ການນໍາຂັ້ນແຂວງ ແລະ ເມືອງລົງກວດກາ ສະຖານະການນໍ້າຖ້ວມຢູ່ເມືອງຫລວງນໍ້າທາ

382

ແຫລ່ງຂ່າວຈາກແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ໃນວັນທີ 21 ກໍລກົດ ນີ້, ການນໍາຂັ້ນແຂວງ ແລະ ເມືອງ ນຳໂດຍ ທ່ານ ຄໍາໄຫລ ສີປະເສີດ ເຈົ້າແຂວງຫລວງນໍ້າທາ ແລະ ທ່ານ ຫລ້າປະເສີດ ສີປະເສີດ ເຈົ້າເມືອງຫລວງນໍ້າທາ ແລະ ພາກສ່ວນກ່ຽວຂ້ອງ ລົງກວດກາສະຖານະການນໍ້າຖ້ວມ ຢູ່ເຂດເມືອງຫລວງນໍ້າທາ.


ທ່ານ ຫລ້າປະເສີດ ສີປະເສີດ ໄດ້ໃຫ້ຮູ້ວ່າ: ຕອນເຊົ້າຂອງວັນທີ 21 ກໍລະກົດ ປະລິມານນໍ້າຈາກແມ່ນໍ້າທຸກສາຍເພີ່ມຂຶ້ນຫລາຍ ໂດຍສະເພາະແມ່ນໍ້າທາແທກໄດ້ 7 ແມັດ 48 ຊັງຕີແມັດ ໄຫລເຂົ້າຖ້ວມບ້ານຂອນ, ດອນຄູນ, ທ່າອໍ້, ປ່າສັກ, ນໍ້າແງ້ນ, ນາລື, ພຽງງາມ ແລະ ບ້ານໃໝ່ ໂດຍຄະນະນໍາຂອງແຂວງ, ເມືອງ, ຄະນະຮັບ ຜິດຊອບຕ້ານໄພພິບັດ ລົງຕິດຕາມກວດກາແຕ່ລະບ້ານທີ່ມີຄວາມສ່ຽງ ແລະ ຊີ້ນໍາສອງກໍາລັງທະຫານ, ຕໍາຫລວດທັງໝົດ 65 ຄົນ ໄດ້ນໍາໃຊ້ລົດເຊອາ 3 ຄັນ, ເຮືອຈັກ 1 ລໍາ, ເຮືອຢາງ 2 ລໍາ

ລົງຊ່ວຍປະຊາຊົນເຄື່ອນຍ້າຍເຄື່ອງຂອງຕ່າງໆອອກຈາກພື້ນທີ່ຖືກນໍ້າຖ້ວມ ແລະ ພື້ນທີ່ມີຄວາມສ່ຽງສູງໄປໄວ້ບ່ອນປອດໄພ ແລະ ໄດ້ມ້າງເຮືອນທີ່ຈະລົ້ມລົງໃສ່ນໍ້າໜຶ່ງຫລັງ, ຂົນເຄື່ອງອອກຈາກເຮືອນທີ່ຖືກນໍ້າຖ້ວມໄດ້ 15 ຫລັງຄາເຮືອນ. ພ້ອມນັ້ນຍັງໄດ້ລົງປືກສາຫາລືກັບອົງການປົກຄອງບ້ານໃໝ່ ໃນການເຄື່ອນຍ້າຍຜູ້ເຖົ້າ, ເດັກນ້ອຍ ແລະ ເຄື່ອງຂອງທີ່ສໍາຄັນໄປໄວ້ທີ່ປອດໄພ.
ໂອກາດນີ້, ທ່ານເຈົ້າແຂວງຫລວງນໍ້າທາ ກໍໃຫ້ທິດຊີ້ນຳກ່ຽວກັບການເຝົ້າລະວັງນໍ້າ.


ຖ້ວມວ່າ: ຕ້ອງໃຫ້ມີການຍົກຍ້າຍເດັກ ແລະ ຜູ້ເຖົ້າອອກຈາກເຂດທີ່ມີຄວາມສ່ຽງໄປຢູ່ບ່ອນທີ່ມີຄວາມປອດໄປ ຫລື ໃຫ້ໄປຢູ່ນຳພີ່ນ້ອງໃນໄລຍະສອງສາມມື້ ເມືອສະພາບການເປັນປົກກະຕິແລ້ວຈິ່ງຄ່ອຍຍ້າຍກັບມາ ແລະ ທາງແຂວງ ແລະ ເມືອງກໍໄດ້ຈັດເຮືອເພື່ອໄວ້ແກ້ໄຂສຸກເສີນ ແລະ ກຳລັງ ປກຊ ຊ່ວຍເຫລືອເວລາທີ່ມີນ້ຳຂຶ້ນຍາມຕອນກາງຄືນ ແລະ ຈັດລົດໄວ້ກຽມຮັບສົ່ງເຄື່ອນຍ້າຍຄົນ ແລະ ສິ່ງຂອງ.

ຂ່າວ: ກິ່ນນາລົມ