ຢາກເປັນກະບອກສຽງໃຫ້ແມ່ຍິງ, ເດັກນ້ອຍ ແລະ ຄວາມຫຼາກຫຼາຍທາງເພດ ຄວິນນີ້ MTL16

751

ກາລຸນາ ສິງຫາວາຣາ ຫຼື ຄວິນນີ້ MTL16 ອາຍຸ 18 ປີ ປັດຈຸບັນສຶກສາຢູ່ທີ່ວິທະຍາໄລ ລາວ – ອາເມຣິກາ ປີທີ 3 ເປັນອີກໜຶ່ງນ້ອງທີ່ມີພອນສະຫວັນ ແລະ ໂດດເດັ່ນທາງດ້ານພາສາອັງກິດ ມາຮ່ວມເຊຍ ແລະ ໃຫ້ກໍາລັງໃຈສາວງາມສົມກັບຊື່ຄືດັ່ງເຈົ້າຍິງຄົນນີ້ ເພື່ອໃຫ້ນ້ອງໄດ້ເດີ່ນຕາມຄວາມຝັນ ແລະ ຜ່ານເຂົ້າຮອບ 10 ຄົນຕໍ່ໄປ.

May be a closeup of 1 person and text

ຄວິນນີ້ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ໂດຍສ່ວນຕົວແລ້ວນ້ອງບໍ່ເຄີຍຜ່ານການປະກວດເວທີໃດມາກ່ອນເລີຍ ເວົ້າເຖິງຄວາມໃຝ່ຝັນຂອງນ້ອງກ່ຽວກັບເວທີນີ້ແລ້ວ ຢາກສົ່ງເສີມການເປັນກະບອກສຽງໃຫ້ສັງຄົມລາວ ບໍ່ວ່າແມ່ຍິງ, ເດັກນ້ອຍ ແລະ ຊຸມຊົນຄົນຫຼາກຫຼາຍທາງເພດ ແນ່ນອນຢູ່ແລ້ວວ່າການທີ່ນ້ອງໄດ້ເຮັດວຽກກັບທາງດ້ານນີ້ແມ່ນນ້ອງຕ້ອງໄດ້ເຮັດວຽກທີ່ມີການພົວພັນກັບວົງການບັນເທີງ ແຕ່ການເຮັດວຽກກັບວົງການບັນເທີງໃນແບບຂອງນ້ອງ ນ້ອງກໍຈະຂໍສົ່ງເສີມ ແລະ ຜັກດັນໄປໃນການຊ່ວຍເຫຼືອສັງຄົມ ບໍ່ວ່າແມ່ຍິງ, ເດັກ ແລະ ຊຸມຊົນຄົນຫຼາກຫຼາຍທາງເພດ ໃຫ້ມີຄວາມເທົ່າທຽມ ແລະ ມີສິດສຽງໃນສັງຄົມ.

May be an image of 1 person and indoor

ສໍາລັບນ້ອງເອງດ້ານການເວົ້າ ອາດຈະບໍ່ໄດ້ດີ ແລະ ບໍ່ໄດ້ເດັ່ນແຕ່ນ້ອງຈະເຮັດທຸກວິທີທາງໃຫ້ຄຳເວົ້າຂອງນ້ອງສາມາດປຸກກຳລັງໃຈໃຫ້ແກ່ສັງຄົມ ແມ່ຍິງ ເດັກນ້ອຍ ແລະຊຸມຊົນກຸ່ມຄົນຫຼາກຫຼາຍທາງເພດ ມີພະລັງຕໍ່ສູ້ໃນການໃຊ້ຊີວິດ ມີພະລັງຕໍ່ສູ້ໃນການຮຽກຮ້ອງສິດທິ ມີພະລັງຕໍ່ສູ້ໃນການເປັນໜຶ່ງດຽວກັນໃນສັງຄົມ.

May be a closeup of 1 person

ຄະຕິປະຈໍາໃຈແມ່ນ “ ນ້ອງບໍ່ຢາກໃຫ້ມັນເປັນພຽງຄຳເວົ້າ ແຕ່ການທີ່ເຮົາເວົ້າມັນຕ້ອງຄວບຄູ່ກັບການກະທຳ ” ຄືເວລາເຮັດທໍາສິ່ງໃດເຮົາຕ້ອງເວົ້າ ແລະ ປະຕິບັດຕົວຈິງໄປພ້ອມກັນ.

