ບໍລິສັດພລາເນັດ ບໍລິສັດຊັ້ນນຳທາງດ້ານການບໍລິການອິນເຕີເນັດ ກັບການປ່ຽນແປງໃໝ່ດ້ານກາໝາຍສິນຄ້າ ແລະ ຮູບແບບການບໍລິການ

1377

ເພື່ອຍົກລະດັບຄວາມທັນສະໄໝ ແລະ ເປັນສັນຍາລັກໃໝ່ ບໍລິສັດ ພລາເນັດ ຈໍາກັດ ໄດ້ຈັດພິທີຖະແຫຼງຂ່າວ ແລະ ນຳສະເໜີກາໝາຍການຄ້າ ຫຼື ໂລໂກ້ ຂອງບໍລິສັດໃໝ່ ຂຶ້ນໃນວັນທີ 22 ກໍລະກົດ 2021 ທີ່ສໍານັກງານບໍລິສັດດັ່ງກ່າວຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ມະໂນລີ ເຄນນາວົງ ຜູ້ອໍານວຍການ ບໍລິສັດ ພລາເນັດ ຈຳກັດ, ພ້ອມດ້ວຍ ທ່ານ ສຸພົນ ພູມສະຫວັດ ຮອງຜູ້ອຳນວຍການ ບໍລິສັດ ພລາເນັດ, ບັນດາທ່ານຫົວໜ້າພະແນກ, ພະນັກງານຂອງບໍລິສັດ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ນາງ ມະໂນລີ ເຄນນາວົງ ກ່າວວ່າ: ຈຸດປະສົງການປ່ຽນໂລໂກ້ໃໝ່ຂອງບໍລິສັດ ເນື່ອງຈາກວ່ານັບແຕ່ 2011 ເປັນຕົ້ນມາ ພລາເນັດ ໄດ້ມີການປ່ຽນຊື່ບໍລິສັດ ແຕ່ຍັງໃຊ້ໂລໂກ້ເດີມ ຈົນຮອດທ້າຍປີ 2020 ພລາເນັດ ຈຶ່ງໄດ້ຕົກລົງປ່ຽນໂລໂກ້ ແລະ ສີສັນໃໝ່ ເພື່ອໃຫ້ມີ ຄວາມທັນສະໄໝ ແລະ ເປັນສັນຍາລັກທີ່ມີລັກສະນະສະເພາະຂອງພລາເນັດ. ພ້ອມກັນນັ້ນ, ກໍຍັງສ້າງສີສັນທີ່ຫຼາກຫຼາຍໃນວົງການຂອງບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມ ແລະ ອິນເຕີເນັດໃນລາວອີກດ້ວຍ. ທັງນີ້, ຄວາມໝາຍຂອງສີ ແລະ ໂລໂກ້ ມີດັ່ງນີ້:

– ໂລໂກ້ພລາເນັດ ສີຂຽວ: ສັນຍາລັກຂອງຄວາມງອກງາມ ແລະ ຈະເລີນເຕີບໂຕ. ນອກນັ້ນ, ສີຍັງບົ່ງບອກເຖິງຄວາມເປັນມິດຕໍ່ສິ່ງແວດລ້ອມ.
– ຮູບສັນຍານບົ່ງບອກເຖິງສັນຍານອິນເຕີເນັດ ເຊິ່ງເປັນການບໍລິການຫຼັກຂອງ ພລາເນັດ,
– P ເປັນຕົວແທນຂອງ Planet ( ຕົວອັກສອນທໍາອິດ ) ແລະ ຄໍາຂວັນຂອງພລາເນັດ ແມ່ນເປັນທາງເລືອກທີ່ດີທີ່ສຸດສໍາລັບທ່ານຜູ້ຊົມໃຊ້.

