ມຽນມາ ມີຄົນຕົກງານຫຼາຍກວ່າ 1,2 ລ້ານຄົນ ໃນໄຕມາດ 2 ປີນີ້

305

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການແຮງງານລະຫວ່າງປະເທດ ( ILO ) ເປີດເຜີຍວ່າ: ມີຊາວມຽນມາຕົກງານຫຼາຍກວ່າ 1,2 ລ້ານຄົນ ໃນໄຕມາດ 2 ຂອງປີ 2021 ເຊິ່ງເປັນຜົນມາຈາກການຢຶດອຳນາດຂອງກອງທັບ ໄດ້ດຶງເສດຖະກິດມຽນມາ ທົດຖອຍລົງໄປອີກ ບວກກັບການແຜ່ລະບາດຂອງພະຍາດໂຄວິດ – 19 ຍິ່ງຊ້ຳຕື່ມໃຫ້ເສດຖະກິດມຽນມາທີ່ທົດຖອຍຢູ່ແລ້ວຮ້າຍແຮງຂຶ້ນ ກວ່າເກົ່າອີກ.

ຂໍ້ມູນຈາກ ILO ລະບຸວ່າ: ການຈ້າງງານໃນມຽນມາຫົດຕົວ 6% ໃນໄຕມາດ 2 ຂອງປີນີ້ ເມື່ອທຽບໃສ່ໄຕມາດສຸດທ້າຍຂອງປີ 2020 ເຮັດໃຫ້ປະຊາຊົນມຽນມາ ຈຳນວນຫຼວງຫຼາຍບໍ່ມີວຽກເຮັດງານທຳ ເຮັດໃຫ້ມຽນມາກຳລັງປະເຊີນກັບຄວາມເຄັ່ງຕຶງດ້ານເສດຖະກິດ ເຊິ່ງອາຊີບ – ວຽກງານຂອງຊາວມຽນມາ ຕົກຢູ່ພາຍໃຕ້ຄວາມສ່ຽງທີ່ເປັນຜົນພວງຈາກການແຜ່ລະບາດຂອງພະຍາດໂຄວິດ – 19, ໃນຂະນະດຽວກັນຕົວເລກການຈ້າງງານກໍຫຼຸດລົງຢ່າງໄວວາ ແລະ ຮຸນແຮງໃນ 6 ເດືອນທຳອິດຂອງປີ 2021 ເຊິ່ງອາດຈະເຮັດໃຫ້ຊາວມຽນມາ ເຂົ້າສູ່ຄວາມທຸກຈົນທີ່ຮຸນແຮງຂຶ້ນກວ່າເກົ່າ. ນອກຈາກນີ້, ໃນໄລຍະ 2 ເດືອນມານີ້ ການແຜ່ລະບາດຂອງພະຍາດໂຄວິດ – 19 ຍິ່ງຮຸນແຮງຂຶ້ນ ອັນໄດ້ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເພີ່ມຂຶ້ນ.

ລາຍງານຍັງລະບຸວ່າ: ວິກິດທາງການເມືອງໃນມຽນມາ ໄດ້ເຮັດໃຫ້ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ຮຸນແຮງຂຶ້ນ ແລະ ສົ່ງຜົນກະທົບຕໍ່ເສດຖະກິດຢ່າງຮຸນແຮງ ອີກທັງຍັງເປັນການຂັດຂວາງການຟື້ນຕົວຂອງເສດຖະກິດ.