ຈຳປາສັກພົບບັນຫາອີກ ໂຮງຫມໍພາກສະໜາມເຕັມໝົດ ຄົນເຈັບຍັງເພີ່ມຕໍ່ເນື່ອງ

373

ຈາກການກັບມາຂອງປະຊາຊົນພາຍໃນແຂວງຈຳປາສັກ ຜູ້ທີ່ໄປເຮັດວຽກຢູ່ປະເທດໃກ້ຄຽງຈຳນວນຫຼສຍຕ້ອງເດີນທາງກັບບ້ານເກີດເມືອງນອນໃນແຕ່ລະວັນຢ່າງຫຼວງຫຼາຍເຮັດໃຫ້ຍອດຜູ້ຕິດເຊື້ອໃນແຂວງຈຳປາສັກເພີ່ມຂຶ້ນບໍ່ເວັ້ນແຕ່ລະວັນ ໂຮງໝໍທີ່ມີຢູ່ເຕັມໝົດ, ເສີມໂຮງໝໍພາກສະໜາມກໍ່ຍັງບໍ່ພຽງພໍ ກໍຫວັງວ່າບັນດາແຂວງໃກ້ຄຽງຈະຊ່ວຍຈຳປາສັກແບ່ງເບົາໄດ້.


ຕາມການຖະແຫຼງຂອງທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ, ຄະນະກຳມະການ ປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແຂວງ ຈໍາປາສັກໃນວັນທີ 22 ກໍລະກົດນີ້ໃຫ້ຮູ້ວ່າ: ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຍັງບໍ່ມີທ່າທີວ່າຈະຫຼຸດຫນ້ອຍຖອຍລົງ ໂດຍສະເພາະປະເທດໃກ້ຄຽງທີ່ມີການລາຍງານນັບມື້ນັບເພີ່ມຂຶ້ນ ແລະ ໃນປັດຈຸບັນເຫັນໄດ້ວ່າມີແຮງງານລາວ ກັບຄືນບ້ານເກີດເມືອງນອນແຕ່ລະມື້ຈຳນວນຫຼາຍສົມຄວນ ເຊິ່ງມີຄວາມສ່ຽງໃນການຕິດເຊື້ອນັບມື້ນັບສູງຂຶ້ນ.


ສະເພາະແຂວງຈຳປາສັກ ມື້ນີ້ແມ່ນພົບຜູ້ຕິດເຊື້ອໃໝ່ຈຳນວນ 85 ຄົນ ເຊິ່ງໃນຈຳນວນດັ່ງກ່າວແມ່ນຕິດຈາກຊຸມຄົນມີຈຳນວນ 2 ຄົນ ເຮັດໃຫ້ມາຮອດປັດຈຸບັນແຂວງຈຳປາສັກມີຜູ້ຕິດເຊື້ອທັງໝົດ 1.247 ຄົນ ປິ່ນປົວຫາຍດີ 501 ຄົນ ແລະ ກຳລັງປິ່ນປົວແມ່ນ 747 ຄົນ ຖືວ່າເປັນຕົວເລກທີ່ສູງສົມຄວນ.
ອີກເຫດການໜຶ່ງທີ່ຢາກຝາກເຕືອນພໍ່ແມ່ນປະຊາຊົນ ໃຫ້ມີສະຕິເນື່ອງຈາກປັດຈຸບັນຢູ່ນະຄອນປາກເຊ ໄດ້ມີກຸ່ມຊິບປີ້ງ ( ກຸ່ມແລ່ນເອກະສານ) ທີ່ມີການເຂົ້າ-ອອກດ່ານ ເຊິ່ງເປັນສັນຍານເຕືອນວ່າຈະມີການແຜ່ລະບາດຂອງຊື້ພະຍາດໂຄວິດ-19 ໃນຊຸມຊົນຂໍໃຫ້ທຸກຄົນມີສະຕິປ້ອງກັນຕົນເອງ.

ທ່ານ ຫົວໜ້າພະແນກ ສາທາລະນະສຸກ ຍັງກ່າວອີກວ່າ ບັນຫາໜຶ່ງໜ້າເປັນຫ່ວງນັ້ນກໍ່ຄື ໂຮງຫມໍສະໜາມທີ່ພວກເຮົາໄດ້ກຳນົດທີ່ວິທະຍາໄລການເງິນ ທີ່ຈະນຳຜູ້ຕິດເຊື້ອເຂົ້າໃນມື້ນີ້ 85 ຄົນຖືວ່າເຕັມອັດຕາ ແລະ ອາດຈະນຳເອົາອາຄານຕ່າງໆພາຍໃນແຂວງເສີມ ຕອນນີ້ຕ້ອງຮີບຮ້ອນ ທີ່ຈັດຫາຕຽງເຂົ້າຮອງຮັບຜູ້ຕິດເຊື້ອ ເຊິ່ງອາດຕ້ອງໄດ້ໃຊ້ເວລາ 3-4 ວັນຈຶ່ງຈະສຳເລັດ ເພາະຕ້ອງໄດ້ຄຳນຶງເຖິງສິ່ງອຳນວຍຄວາມສະດວກຕ່າງໆເຊັ່ນ: ຫ້ອງນ້ຳ, ລະບົບນ້ຳ, ໄຟຟ້າ ແລະ ບ່ອນອາໄສຂອງແພດ ແລະ ສະຖານທີ່ຈຳກັດບໍລິເວນ ແມ່ນຈະມີການຂະຫຍາຍໄປແຕ່ລະມື້ ອີງໃສ່ສະຖານທີ່ໂຮງຮຽນໃດທີ່ມີຄວາມເໝາະສົມ.
ສຳລັບການກັບມາຂອງແຮງງານຢູ່ຕ່າງປະເທດສູ່ແຂວງຈຳປາສັກແມ່ນຍັງບໍ່ໝົດ ເທື່ອຕາມການລາຍງານ ຂອງທ່ານຫົວໜ້າພະແນກໃນເວລາ 10 ໂມງຂອງວັນທີ 22 ກໍລະກົດນີ້ແມ່ນມີແຮງງານທີ່ທະຍອຍກັນມາລໍຖ້າຢູ່ດ່ານແລ້ວ 100 ກວ່າຄົນ ເຊິ່ງບໍ່ຮູ້ວ່າໝົດມື້ນີ້ຈະມາອີກເທົ່າໃດ ນັ້ນສະແດງວ່າຈຳປາສັກຕອນນີ້ແມ່ນຕ້ອງການຄວາມຊ່ວຍເຫຼືອຫຼາຍຈາກທຸກພາກສ່ວນ ຂໍໃຫ້ພົ້ນວິກິດນີ້ໄປໂດຍດີ.