ບານເຕະຍິງ ນັດທໍາອິດສໍາເລັດແລ້ວ, ສ່ວນບານເຕະຊາຍ ເລີ່ມແລງມື້ນີ 8 ຄູ່ ໃນໂອແລມປິກ 2020

683
Netherlands' Lynn Wilms (2) controls the ball against Zambia during a women's soccer match at the 2020 Summer Olympics, Wednesday, July 21, 2021, in Rifu, Japan. (AP Photo/Andre Penner)

ການແຂ່ງກີລາບານເຕະຍິງ ແລະ ບານເຕະຊາຍ ໃນ ໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຈະເລີ່ມກ່ອນງານເປີດ 1-2 ວັນ ເຊິ່ງບານເຕະຍິງ ຈະແຂ່ງຂັນກ່ອນໃນມື້ນີ້ວັນທີ 21 ກໍລະກົດ 2021 ແຂ່່ງ 6 ຄູ່, ສ່ວນບານເຕະຊາຍ ເລີ່ມມື້ອື່ນວັນທີ 22 ກໍລະກົດ 2021 ແຂ່ງ 8 ຄູ່.
ສະເພາະບານເຕະຍິງ ແມ່ນມີ 12 ທີມໄດ້ສິດເຂົ້າຮ່ວມຊີງໄຊ ເຊິ່ງຈັດກຸ່ມລຽງຕໍ່ຈາກທີມຊາຍເລີຍຄື:
-ກຸ່ມ E: ການາດາ, ຍີ່ປຸ່ນ, ຊິເລ ແລະ ສະຫະອານາຈັກ ( Great Britain )
-ກຸ່ມ F: ສປ ຈີນ, ບຣາຊິນ, ແຊມເບຍ ( Zambia ) ແລະ ໂຮນລັງ
-ກຸ່ມ G: ຊູແອັດ, ສະຫະລັດອາເມຣິກາ, ອົດສະຕຣາລີ ແລະ ນູແວນຊີລັງ

ເຊິ່ງນັດທໍາອິດແຂ່ງຂັນສໍາເລັດໄປແລ້ວວັນທີ 21 ກໍລະກົດ 2021 ມີການແຂ່ງຂັນທັງໝົດ 6 ຄູ່ຄື:
-ເວລາ 14:30 ໂມງກຸ່ມ E: ສະຫະອານາຈັກ 2-0 ຊີເລ
-ເວລາ 15:00 ໂມງກຸ່ມ F: ສປ ຈີນ 0-5 ບຣາຊິນ
-ເວລາ 15:30 ໂມງກຸ່ມ G: ຊູແອັດ 3-0 ສະຫະລັດອາເມຣິກາ

-ເວລາ 17:30 ໂມງກຸ່ມ E: ຍີ່ປຸ່ນ 1-1 ການາດາ
-ເວລາ 18:00 ໂມງກຸ່ມ F: ແຊມເບຍ 3-10 ໂຮນລັງ
-ເວລາ 18:30 ໂມງກຸ່ມ G: ອົດສະຕຣາລີ 2-0 ນູແວນຊີລັງ

ສ່ວນການແຂ່ງຂັນບານເຕະຊາຍ ມີ 16 ທີມເຂົ້າຮ່ວມຊີງໄຊຄື:
-ກຸ່ມ A: ຝຣັ່ງ, ຍີ່ປຸ່ນ, ອາຟຣິກາ ແລະ ແມັກຊິກ
-ກຸ່ມ B: ຣູມານີ, ນູແວນຊີລັງ, ສ ເກົາຫຼີ ແລະ ຮອນດູຣັດ
-ກຸ່ມ C: ອົດສະຕຣາລີ, ເອຢິບ, ແອັດສະປາຍ ແລະ ອາກຊັງຕິນ
-ກຸ່ມ D: ອາຣັບບີ ຊາອຸດິດ, ບຣາຊິນ, ເຢຍລະມັນ ແລະ ກົດລິວົວ

ຕາຕະລາງແຂ່ງຂັນຈະແຂ່ງຂັນໃນວັນທີ 22 ກໍລະກົດ 2021 ມີການແຂ່ງຂັນທັງໝົດ 8 ຄູ່ຄື:
-ເວລາ 14:30 ໂມງກຸ່ມ C: ເອຢິບ ພົບ ແອັດສະປາຍ
-ເວລາ 15:00 ໂມງກຸ່ມ A: ແມັກຊິກ ພົບ ຝຣັ່ງ
-ເວລາ 15:00 ໂມງກຸ່ມ B: ນູແວນຊີລັງ ພົບ ສ ເກົາຫຼີ
-ເວລາ 15:30 ໂມງກຸ່ມ D: ກົວລິວົວ ພົບ ອາຣັບບີ ຊາອຸດິດ

-ເວລາ 17:30 ໂມງກຸ່ມ C: ອາກຊັງຕິນ ພົບ ອົດສະຕຣາລີ
-ເວລາ 18:00 ໂມງກຸ່ມ A: ຍີ່ປຸ່ນ ພົບ ອາຟຣິກາໃຕ້
-ເວລາ 18:00 ໂມງກຸ່ມ B: ຮອນດູຣັດ ພົບ ຣູມານີ
-ເວລາ 18:30 ໂມງກຸ່ມ D: ບຣາຊິນ ພົບ ເຢຍລະມັນ
ຮູບຈາກ: AP