ມາຕາ ສ້າງປະຫວັດສາດເປັນນັກເຕະຍິງຄົນທໍາອິດທີ່ຍິງປະຕູໃນໂອແລມປິກ ໄດ້ 5 ສະໄໝຊ້ອນ

682
Brazil's Marta (10) celebrates scoring her side's opening goal against China during a women's soccer match at the 2020 Summer Olympics, Wednesday, July 21, 2021, in Rifu, Japan. (AP Photo/Andre Penner)

ນາງ ມາຕາ ຕໍານານທີມຊາດຍິງຂອງ ບຣາຊິນ ສ້າງປະຫວັດສາດເປັນນັກເຕະຄົນທໍາອິດທີ່ຍິງປະຕູໃນໂອແລມປິກ ໄດ້ເຖິງ 5 ສະໄໝຊ້ອນ ຫຼັງຈາກທີ່ຍິງຄົນດຽວ 2 ປະຕູຊ່ວຍໃຫ້ ບຣາຊິນ ຖະຫຼົ່ມ ສປ ຈີນ 5-0 ໃນການແຂ່ງຂັນບານເຕະຍິງປະຈໍາການແຂ່ງຂັນ ໂອແລມປິກ 2020 ນັດທໍາອິດ ເມື່ອວັນທີ 21 ກໍລະກົດ 2021.

ນັດດັ່ງກ່າວຈັດຂຶ້ນທີ່ສະໜາມ ມິຢາກິ ສະເຕດ້ຽມ ປະເທດຍີ່ປຸ່ນ ປາກົດວ່າ: ມາຕ້າ ກອງໜ້າອາຍຸ 35 ປີເໝົາຄົນດຽວ 2 ປະຕູນາທີໆ 9 ແລະ 74 ເຮັດໃຫ້ກາຍເປັນນັກເຕະຄົນທໍາອິດໃນປະຫວັດສາດທີ່ຍິງປະຕູໃນ ໂອແລມປິກ ໄດ້ເຖິງ 5 ສະໄໝຕິດຕໍ່ກັນ, ສ່ວນອີກ 3 ປະຕູໄດ້ຈາກ ເດບິນຢາ ນາທີໆ 22, ຈຸດໂທດຂອງ ອັນເດຣສຊາ ອະລາເວສ ນາທີໆ 80 ແລະ ປິດທ້າຍດ້ວຍ ເບຍທຣິຊ ນາທີໆ 89.

ຈາກຜົນດັ່ງກ່າວ ເຮັດໃຫ້ ທີມຊາດບຣາຊິລ ເກັບ 3 ຄະແນນເທົ່າກັບ ໂຮນລັງ ທີ່ຊະນະ ແຊມເບຍ ຂາດລອຍ 10-3 ໃນນັດທໍາອິດກຸ່ມ F, ສ່ວນ ສປ ຈີນ ແລະ ແຊມເບຍ ຍັງບໍ່ມີຈັກຄະແນນ.

ສ່ວນຜົນຂອງກຸ່ມ E ສະຫະຣາຊາອະນາຈັກ ຊະນະ ຊິເລ 2-0 ແລະ ຍີ່ປຸ່ນ ສະເໝີ ການາດາ 1-1, ຂະນະທີ່ ກຸ່ມ G ຊູແອັດ ຊະນະ ສະຫະລັດອາເມຣິກາ 3-0 ແລະ ອົດສະຕຣາລີ ຊະນະ ນູແວນຊີລັງ 2-1.
ຮູບຈາກ: AP