ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະລົງຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ

442

ໃນລະຫວ່າງວັນທີ 20 ຫາ 22 ກໍລະກົດ 2021 ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຮອງຫົວຫນ້າຄະນະຊີ້ນໍາ ແລະ ຜູ້ປະຈໍາການ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມຄະນະໄດ້ລົງຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໂດຍໄດ້ຂີ່ລົດໄຟທີ່ຮັບໃຊ້ໃນວຽກງານກວດວຽກ ເພື່ອກວດກາລະບົບລາງ, ສະຖານີ ແລະວຽກງານປິ່ນອ້ອມອື່ນໆ.


ໂດຍໃນວັນທີ 20 ກໍລະກົດ 2021 ໄດ້ລົງຊຸກຍູ້ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງສະຖານີ ນະຄອນຫຼວງວຽງຈັນ ຈາກນັ້ນກໍເດີນທາງດ້ວຍລົດໄຟທີ່ຮັບໃຊ້ໃນວຽກງານກວດວຽກ ລົງຕິດຕາມຊຸກຍູ້ການກໍ່ສ້າງສະຖານີ ໂພນໂຮງ, ສະຖານີວັງວຽງ, ສະຖານີກາສີ ແລະ ສະຖານີ ຫຼວງພະບາງ.


ສຳເລັດວຽກການກໍ່ສ້າງສະຖານີໂຄງການກໍ່ສ້າງທາງລົດໄຟລາວ-ຈີນ 11 ສະຖານີຄື: ສະຖານີບໍ່ເຕ່ນ, ສະຖານີນາ ເຕີຍ, ສະຖານີນາຫມໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງພະບາງ, ສະຖານີກາສີ, ສະຖານີວັງວຽງ, ສະຖານີໂພນໂຮງ, ສະຖານີນະຄອນຫຼວງວຽງຈັນ ແລະ ສະຖານີສິນຄ້າວຽງຈັນໃຕ້ ມາຮອດທ້າຍເດືອນພຶດສະພາມີຄວາມຄືບໜ້າ 73,96%.


ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານວ່າ: ລວມຄວາມຄືບຫນ້າທັງໝົດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕ່ນ ຫາ ສະຖານີວຽງຈັນໃຕ້ (ທ່ານາແລ້ງ) ລວມຄວາມຍາວ 426 ກິໂລແມັດ ມາຮອດວັນທີ 31 ພຶດສະພາ ປີ 2021 ສໍາເລັດ 92,80%.


ໄດ້ແບ່ງການກໍ່ສ້າງອອກເປັນ 2 ຊ່ວງ, ສະເພາະຄວາມຄືບຫນ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 1 (409 ກິໂລແມັດ) ແຕ່ບໍ່ເຕ່ນ ຫາ ສະຖານີໂດຍສານນະຄອນຫລວງວຽງຈັນ ລວມຄວາມຍາວ 409 ກິໂລແມັດ ປະຕິບັດສໍາເລັດ 98,80% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.


ໃນນີ້ວຽກງານການວາງລາງທາງລົດໄຟ ສໍາເລັດ 409 ກິໂລແມັດ ເທົ່າກັບ 100%, ການຕັ້ງເສົາໄຟຟ້າ ສໍາເລັດ86,9%, ຕິດຕັ້ງແຂນຍືນແຈກໄຟຟ້າ ສໍາເລັດ98,9%; ຕິດຕັ້ງສາຍໄຟແຈກໄຟຟ້າຕາມລະບົບໄຟ ສໍາເລັດ67,9%.


ການວາງສາຍໄຟແຮງສູງ 10ກິໂລໂວນ ສຳເລັດ95,30% ; ການວາງສາຍໄຟແຮງຕໍ່າ ເທົ່າກັບ 75,40%; ການວາງສາຍໄຍແກ້ວສຳເລັດ 99,90%

ຕິດຕັ້ງຫຼັກສັນຍານໂທລະຄົມອອກແບບ 67 ເສົາ ໄດ້ສໍາເລັດການເທເບຕົງຖານເສົາ 66 ແຫ່ງ ເທົ່າກັບ99%; ສໍາເລັດການວາງສາຍສັນຍານໂທລະຄົມ 370,70 ກິໂລແມັດເທົ່າກັບ 66%.

ສ່ວນຄວາມຄືບຫນ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງທີ 2 ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ ຫາ ສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ລວມຄວາມຍາວ 17 ກິໂລແມັດປະຕິບັດສໍາເລັດ 72% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.


ສຳລັບວັນທີ21 ກໍລະກົດ ໄດ້ເປີດກອງປະຊຸມ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຂຶ້ນທີ່ນະຄອນ ຫຼວງພະບາງ ໂດຍການເປັນປະທານຂອງ ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ ທັງເປັນຮອງຫົວຫນ້າຄະນະຊີ້ນໍາ ແລະ ຜູ້ປະຈໍາການ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ຍັງຄ້າງຄາ, ແນໃສ່ຮ່ວມກັນຊອກຫາທາງອອກ, ມາດຕະການ ແລະ ວິທີແກ້ໄຂບັນຫາທີ່ຖືກຕ້ອງ, ສົມເຫດສົມຜົນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມ ແຜນການທີ່ກໍານົດໄວ້.

.