ຜູ້ຕິດເຊື້ອໂຄວິດ-19 ໃນລາວໃກ້ 4000 ຄົນ, ຕິດໃໝ່ມື້ນີ້ 153 ກໍລະນີ

348

ຕົວເລກສູງຂຶ້ນນັບມື້ສຳລັບຜູ້ຕິດເຊື້ອໂຕວິດ-19 ໃນປະເທດເຮົາ ນັບມາຮອດວັນທີ 21 ກໍລະກົດ 2021 ມີທັງໝົດ 3.863 ກໍລະນີ ໃນນັ້ນພົບໃໝ່ 153 ຄົນ ເສຍຊີວິດແລ້ວ 5, ຕົວເລກທີ່ໜ້າຕົກໃຈຄືໃນໄລຍະເວລາສັ້ນໆຈາກຕົ້ນເດືອນມິຖຸນາມາຮອດມື້ນີ້ພົບຜູ້ຕິດເຊື້ອໃໝ່ເກືອບ 2000 ຄົນ ເຊິ່ງຢັ່ງຢາຍຢູ່ ນະຄອນຫຼວງ ແລະ 10 ແຂວງໃນທົ່ວປະເທດ.

ທ່ານ ດຣ ພອນປະເສີດ ໄຊມຸງຄຸນ ຮອງຫົວກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຕາງໜ້າໃຫ້ ຄະນະສະເພາະກິດລາຍງານສະພາບການລະບາດຂອງໂຄວິດ-19 ປະຈຳວັນທີ 21 ກໍລະກົດ 2021 ໃຫ້ຮູ້ວ່າ:   ຮອດປະຈຸບັນ ສປປລາວ ມີຈຳນວນຜູ້ຕິດເຊື້ອສະສົມທັງໝົດ 3.863 ຄົນ (ກວດພົບໃໝ່ 153 ກໍລະນີ) , ຄົນເຈັບເສຍຊີວິດ 5 ກໍລະນີ (ໃໝ່ 0), ກຳລັງປິ່ນປົວ 1.322 ກໍລະນີ.

ສຳລັບກໍລະນີຕິດເຊື້ອໃໝ່ ແມ່ນບໍ່ມີການຕິດເຊື້ອໃນຊຸມຊົນ , ທັງໝົດແມ່ນຜູ້ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ຄື: ນະຄອນຫຼວງວຽງຈັນ 1 ກໍລະນີ, ຈຳປາສັກ 36 ກໍລະນີ, ສະຫວັນນະເຂດ 93 ກໍລະນີ, ສາລະວັນ 13 ກໍລະນີ ແລະ ຄຳມ່ວນ 10 ກໍລະນີ ) , ທັງໝົດ ແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະ ນຸຍາດຈາກຄະນະສະເພາະກິດ ເຂົ້າມາ ຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້.

ແລະໃນວັນທີ 20 ກໍລະກົດ 2021 ຍັງມີຜູ້ເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນຕ່າງໆຈຳນວນ ທັງໝົດ 2.695
ຄົນ. ທຸກຄົນໄດ້ເກັບຕົວຢ່າງ ໄປກວດ ແລະ ຈຳກັດບໍລິເວນ ຢູ່ສູນ ຈົນກວ່າຈະຄົບ14 ວັນ ຕາມເວລາທີ່ກຳນົດໄວ້.

ເຊິ່ງຄະນະສະເພາະກິດຕີລາຄາວ່າ ສະພາບການລະບາດພະຍາດໃນ ສປປລາວປະຈຸບັນເຫັນວ່າ ການຕິດເຊື້ອໃນຊຸມ
ຊົນຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ມີທ່ອຽງ ຫຼຸດລົງແຕ່ເລີ້ມ ມີລາຍງານການຕິດເຊື້ອໃນຊຸມຊົນ ຢູ່ ແຂວງຈຳປາສັກ ພ້ອມດຽວກັນເຫັນວ່າມີ ລາຍງານ ການຕິດເຊື້ອໃນແຮງງານ ແລະ ບຸກຄົນທີ່ເດີນທາງເຂົ້າປະເທດຈຳນວນຫຼາຍ ໃນແຕ່ລະວັນໂດຍສະເພາະແມ່ນໃນບັນດາແຂວງ ທີ່ມີຊາຍແດນຕິດກັບປະເທດ ເພື່ອນ ບ້ານທີ່ກຳ ລັງມີການລະບາດຂອງພະຍາດໂຄວິດ 19 ສາຍພັນ ເດວຕາ ໃນຊຸມຊົນ.

ຈາກການກັບມາຂອງຈຳນວນແຮງງານລາວທີ່ໄປເຮັດວຽກຢູ່ປະເທດໃກ້ຄຽງ ເຮັດໃຫ້ນັບແຕ່ຕົ້ນເດືອນມິຖຸນາ ຮອດວັນທີ 20 ກໍລະກົດ 2011 ເຫັນວ່າມີ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ 19 ໃນແຮງງານ ແລະ ຜູ້ເດີນທາງເຂົ້າມາປະເທດ ເຖິງ 1.849 ຄົນ(ຈາກ ນະ ຄອນ ຫຼວງວຽງຈັນ ແລະ 10 ແຂວງຄື: ຈາປາສັກ, ສະຫວັນນະເຂດ, ຄຳມ່ວນ, ສາລະວັນ, ບໍລິຄຳໄຊ, ບໍ່ແກ້ວ ,ອຸດົມໄຊ, ຫຼວງນ້ຳທາ, ອັດຕະປື ແລະ ແຂວງວຽງຈັນ, ໂດຍສະເພາະແມ່ນ ແຂວງຈຳປາສັກ (ມີເຖິງ 834) ສະຫວັນນະເຂດ (ມີເຖິງ 785 ).