ອາຫານສາຍຄລີນ Smoothie ສູດຜິວງາມກັບອາຫານ No Fat

713

ສະບາຍດີແຟນຂ່າວທຸກຄົນ ມາພົບກັນອີກເຊັ່ນເຄີຍກັບຄໍລໍາອາຫານທີ່ເຕັມໄປດ້ວຍຄຸນປະໂຫຍດດີໆທີ່ຜູ້ຂຽນນຳມາສົ່ງຕໍ່ໃຫ້ແຟນຂ່າວໄດ້ນຳໄປປຸງແຕ່ງກິນກັບຄອບຄົວ ຫຼື ຄົນທີ່ທ່ານຮັກ.

ມື້ນີ້ຜູ້ຂຽນໄດ້ນຳເອົາສອງເມນູທີ່ງ່າຍໆມາຝາກທຸກທ່ານ ມີທັງເຄື່ອງດື່ມ ແລະ ອາຫານຄາວ ທີ່ກິນແລ້ວໄດ້ປະໂຫຍດເຕັມໆ ແຖມຍັງບໍ່ເຮັດໃຫ້ຕຸ້ຍ ໃຜທີ່ກຳລັງຫຼຸດນ້ຳໜັກຢູ່ມາທາງນີ້ເລີຍ ເມນູມື້ນີ້ແມ່ນຈະມີ Pink Smoothie ສູດຜິວງາມໄດ້ວິຕາມິນ ແລະ ເຂົ້າ ( ບໍ່ມັນ ) ໄກ່ ທີ່ກິນຈັ່ງໃດກໍບໍ່ຕຸ້ຍແນ່ນອນ.

ວັດຖຸດິບ Pink Smoothie ປະກອບມີ: ສະຕໍເບີຣີ 3 ໜ່ວຍ, ກ້ວຍ 1 ໜ່ວຍ, ໝາກກ້ຽງໜ່ວຍນ້ອຍ 1 ໜ່ວຍ, ໂຢເກິດໄຂມັນຕ່ຳ ລົດຊາດທຳມະຊາດ 3 ບ່ວງແກງ, ນ້ຳດື່ມເຢັນ 1/4 ຖ້ວຍ.

ວິທີເຮັດ

ປັັ່ນທຸກຢ່າງໃຫ້ເຂົ້າກັນ ດື່ມເປັນຄາບຕອນເຊົ້າ ຫຼື ຕອນແລງກໍໄດ້ ຮັບຮອງວ່າໄດ້ປະໂຫຍດເຕັມໆ.

ວັດຖຸດິບ ເຂົ້າ ( ບໍ່ມັນ ) ໄກ່ ປະກອບມີ: ເຂົ້າກ້ອງ 1 ຖ້ວຍ, ເອິກໄກ່ 1 ຕ່ອນ ( ເອືອບດ້ວຍເກືອ, ພິກໄທ ).

May be an image of food

ວິທີເຮັດ

1 ເອົາເອິກໄກ່ເອືອບອົບລົມຮ້ອນ ( ເຮົາຈະໃຊ້ Airflyer ) ຄວາມຮ້ອນທີ່ອຸນຫະພູມ 160 ອົງສາເຊ ປະມານ 30 ນາທີ.

2 ເອົາຜັກໄປຕົ້ມປົກກະຕິເປັນຄາບອາຫານທີ່ໄວ ແລະ ອິ່ມໄດ້ສານອາຫານຄົບ 5 ໝູ່.

3ເມນູທີ່ນຳມາຝາກໃນມື້ນີ້ຫວັງວ່າຈະຖືກໃຈແຟນຂ່າວທຸກທ່ານ ໂດຍສະເພາະແມ່ນຄົນທີ່ຄວບຄຸມອາຫານ ຫຼື ຫຼຸດນ້ຳໜັກຢູ່ປັດຈຸບັນນີ້.

ທີ່ມາ: https://cooking.kapook.com/view212160.html