ບໍ່ຄິດວ່າມາແຂ່ງກັບໃຜ ພຽງຢາກຊະນະໃຈ ຕົວເອງກໍພໍແລ້ວ ນໍ້າຝົນ ປາທິດຕາ MTL05

431

ສົດໃສ ໜ້າຮັກທີ່ສຸດເລີຍ ສໍາລັບສາວຄົນນີ້ ປາທິດຕາ ຄົງສົມບູນ ຫຼື ນໍ້າຝົນ MTL05 ປັດຈຸບັນອາຍຸ 16 ປີ ລວງສູງ 173 ກຳລັງຮຽນຢູ່ໂຮງຮຽນ ມ.ປາຍ ປາກຊັນ ປີທີ 6 ເປົ້າໝາຍຂອງການເຂົ້າຮ່ວມປະກວດໃນເວທີ Miss Teen Laos 2021 ໃນຄັ້ງນີ້ຄືການຢາກຊ່ວຍເຫຼືອສັງຄົມ ແລະ ເດັກນ້ອຍທີ່ດ້ອຍໂອກາດ ໃຫ້ສາມາດເຂົ້າເຖິງການສຶກສາຢ່າງເທົ່າທຽມໄດ້ຫຼາຍຂຶ້ນ.

May be a closeup of 1 person and text

ນ້ອງນໍ້າຝົນ ໄດ້ໃຫ້ສໍາພາດວ່າ: ບໍ່ເຄີຍປະກວດເວທີໃດມາກ່ອນເລີຍ ມາ Miss Teen Laos ນີ້ເປັນເວທີທໍາອິດສຳລັບນ້ອງ ແລະ ນ້ອງເອງກໍຮູ້ສຶກພູມໃຈກັບເວທີນີ້ຫຼາຍ ເພາະນ້ອງໄດ້ຮູ້ ໄດ້ປະສົບການຫຼາຍສິ່ງຫຼາຍຢ່າງເລີຍ ຄວາມໃຝ່ຝັນຂອງຕົວນ້ອງຈາກການປະກວດຄືນ້ອງຢາກຈະເປັນ Miss Teen Laos 2021 ດວງດາວແຫ່ງຍຸກສະໄໝ ເພາະເປັນຄວາມຝັນ ແລະ ເປົ້າໝາຍຊ່ວຍເປີດປະຕູ ເປີດທາງໃຫ້ນ້ອງເດີນສູ່ວົງການບັນເທີງທີ່ຫວັງໄວ້ ເຊັ່ນ: ນາງງາມ, ນາງແບບ, ນັກສະແດງ ແລະ ຕອນນີ້ນ້ອງກໍຈະພະຍາຍາມເຮັດຢ່າງເຕັມທີ່ ແລະ ດີທີ່ສຸດ ເພື່ອບັນລຸເປົ້າໝາຍຂອງນ້ອງໃຫ້ໄດ້.

May be an image of 1 person

ຄະຕິປະຈຳໃຈຂອງນ້ອງ ຄື “ ເສຍໃຈດີກ່ອນເສຍດາຍ ” ສຳລັບຄວາມສາມາດຂອງນ້ອງມີຄື: ຟ້ອນສິລະປະ ແລະ ຫຼິ້ນດົນຕີພື້ນເມືອງ ນ້ອງຢາກຈະສະແດງອອກສູ່ສາຍຕາທຸກຄົນ ຢາກໃຫ້ທຸກຄົນໄດ້ເຫັນວ່າປະເທດລາວ ກໍເປັນປະເທດທີ່ມີວັດທະນະທຳທີ່ງົດງາມປະເທດໜຶ່ງ ທີ່ບໍ່ວ່າໂລກຈະປ່ຽນແປງໄປຫຼາຍປານໃດ ແຕ່ວັດທະນະທຳປະເພນີກໍຍັງຮັກສາໄວ້ຢູ່ຄືເກົ່າ, ສະນັ້ນນ້ອງເຊື່ອວ່ານ້ອງກໍສາມາດທີ່ຈະເປັນຕົວຢ່າງທີ່ດີທີ່ຮູ້ຈັກຮັກສາຮີດຄອງປະເພນີລາວໄດ້ດີ ເພື່ອເຜີຍແຜ່ໃຫ້ສາກົນໄດ້ຮັບຮູ້.

May be a closeup of 1 person

ນ້ອງຄິດວ່າຈຸດເດັ່ນຂອງນ້ອງທີ່ມີ ຄືຄວາມສົດໃສ ແລະ ຄວາມໝັ້ນໃຈຂອງຕົວເອງ ການທີ່ເຮົາເປັນຕົວເຮົາໃນເວີຊັນທີ່ດີທີ່ສຸດຂອງເຮົາ ບໍ່ຄິດວ່າຈະມາແຂ່ງກັບໃຜແຕ່ຄິດວ່າມາແຂ່ງກັບໃຈຕົວເອງ ນ້ອງຄິດວ່າຄວາມໝັ້ນໃຈ ແລະ ຄວາມສົດໃສຂອງນ້ອງຈະສາມາດເອົາຊະນະໃຈກຳມະການ ເຮົາມີຄວາມໝັ້ນໃຈໃນຕົວເຮົາ ຕຳແໜ່ງກໍຢູ່ບໍ່ໄກເກີນເອື້ອມຢ່າງແນ່ນອນ.

May be an image of 2 people

ໃນການເຂົ້າຮ່ວມປະກວດໃນຄັ້ງນີ້ ນ້ອງເອງກຽມຕົວທຸກຢ່າງເລີຍກ່ອນມາປະກວດ ເຊັ່ນ: ຮັກສາຕົວເອງ, ນອນໄວ, ກິນອາຫານທີ່ມີປະໂຫຍດ, ອອກກຳລັງກາຍຮັກສາຫຸ່ນ, ເບິ່ງແຍງດູແລຜິວ ແລະ ຝຶກຊ້ອມເດີນແບບ ຝຶກຊ້ອມເວົ້າຫຼາຍຂຶ້ນ ຝຶກຊ້ອມທຸກຢ່າງເຕັມທີ່ເລີຍ.

ເປົ້າໝາຍໃນການຊ່ວຍເຫຼືອສັງຄົມ ນ້ອງເອງກໍຢາກເປັນໜຶ່ງໃນໂຄງການສົ່ງເສີມການສຶກສາຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາດ ເພາະນ້ອງຄິດວ່າທຸກຄົນມິສິດທີ່ຈະໄດ້ຮັບທຸກຢ່າງເທົ່າທຽມກັນ.

May be a closeup of 1 person and standing

ກິດຈະກຳຍາມວ່າງທີ່ນ້ອງມັກເຮັດຄື ນ້ອງມັກອອກກຳລັງກາຍ ແລະ ມັກເຮັດອາຫານສະຕາຍການແຕ່ງຕົວ ແມ່ນແບບໃດກໍໄດ້ແຕ່ສ່ວນຕົວຄິດວ່າແບບຫວານໆໜ້າຮັກໆ ຈະເໝາະກັບຕົວເອງທີ່ສຸດ ແລະ ສຸດທ້າຍນີ້ກໍຢາກໃຫ້ທຸກຄົນເຊຍ ແລະ ເປັນກຳລັງໃຫ້ນ້ອງ MTL05 ແດ່ເດີ fb: Pathidta Kongsomboon ນ້ອງຈະເຮັດຢ່າງເຕັມທີ່.

ຮູບ: Pathidta Kongsomboon