ເປີດຮັບທຸລະກິດລາວ ເຂົ້າຊິງລາງວັນທຸລະກິດດີເດັ່ນ ປີ 2021

714

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ(ສຄອຊ) ຮ່ວມກັບໂຄງການ RECOTEVET ຂອງ GIZ ປະຈຳລາວຖະແຫຼງຂ່າວ ກຽມຈັດງານຊິງລາງທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2021 ເພື່ອຫາທຸລະກິດລາວຊະນະເລີດ ເພື່ອເປັນໂຕແທນທຸລະກິດຂອງລາວເຂົ້າຊິງລາງວັນທຸລະກິດດີເດັ່ນຂອງອາຊຽນ 2021 ລວມ10ລາງວັນ.

ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ ກ່າວວ່າ: ລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປລາວ 2021 (ABA Laos 2021) ເປັນງານມອບລາງວັນທີ່ເປີດກວ້າງຕໍ່ສະມາຊິກ ສຄອຊ ແລະ ທຸກໆຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດ ຂອງ ສປປ ລາວ ທີ່ດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ, ບໍ່ວ່ານ້ອຍ ຫລື ໃຫຍ່ ກໍສາມາດສົ່ງເຂົ້າສະໝັກແຂ່ງຂັນເອົາລາງວັນໄດ້ ເຊິ່ງທຸລະກິດທີ່ຊະນະເລີດໄດ້ຮັບລາງວັນ ຈາກ (ASEAN Business Awards Laos 2021) ຈະຖືກສົ່ງສະໝັກເຂົ້າແຂ່ງຂັນຕໍ່ໃນລະດັບອາຊຽນເຊິ່ງຈະໄດ້ພົບກັບບັນດາຫົວຫນ່ວຍທຸລະກິດທີ່ມີຊື່ສຽງໃນລະດັບພາກພື້ນ.

ການປະກາດຜົນຜູ້ທີ່ໄດ້ຮັບລາງວັນລະດັບພາກພື້ນແມ່ນຈະໄດ້ຈັດຂຶ້ນໃນໄລຍະການຈັດກອງກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ (ASEAN Business & Investment) ໃນ ກອງປະຊຸມສຸດຍອດອາຊຽນ (ASEAN Summit) ຄັ້ງທີ 37 ໃນທ້າຍປີ 2021 ທີ່ ປະເທດ ບູໄນ.

ປະເພດລາງວັນສຳລັບປີ 2021 ປະກອບມີ 3 ປະເພດເຊັ່ນ: ປະເພດທີ 1. ລາງວັນຂະແໜງບູລິມະສິດດີເດັ່ນ ປະກອບມີ 12 ຂະແໜງການເຊັ່ນ: ຂະແໜງກະສິກຳ, ຂະແໜງພະລັງງານ, ຂະແໜງປະມົງ, ຂະແໜງປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ຂະແໜງຫັດຖະກຳ, ຂະແໜງ ICT, ຂະແໜງພື້ນຖານໂຄງລ່າງ, ຂະແໜງຕັດຫຍິບ, ຂະແໜງທ່ອງທ່ຽວ, ຂະແໜງຂົນສົ່ງ ແລະ ໂລຈີດຕິກ, ຂະແໜງຂາຍຍົກ/ຂາຍຍ່ອຍ ແລະ ຂະແໜງຜະລິດຕະພັນໄມ້.

ປະເພດທີ 2 ແມ່ນລາງວັນຂະແໜງທຸລະກິດ SME ດີເດັ່ນ (SME Excellence Award) ປະກອບມີ 5 ຂະແໜງການ ເພີ່ມມາໃໝ່ 1 ຂະແໜງ ການ ເຊັ່ນ: ລາງວັນການຂະຫຍາຍໂຕທຸລະກິດດີເດັ່ນ, ການຈ້າງງານດີເດັ່ນ, ນະວັດຕະກຳດີເດັ່ນ, ການປະກອບສ່ວນຕໍ່ສັງຄົມ ແລະ ລາງວັນການຫັນເປັນດິຈີຕອລດີເດັ່ນ (ລາງວັນເພີ່ມມາໃໝ່) ແລະ ປະເພດທີ 3 ແມ່ນລາງວັນພິເສດ ປະກອບມີ 8 ປະເພດລາງວັນ ເພີ່ມມາໃໝ່ 1 ຂະແໜງການເຊັ່ນ: ລາງວັນເພື່ອນມິດສປປລາວດີເດ່ັນ (ມີ 3 ລາງວັນ), ລາງວັນທຸລະກິດຄອບຄົວດີເດັ່ນ, ລາງວັນທຸລະກິດເພື່ອສັງຄົມແບບຍືນຍົງ, ລາງວັນທຸລະກິດສີຂຽວ, ລາງວັນທຸລະກິດລິເລີ່ມ, ລາງວັນນັກທຸລະກິດໜຸ່ມດີເດັ່ນ, ລາງວັນຜູ້ປະກອບການແມ່ຍິງດີເດັ່ນ ແລະ ລາງວັນການພັດທະນາສີມືແຮງງານດີເດັ່ນ (ລາງວັນເພີ່ມມາໃໝ່ມີທັງໝົດ 10 ລາງວັນ).

ທ່ານ ສັນຕິ ອິນທະວົງ ຊ່ຽວຊານຝ່າຍລາວ ໂຄງການພັດທະນາອາຊີວະສຶກສາ ປະຈໍາ ສປປລາວ ອົງການ ຈີໄອແຊັດກ່າວວ່າ: ລາງວັນດັ່ງກ່າວແນ່ໃສ່ພາກທຸລະກິດຮັບຮູ້ ຊຸກຍູ້ຜູ້ປະກອບການຫັນມາເຮັດໃຫ້ທຸລະກິດຂອງເຂົາເຈົ້າ ມີການພັດທະນາ ແລະ ແຂງຂັນ ໂດຍສ້າງພະນັກງານໃຫ້ມີຄຸນນະພາບ ສາມາດແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.

ທ່ານ ສະຫວັນຄອນ ຣາຊະມູນຕີ ປະທານສະມາຄົມນັກຂ່າວ ແຫ່ງປະເທດລາວໄດ້ກ່າວວ່າ: ລາງວັນດັ່ງກ່າວເປັນລາງວັນທີ່ຮັບໃຊ້ແຜນຍຸດທະສາດຂອງອາຊຽນໃຫ້ມີການພັດທະນາເສດຖະກິດ ທຸລະກິດໃຫ້ມີການແຂ່ງຂັນເຮັດໃຫ້ທຸລະກິດໃນບັນດາປະເທດ ມີຄວາມເຂັ້ມແຂງ ສ້າງຜົນປະໂຫຍດມາສູ່ບັນດາປະເທດໃນອາຊຽນ.

ພິທີຖະແຫຼງຂ່າວ ມີຂຶ້ນວັນທີ 22 ກໍລະກົດ 2021 ທີ່ ສຄອຊ ເຂົ້າຮ່ວມຂອງທ່ານ ທະນົງສິນ ກັນລະຍາ, ທ່ານ ສະຫວັນຄອນ ລາຊະມູນຕີ, ທ່ານ ສັນຕິ ອິນທະວົງ ພ້ອມດ້ວຍພາກທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.