່ອນທີ່ປອດໄພ​ ແລະ ເລີ່ມປະຕິບັດການຊ່ວຍເຫຼືອຕົນເອງໃນຂະນະທີ່ລໍຖ້າການຊ່ວຍເຫຼືອຈາກທາງນອກ.

ແຈ້ງການຈາກບໍລິສັດ