ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງ

699

ພາຍຫຼັງຝົນຕົກຕິດຕໍ່ກັນເປັນເວລາຫຼາຍວັນ ແຕ່ວັນທີ 18 ຫາ 21 ກໍລະກົດ 2021 ຜ່ານມາ ໄດ້ເຮັດໃຫ້ຫ້ວຍນໍ້າ ແລະ ແມ່ນໍ້າສາຍຕ່າງໆ ມີປະລິມານເພີ່ມຂຶ້ນຢ່າງກະທັນຫັນ ໄດ້ເຮັດໃຫ້ພື້ນຖານໂຄງລ່າງມີຄວາມເສຍຫາຍຫຼາຍພໍສົມຄວນ ແລະ ໄດ້ເຮັດໃຫ້ແມ່ນໍ້າມະ, ນໍ້າລອງເພີ່ມສູງຂຶ້ນ, ຖ້ວມເນື້ອທີ່ທໍາການຜະລິດດເຂົ້ານາປີ, ສວນອ້ອຍ ແລະ ຊົນລະປະທານເສຍຫຼາຍແຫ່ງ. ພ້ອມນີ້ ຍັງມີເຮືອນຂອງປະຊາຊົນ ຈໍານວນ 10 ຫຼັງຄາເຮືອນທີ່ຂຶ້ນກັບບ້ານສະ, ບ້ານໂພຄໍາ ແລະ ບ້ານຄົກຫີນ ໄດ້ຖືກນໍ້າຖ້ວມ.


ຕາມການລົງເກັບກໍາຂໍ້ມູນໃນເບື້ອງຕົ້ນຂອງພາກສ່ວນທີ່ກ່ຽວຂ້ອງຂອງເມືອງເຫັນວ່າ: ປັດຈຸບັນເສັ້ນທາງເລກທີ 17B ໄດ້ຖືກນໍ້າເສາະເຈື່ອນ 5 ຈຸດ; ໃນນີ້ ຈຸດບ້ານສີວິໄລ ລົດບັນທຸກໜັກບໍ່ສາມາດແລ່ນຜ່ານໄດ້, ຊົນລະປະທານ 70 ແຫ່ງໄດ້ຮັບຄວາມເສຍຫາຍ, ເນື້ອທີ່ຜະລິດເຂົ້ານາປີ 30 ເຮັກຕາ ແລະ ສວນອ້ອຍຂອງປະຊາຊົນ 10 ເຮັກຕາ ໄດ້ຖືກນໍ້າຖ້ວມ ແລະ ເສາະເຈື່ອນ; ຕໍ່ກັບບັນຫານໍ້າຖ້ວມໃນຄັ້ງນີ້, ທາງຄະນະນໍາຂັ້ນເມືອງ ກໍໄດ້ສົ່ງ ກອງກໍາລັງປ້ອງກັນຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ລົງຊ່ວຍປະຊາຊົນ ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້.

ນອກຈາກນີ້,ບໍລີສັດຈຸງຫຽວທີ່ຮັບເໝົາການກໍ່ສ້າງເຂື່ອນໄຟຟ້ານໍາລອງ 2 ກໍໄດ້ຮັບຜົນກະທົບເຊັນດຽວກັນ, ໃນນີ້ ມີໂຮງງານຄົບຫີນ 1 ຊຸດ, ລົດດາມ ຈໍານວນ 3 ຄັນ, ລົດຈົກ 2 ຄັນ, ລົດຕັກ 1 ຄັນ, ເຄື່ອງເຈາະຫີນ 6 ເຄື່ອງ, ຖັງເກັບນໍ້າມັນ 4.000 ລິດ, ພັດລົມດູດອາກາດ 4 ເຄື່ອງ, ແຄ້ມພັກຂອງພະນັກງານ ແລະ ອຸປະກອນອີກຈໍານວນໜື່ງ ໄດ້ຖືກກະແສ່ນໍ້າພັດໄຫຼ ແລະ ຖ້ວມເຂດກໍ່ສ້າງເຂື່ອນໄຟຟ້ານໍ້າລອງ 2 ລວມມູນຄ່າຄວາມເສຍຫາຍ ປະມານ 5ແສນ ໂດລາສະຫະລັດ ຫຼື ປະມານ 4,7 ຕື້ກວ່າກີບ.


ສໍາລັບເນື້ອທີ່ທໍາການຜະລິດຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ຍັງບໍ່ສາມາດປະເມີນມູນຄ່າເສຍຫາຍຕົວຈິງໄດ້ .

ຂ່າວ: ສົມພອນ ຂຸນດາວົງ