ສະຖິຕິສູງສຸດ ນັບແຕ່ມີການລະບາດຂອງໂຄວິດ-19 ມື້ນີ້ 256 ກໍລະນີ

483

ສຸດທ້າຍ ຕົວເລກສະສົມຂອງຜູ້ຕິດເຊື້ອໂຄວິດ-19 ກໍ່ກາຍ 4.000 ຄົນໄວເກີນກວ່າທີ່ຄາດການໄວ້ ແລະເປັນການທຳລາຍສະຖິຕິສູງສຸດຂອງການກວດພົບເຊື້ອຕໍ່ວັນນັບແຕ່ມີການລະບາດຂອງພະຍາດໂຄວິດ-19ແຕ່ຕົ້ນປີ 2020 ເປັນຕົ້ນມາ.

ເຊິ່ງວັນທີ 22 ກໍລະກົດ  2021 ອີງຕາມການຖະແຫຼງຂ່າວຂອງ ຄະນະສະເພາະກິດ ໂດຍທ່ານ ດຣ ນາງ ພອນປະເສີດ ໄຊມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ໃຫ້ຮູ້ວ່າ: ຜ່ານການເກັບກຳຕົວຢ່າງມາກວດໃນວັນທີ 21 ກໍລະກົດ ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 256 ກໍລະນີ ເຮັດໃຫ້ຕົວເລກສະສົມຜູ້ຕິດເຊື້ອເພີ່ມເປັນ 4.119 ກໍລະນີມາຮອດປະຈຸບັນ ແລະມີຜູ້ເສຍຊີວິດແລ້ວ 5 ຄົນ ຍັງນອນປິ່ນປົວຢູ່ໂຮງໝໍອີກ 1.603 ຄົນ.


ທ່ານ ດຣ ນາງພອນປະເສີດ ກ່າວວ່າ:  ປະຈຸບັນເຫັນວ່າ ການຕິດເຊື້ອໃນຊຸມຊົນພາຍໃນປະເທດແມ່ນ ມີທ່າອຽງ ຫຼຸດລົງແຕ່ມີ
ລາຍງານ ການຕິດເຊື້ອໃນແຮງງານ ແລະ ບຸກ ຄົນ ທີ່ເດີນທາງເຂົ້າປະເທດຈຳນວນຫຼາຍ ໃນວັນທີ 21 ກໍລະກົດ 2001 ນີ້ ມີລາຍງານຜູ້ຕິດເຊື້ອໃໝ່ ໃນປະເທດເປັນຕົວເລກສູງສຸດທີ່ບໍ່ເຄີຍມີຜ່ານມາ ຈຳນວນ 256 ຄົນ ກໍລະນີຕິດເຊື້ອໃໝ່ທັງໝົດ ແມ່ນມີການຕິດເຊື້ອພາຍໃນແຂວງ ຈໍານວນ 02 ຄົນ( ແຂວງຈຳປາສັກ ການຕີດເຊື້ອໃນ ແຮງງານ ແລະ ຜູ້ ທີ່ເດີນ ທາງເຂົ້າປະເທດ ຈຳນວນ 254 ຄົນຄື: ຈາກ ນະຄອນຫຼວງວຽງຈັນ 13 ກໍລະນີ, ຈຳປາສັກ 83 ກໍລະນີ, ສະຫວັນນະເຂດ 128 ກໍລະນີ,
ສາລະວັນ 16 ກໍລະນີ ແລະ ຄຳມ່ວນ 14 ກໍລະນີ.

ເຊິ່ງວັນທີ 21 ກໍລະກົດ 2021 ຍັງມີຜູ້ເດີນທາງຜ່ານດ່ານຕ່າງໆເຂົ້າມາ ສປປ ລາວ ຈຳນວນ ທັງໝົດ 2.928 ຄົນ,
ຜ່ານດ່ານສາກົນ ລາວ-ໄທ 2.078 ຄົນ, ດ່ານສາກົນລາວ-ຈີນ 09 ຄົນ, ດ່ານສາກົນ ລາວ-ຫວຽດນາມ 787 ຄົນ, ສະໝາບີນວັດໄຕ 54 ຄົນ.


ທຸກຄົນເດີນທາງເຂົ້າມາທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ 19 ແລະ ນຳສົ່ງເຂົ້າໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ຫຼືໂຮງແຮມຈຳກັດບໍລີເວນ ທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບ 14 ວັນຈຶ່ງຈະໄປເຄື່ອນໄຫວໄດ້. ໂດຍຮອດປະຈຸບັນປະຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 56 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 7.905ຄົນ.