ທ່າມກາງໂຄວິດລະບາດແຕ່ 6 ເດືອນຕົ້ນປີ ຍອດສົ່ງອອກຍີ່ປຸ່ນ ຍັງເພີ່ມຂຶ້ນຫຼາຍກວ່າ 23%

274

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານຍີ່ປຸ່ນ ໄດ້ເປີດເຜີຍຍອດສົ່ງອອກຂອງຍີ່ປຸ່ນໃນ 6 ເດືອນຕົ້ນປີ 2021 ເພີ່ມຂຶ້ນ 23,2% ເມື່ອທຽບປີຕໍ່ປີ ເຊິ່ງຖືເປັນການເພີ່ມຂຶ້ນສູງສຸດໃນຮອບ 11 ປີ ເຊິ່ງສະທ້ອນໃຫ້ເຫັນວ່າເສດຖະກິດໂລກໄດ້ເລີ່ມຟື້ນຕົວ ຫຼັງຈາກທີ່ຫົດຕົວໃນປີຜ່ານມາ ເນື່ອງຈາກໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ – 19.

ລາຍງານລະບຸວ່າ: ຍອດມູນຄ່າການສົ່ງອອກໃນ 6 ເດືອນຕົ້ນປີນີ້ ບັນລຸ 39,86 ພັນຕື້ກວ່າເຢນ ຫຼື ປະມານ 363 ຕື້ໂດລາສະຫະລັດ, ສູງກວ່າລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງຢູ່ທີ່ 38,25 ພັນຕື້ເຢນ ໃນໄລຍະ 6 ເດືອນຕົ້ນປີ 2019 ເຊິ່ງເປັນໄລຍະເວລາທີ່ການສົ່ງອອກຂອງຍີ່ປຸ່ນ ໄດ້ຮັບຜົນກະທົບຈາກສົງຄາມການຄ້າ ລະຫວ່າງອາເມຣິກາ – ຈີນ.

ສ່ວນຍອດການນຳເຂົ້າໃນ 6 ເດືອນຕົ້ນປີນີ້ ກໍເພີ່ມຂຶ້ນ 12,2% ເມື່ອທຽບປີຕໍ່ປີ ຈຸລະດັບ 38,87 ພັນຕື້ເຢນ ສະແດງໃຫ້ເຫັນວ່າລາຄານ້ຳມັນດິບເພີ່ມຂຶ້ນ ແລະ ການບໍລິໂພກພາຍໃນປະເທດເລີ່ມຟື້ນຕົວ, ຕົວເລກດັ່ງກ່າວເຮັດໃຫ້ຍີ່ປຸ່ນເກີນດຸນການຄ້າ 984 ຕື້ກວ່າເຢນ ໃນ 6 ເດືອນຕົ້ນປີນີ້.

ສຳລັບເດືອນມິຖຸນາ ພຽງເດືອນດຽວນັ້ນ ຍອດສົ່ງອອກຂອງຍີ່ປຸ່ນ ເພີ່ມຂຶ້ນ 48,6% ມູນຄ່າ 7,22 ພັນຕື້ເຢນ ແລະ ຍອດນຳເຂົ້າເພີ່ມຂຶ້ນ 32,7% ມູນຄ່າ 6,84 ພັນຕື້ເຢນ ສົ່ງຜົນໃຫ້ຍີ່ປຸ່ນ ມີຍອດເກີນດຸນການຄ້າໃນເດືອນມິຖຸນາ ທີ່ລະດັບ 383 ຕື້ເຢນ, ຫຼັງຈາກທີ່ເດືອນພຶດສະພາ ຂາດດຸນການຄ້າ 189 ຕື້ເຢນ.