ນ້ອງຄິດວ່າຈຸດເດັ່ນຂອງຕົວເອງແມ່ນຄວາມເປັນເອກະລັກທີ່ມີຢູ່ແລ້ວ ເພາະສະເໜ່ຂອງທຸກໆຄົນລ້ວນອອກມາຈາກ ຄວາມແຕກຕ່າງ ມຸມມອງ ແລະ ປະສົບການຊີວິດທີ່ບໍ່ຊ້ຳກັນ ນ້ອງຈະນຳເອົາສິ່ງເຫຼົ່ານັ້ນ ແລະ ຄວາມຮູ້, ຄວາມສາມາດທີ່ກຳລັງຫຼໍ່ຫຼອມຢູ່ທຸກໆມື້ນີ້ມານຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດຕໍ່ຕົວນ້ອງເອງ ແລະ ຄົນອ້ອມຂ້າງ.

May be an image of 1 person

ສຳລັບການກຽມຕົວຂອງນ້ອງກ່ອນເຂົ້າຮ່ວມປະກວດແມ່ນມີຫຼາກຫຼາຍຢ່າງເລີຍ ທັງການເບິ່ງແຍງຜິວພັນ, ພັກຜ່ອນໃຫ້ພຽງພໍ ລວມໄປເຖິງດ້ານການເດີນແບບ, ບຸກຄະລິກກະພາບຈາກແຫຼ່ງຄວາມຮູ້ຕ່າງໆເທົ່າທີ່ຈະຫາໄດ້ ລວມໄປເຖິງການບົວລະບັດຈິດໃຈໃຫ້ສະຫງົບ ແລະ ຄິດບວກສະເໝີ ໂດຍການຟັງທຳມະ ເພາະນ້ອງເປັນຄົນມັກສູດມົນເພື່ອຄວາມສຸກສະບາຍໃຈ.

May be an image of 1 person

ໃນວຽກງານຂອງການຊ່ວຍເຫຼືອສັງຄົມທີ່ຜ່ານມາ ນ້ອງເອງສ່ວນຫຼາຍແມ່ນໄດ້ປະກອບສ່ວນໃນການເປັນອາສາສະໝັກໃນໂຄງການນ້ອຍໆ ບໍ່ວ່າຈະເປັນການຮ່ວມໃຈເກັບຂີ້ ເຫຍື້ອຫຼັງງານບຸນປະເພນີຕ່າງໆ ສ່ວນຫຼາຍນ້ອງຈະຊວນໝູ່ໃນກຸ່ມໄປນຳ ເພາະໄດ້ທັງ ຄວາມມ່ວນ ຄວາມຊົງຈຳດີໆ ແລະ ໄດ້ແບ່ງປັນຄວາມຮູ້ສຶກພາກພູມໃຈທີ່ໄດ້ຊ່ວຍເຫຼືອສັງຄົມອັນມີຄຸນຄ່ານີ້ນຳກັນ, ນອກຈາກນັ້ນແລ້ວນ້ອງກໍມັກແບ່ງປັນບົດຄວາມທາງອອນລາຍທີ່ໃຫ້ຄວາມຮູ້ ແລະ ເປັນກະບອກສຽງໃຫ້ຫຼາຍໆບັນຫາຜ່ານສື່ອອນລາຍທີ່ນ້ອງໃຊ້.

May be an image of 1 person

ກິດຈະກຳຍາມວ່າງທີ່ນ້ອງມັກ ສ່ວນຫຼາຍຈະເປັນກິດຈະກຳທີ່ລຽບງ່າຍຜ່ອນຄາຍຕົວເອງ ເຊັ່ນ: ການອ່ານປຶ້ມໃຫ້ ຄວາມຮູ້, ຫຼິ້ນນຳສັດລ້ຽງ, ໃຊ້ເວລານຳຄອບຄົວ ແລະ ໝູ່ເພື່ອນ, ອອກກຳລັງກາຍເບົາໆຢູ່ເຮືອນ ເຊິ່ງສ່ວນຕົວແລ້ວນ້ອງເປັນຄົນມັກແຕ່ງຕົວຫຼາຍຮູບແບບ ແຕ່ບໍ່ວ່າຈະແຕ່ງແບບໃດນ້ອງກໍຢາກສື່ໃຫ້ເປັນຕົວເອງທີ່ສຸດ Fb: Queenney Qen.

ຮູບ: Queenney Qen