ການກູ້ໄພນ້ຳຖ້ວມຢູ່ແຂວງເຫີນານ ສະແດງໃຫ້ເຫັນທັດສະນະທີ່ຖືປະຊາຊົນສຳຄັນກວ່າໝູ່ຂອງລັດຖະບານຈີນ

400

 

ນັບແຕ່ວັນທີ 16 ກໍລະກົດນີເປັນມາ, ຍ້ອນໄດ້ຮັບຜົນກະທົບຈາກຝົນຕົກໜັກ, ຢູ່ 89 ເມືອງ 560 ກວ່າຕາແສງຂອງແຂວງເຫີນານປະເທດຈີນທີ່ມີປະຊາຊົນທັງໝົດ 1240737 ຄົນໄດ້ປະສົບໄພນ້ຳຖ້ວມຢ່າງຮ້າຍແຮງ, ຈົນເຮັດໃຫ້ມີຜູ້ເສຍຊີວິດ 25 ຄົນ, ແລະ 7 ຄົນຂາດການຕິດຕໍ່.

ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ທິດຊີ້ນຳວ່າ, ປະຈຸບັນໄດ້ເຂົ້າສູ່ໄລຍະສຳຄັນໃນການຕ້ານ ແລະ ກູ້ໄພນ້ຳຖ້າມ, ຕ້ອງຖືເອົາການຮັບປະກັນຄວາມປອດໄພດ້ານຊີວິດ ແລະຊັບສິນຂອງປະຊາຊົນເປັນອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ, ຈັດຕັ້ງທຸກກຳລັງເຂົ້າໃນການປ້ອງກັນ ແລະ ກູ້ໄພນ້ຳຖ້ວມຢ່າງວ່ອງໄວ, ຈັດສັນຍົກຍ້າຍປະຊາຊົນຜູ້ປະສົບໄພໄປໄວ້ສະຖານທີ່ປອດໄພຢ່າງເໝາະສົມ, ປ້ອງກັນໄພທຳມະຊາດທີ່ເກີດຂຶ້ນຕາມຫຼັງຢ່າງເຄັ່ງຄັດ, ຫຼຸດຄວາມເສຍຫາຍດ້ານຊີວິດ ແລະ ບາດເຈັບ ກໍຄືຜົນເສຍຫາຍດ້ານຊັບສິນໃຫ້ໜ້ອຍລົງເທົ່າທີ່ຈະໜ້ອຍໄດ້.

ປະຈຸບັນ, ຢູ່ທົ່ວແຂງເຫີນານໄດ້ຊ່ວຍເຫຼືອປະຊາຊົນ 16325 ຄົນໃຫ້ສາມາດອອກຈາກບ່ອນອັນຕະລາຍໂດຍໄວ, ແລະຈັດສັນຍົກຍ້າຍປະຊາຊົນຈຳນວນ 164710 ຄົນໄປໄວ້ສະຖານທີ່ປອດໄພ. ກະຊວງການເງິນຈີນໄດ້ຈັດສັນງົບປະມານເພື່ອກູ້ໄພສຸກເສີນ 100 ລ້ານຢວນ, ເພື່ອໃຊ້ໃນການກູ້ໄພສຸກເສີນ ແລະ ຊ່ວຍເຫຼືອຜູ້ປະສົບໄພ, ພ້ອມທັງຟື້ນຟູການຜະລິດກະສິກຳ ແລະ ສ້ອມແປງສິ່ງກໍ່ສ້າງຊົນລະປະທານທີ່ຖືກ ທຳລາຍ ຍ້ອນນ້ຳຖ້ວມ ແລະວຽກອື່ນໆ.