ທ່ານ ນາງ ມະໂນລີ ເຄນນາວົງ ໃຫ້ຮູ້ຕື່ມອີກວ່າ: ບໍລິສັດ ພລາເນັດ ຈໍາກັດ ແມ່ນເປັນຜູ້ໃຫ້ບໍລິການອິນເຕີເນັດ ປະເພດ 1 ( ISP1 ) ເຊິ່ງໄດ້ຮັບໃບອະນຸຍາດດໍາເນີນທຸລະກິດທາງດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນຂອບເຂດທົ່ວປະເທດ ແລະ ສາມາດຕິດຕັ້ງລະບົບສາຍສົ່ງເພື່ອເຊື່ອມຕໍ່ກັບບໍລິສັດໃຫ້ບໍລິການອິນເຕີເນັດຕ່າງປະເທດ ໂດຍບໍລິສັດ ພລາເນັດ ມີຊື່ເດີມວ່າ: ບໍລິສັດ ພລາເນັດ ຄອມພິວເຕີ, ດ້ວຍປະສົບປະການໃນການໃຫ້ບໍລິການອິນເຕີເນັດມາຫຼາຍກວ່າ 20 ປີ, ບວກກັບທີມງານທີ່ມີຄຸນນະພາບ ແລະ ມີປະສົບການ, ພລາເນັດ ມີຄວາມພ້ອມທີ່ຈະໃຫ້ບໍລິການທີ່ມີຄຸນນະພາບ ແລະ ພ້ອມຈະເປັນທາງເລືອກທີ່ດີທີ່ສຸດສຳລັບຜູ້ຊົມໃຊ້ທົ່ວໄປ.

ບໍລິສັດ ພລາເນັດ ສ້າງຕັ້ງຂຶ້ນໃນປີ 1996 ໃນເບື້ອງຕົ້ນແມ່ນໃຫ້ບໍລິການເປັນຕົວແທນຂາຍຄອມພິວເຕີ, ອຸປະກອນໄອທີ, ຕິດຕັ້ງ ແລະ ສ້ອມແປງລະບົບເຄືອຂ່າຍພາຍໃນ ( LAN ); ໃນປີ 2000 ໄດ້ມີການບໍລິການໃໝ່ພາຍໃຕ້ແບຣນ Planet Online ໃຫ້ບໍລິການອິນເຕີເນັດໃນຮູບແບບອິນເຕີເນັດຄາເຟ່ຢູ່ນະຄອນຫຼວງວຽງຈັນ, ຕ່າງແຂວງ ແລະ ໃຫ້ບໍລິການອິນເຕີເນັດຜ່ານສາຍໂທລະສັບ ( ລະບົບ dialup ); ປີ 2003 ໄດ້ເປີດບໍລິການອິນເຕີເນັດໃນຮູບແບບໃໝ່ເຊື່ອມຕໍ່ໂດຍບໍ່ໃຊ້ສາຍ ໃສ່ຊື່ແບຣນ ວ່າ Planet wireless ໃຫ້ບໍລິ ການອິນເຕີເນັດແບບບໍ່ໃຊ້ສາຍ ( Wireless Internet ), ອິນເຕີເນັດຄວາມໄວສູງ ( Broadband Internet ) ແລະ ໂທອອກຕ່າງປະເທດຜ່ານອິນເຕີເນັດ ( VolP ); ປີ 2009 ໄດ້ເພີ່ມການໃຫ້ບໍລິການ ແລະ ມີຊື່ ແບຣນວ່າ Planet Max ໃຫ້ບໍລິການອິນເຕີເນັດແບບບໍ່ໃຊ້ສາຍ ໂດຍໃຊ້ເຕັກໂນໂລຊີໄວແມັກ ( WiMax ) ໄດ້ໃຫ້ບໍລິການ 4G ໃນລາວເປັນຜູ້ທຳອິດ ແລະ ໃຫ້ບໍລິການອິນເຕີເນັດໄຟເບີ້ສໍາລັບບໍລິສັດ ແລະ ອົງການຂະໜາດກາງ ແລະ ໃຫຍ່; ປີ 2018 ໄດ້ມີການປ່ຽນຊື່ຈາກ Planet Computers ມາເປັນ Planet Co.,LTD ໄດ້ທົດລອງອິນເຕີເນັດລະບົບ LTE Advance ( LTE-A ) ແລະ ໃຫ້ບໍລິການອິນເຕີເນັດໄຟເບີ້ໃນນະຄອນຫຼວງວຽງຈັນ; ທ້າຍປີ 2020 ເປັນຕົ້ນມາ ໄດ້ມີການຂະຫຍາຍເຄືອຂ່າຍເພີ່ມຂຶ້ນ ເພື່ອໃຫ້ບໍລິການແບບ shared fiber ( FTTx ) ສຳລັບກຸ່ມລູກຄ້າທີ່ຢູ່ອາໄສ ແລະ ທຸລະກິດຂະໜາດກາງ ແລະ ນ້ອຍ ( SME ) ແລະ ບໍລິການອິນເຕີເນັດຄວາມໄວສູງແບບ Leased line ( dedicated fiber ) ສໍາລັບອົງກອນ ແລະ ທຸລະກິດຂະໜາດໃຫຍ່.

