ຈີນ ເປີດນຳໃຊ້ລົດໄຟຄວາມໄວສູງ 600 ກິໂລແມັດຕໍ່ຊົ່ວໂມງ

427

ສຳນັກຂ່າວຕ່າງປະເທດລາຍງານວ່າ ຈີນ ໄດ້ເປີດຕົວລົດໄຟແມ່ເຫຼັກຄວາມໄວສູງ ( maglev ) ສາມາດແລ່ນດ້ວຍຄວາມໄວສູງເຖິງ 600 ກິໂລແມັດຕໍ່ຊົ່ວໂມງ ຖືວ່າເປັນລົດໄຟທີ່ມີຄວາມໄວສູງທີ່ສຸດໃນໂລກ ໂດຍຈີນເປັນຜູ້ພັດທະນາຂຶ້ນເອງ ຜະລິດທີ່ເມືອງຊີງເຕົ່າ ເຊິ່ງເປັນເມືອງແຄມຝັ່ງທະເລຂອງຈີນ.

ລົດໄຟແມັກເລຟ ເປັນລະບົບການຂົນສົ່ງດ້ວຍເຕັກໂນໂລຊີພະລັງງານແມ່ເຫຼັກໄຟຟ້າ ເຊິ່ງຄຸນສົມບັດຄືມີແຮງດຶງ ແລະ ແຮງຍູ້ ສາມາດຍົກຍານພາຫະນະໃຫ້ເລື່ອນຂຶ້ນເໜືອ ເສັ້ນທາງແລ່ນ ແທນການໃຊ້ລໍ້ ຫຼຸດແຮງສຽດສີ ເຮັດໃຫ້ລົດໄຟແລ່ນໄດ້ໄວກວ່າລົດໄຟແບບເກົ່າ.

ຢູ່ນະຄອນຊຽງໄຮ້ ມີລົດໄຟ ແມັກເລຟ ສາຍສັ້ນໆໃນການບໍລິການລະຫວ່າງ ສະໜາມບິນໃນນະຄອນຊຽງໄຮ້ ກັບຕົວເມືອງ. ດັ່ງນັ້ນ, ລົດໄຟ ແມັກເລຟ ຈະເຮັດໃຫ້ໃຊ້ເວລາເດີນທາງລະຫວ່າງ ນະຄອນຫຼວງ ປັກກິ່ງ ໄປຍັງ ນະຄອນຊຽງໄຮ້ ທີ່ມີໄລຍະທາງຫຼາຍກວ່າ 1.000 ກິໂລແມັດ ພຽງເວລາ 2 ຊົ່ວໂມງເຄິ່ງເທົ່ານັ້ນ ເມື່ອທຽບໃສ່ການເດີນທາງດ້ວຍຍົນ ຈະໃຊ້ເວລາ 3 ຊົ່ວໂມງ ແລະ 5 ຊົ່ວໂມງ ຫາກເດີນທາງດ້ວຍລົດໄຟຄວາມໄວສູງ.