ໄພນ້ຳຖ້ວມທີ່ເກີດຂຶ້ນຢູ່ແຂວງເຫີນານໄດ້ເຮັດໃຫ້ປະຊາຊົນທົ່ວປະເທດຈີນມີຄວາມເປັນຫ່ວງເປັນໃຍກັນຫຼາຍທີ່ສຸດ. ກອງດັບເພີງຂອງແຂວງຕ່າງໆໄດ້ເດີນທາງໄປໃຫ້ຄວາມຊ່ວຍເຫຼືອແຂວງເຫີນານຢ່າງຮີບດ່ວນ, ວົງການຕ່າງໆໃນສັງຄົມໄດ້ໃຊ້ຮູບການຕ່າງໆ ເຊິ່ງລວມທັງການບໍລິຈາກເງິນ ແລະ ວັດຖຸຈຳເປັນ, ແລະ ໃຫ້ກຳລັງໃຈປະຊາຊົນແຂວງເຫີນານຜ່ານສື່ສັງຄົມອອນລາຍ. ສະພາກາແດງຈີນໄດ້ສົ່ງຕູບຜ້າເຕັນ, ຖົງເຄື່ອງຊ່ວຍເຫຼືອກູ້ໄພສຳລັບຄອບຄົວ ເສື້ອກັນຝົນ ແລະ ອື່ນໆໃຫ້ແຂວງເຫີນານຢ່າງຮີບດ່ວນ, ວິສາຫະກິດ ແລະ ບຸກຄົນຈຳນວນຫຼວງຫຼາຍໄດ້ໃຫ້ການຊ່ວຍເຫຼືອຢ່າງຮີບດ່ວນແກ່ແຂວງເຫີນານ, ອົງການຈັດຕັ້ງທາງສັງຄົມໄດ້ເປີດຊ່ອງທາງດ່ວນສຳລັບການບໍລິຈາກຜ່ານເຄືອຂ່າຍອິນເຕີເນັດທົ່ວປະເທດຈີນ, ໄດ້ແຈກອາຫານ ແລະ ເຄື່ອງໃຊ້ປະຈຳວັນໂດຍບໍ່ເກັບຄ່າໃຫ້ປະຊາຊົນຜູ້ປະສົບໄພ.

ເມື່ອເຫັນສະພາບການຊ່ວຍເຫຼືອຄືແນວນີ້, ເຮັດໃຫ້ຜູ້ຂຽນຫວນຄືນເຖິງໄພທຳມະຊາດອັນຮ້າຍແຮງທີ່ເກີດຂຶ້ນຢູ່ຈີນໃນເມື່ອກ່ອນ, ເຊັ່ນ: ໄພນ້ຳຖ້ວນຄັ້ງຮ້າຍແຮງພິເສດເມື່ອປີ 1998, ແຜ່ນດິນໄຫວຄັ້ງຮ້າຍແຮງທີ່ເກີດຂຶ້ນຢູ່ເມືອງເວີ້ນຊ່ວນແຂວງເສສວນໃນປີ 2008, ແຜ່ນດິນໄຫວຮ້າຍແຮງທີ່ເກີດຂຶ້ນຢູ່ເມືອງອີ້ຊູ້ແຂວງຊິ່ງໄຫ, ແລະບັ້ນຕ້ານການແຜ່ລະບາດຂອງພະຍາດໂຄວິດ-19ຢູ່ອູຮັ້ນແຂວງຫູເປີຍປະເທດຈີນ, ເຫດການທັງໝົດເຫຼົ່ານີ້ລ້ວນແຕ່ມີສະພາບການທີ່ຄ້າຍຄືກັນ, ຄື ປະຊາຊົນທົ່ວປະເທດເປັນເຈົ້າການຊ່ວຍເຫຼືອເຂດປະສົບໄພ, ລັດຖະບານສຸມທຸກກຳລັງເພື່ອປົກປ້ອງຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ, ເຊິ່ງບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມສາມັກຄີຂອງປະຊາຊົນເທົ່ານັ້ນ, ທັງກໍໄດ້ສ່ອງແສງໃຫ້ເຫັນເຖິງທັດສະນະທີ່ຖືປະຊາຊົນສຳຄັນກວ່າໝູ່ຂອງລັດຖະບານຈີນ.