ປັດຈຸບັນປະເພດການໃຫ້ບໍລິການຂອງພລາເນັດ ປະກອບມີ: ໃຫ້ບໍລິການອິນເຕີເນັດສາຍເຊົ່າ ຄວາມໄວສູງ Leased line ສຳລັບອົງກອນ ແລະ ທຸລະກິດຂະໜາດໃຫຍ່; ບໍລິການອິນເຕີເນັດແບບ leased line ແມ່ນການໃຫ້ບໍລິການສາຍເຊົ່າ ເພື່ອເຊື່ອມຕໍ່ອິນເຕີເນັດໂດຍໃຊ້ສາຍໄຟເບີ້ແບບ dedicated cable. ພລາເນັດ ຈະເຊື່ອມຕໍ່ສາຍໄຍແກ້ວນໍາແສງໂດຍກົງລະຫວ່າງຫ້ອງການຂອງທ່ານ ແລະ ເຄືອຂ່າຍຂອງພລາເນັດ ໂດຍບໍ່ໄດ້ share ກັບລູກຄ້າລາຍອື່ນ. ເພາະສະນັ້ນ, ຈຶ່ງມີສະຖຽນລະພາບ ແລະ ມີຄວາມປອດໄພສູງ ເໝາະສົມສໍາລັບອົງກອນ ແລະ ທຸລະກິດຂະໜາດໃຫຍ່ທີ່ມີການສື່ສານອອນລາຍເປັນປັດໄຈສຳຄັນຂອງທຸລະກິດ.

May be an image of 5 people, child and indoor

ພລາເນັດ ມີທີມງານວິຊາການພິເສດສຳລັບໃຫ້ຄໍາປຶກສາ ແລະ ສະໜອງທຸກຄວາມຕ້ອງການຂອງທ່ານ, ພ້ອມທັງມີທີມງານວິຊາການມືອາຊີບສຳລັບຕິດຕາມປະສິດທິພາບຂອງລະບົບສາຍສົ່ງ ແລະ ການເຊື່ອມຕໍ່ນັບແຕ່ອຸປະກອນເຊື່ອມຕໍ່ທີ່ຕິດຕັ້ງຢູ່ສະຖານທີ່ຂອງທ່ານ ຈົນຮອດອິນເຕີເນັດຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນໃຫ້ມີການເຊື່ອມຕໍ່ຢູ່ຕະຫຼອດເວລາ, ຖ້າມີບັນຫາຂັດຂ້ອງກັບລະບົບ ຫຼື ສາຍການເຊື່ອມຕໍ່, ພລາເນັດມີທີມງານສ້ອມແປງ ແລະ ບຳລຸງຮັກສາທີ່ມີຄຸນນະພາບ ແລະ ຄວາມຮັບຜິດຊອບສູງ ພ້ອມທີ່ຈະແກ້ໄຂບັນຫາໄດ້ໂດຍໄວ.