ນັກກີລາໃນ 10 ປະເທດໃນອາຊຽນ ໄດ້ສິດໄປຮ່ວມ ໂອແລມປິກ 2020 ຈໍານວນ 171 ຄົນ

479

ຂໍ້ມູນຈາກຝ່າຍຈັດການແຂ່ງຂັນ ໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ລະບຸວ່າ: ໃນ 10 ປະເທດອາຊຽນ ໄດ້ສິດເຂົ້າຮ່ວມແຂ່ງຂັນຈໍານວນ 171 ຄົນ ໃນນັ້ນປະເທດໄທ ຫຼາຍທີ່ສຸດມີເຖິງ 42 ຄົນ ຈາກ 14 ປະເພດກີລາ ດັ່ງນີ້:
1. ໄທ ຈໍານວນ 42 ຄົນຈາກ 14 ປະເພດກີລາ
2. ມາເລຊຍ ຈໍານວນ 30 ຈາກ 10 ປະເພດກີລາ
3. ອິນໂດເນເຊຍ ຈໍານວນ 28 ຄົນຈາກ 8 ປະເພດກີລາ
4. ສິງກະໂປ ຈໍານວນ 22 ຄົນ ຈາກ 11 ປະເພດກີລາ

5. ຟິລິບປິນ ຈໍານວນ 19 ຄົນຈາກ 11 ປະເພດກີລາ
6. ຫວຽດນາມ ຈໍານວນ 18 ຄົນຈາກ 11 ປະເພດກີລາ
7. ສປປ ລາວ ຈໍານວນ 4 ຄົນຈາກ 3 ປະເພດກີລາ
8. ມຽນມາ ຈໍານວນ 3 ຄົນຈາກ 3 ປະເພດກີລາ
9. ກໍາປູເຈຍ ຈໍານວນ 3 ຄົນຈາກ 2 ປະເພດກີລາ
10. ບຣູໄນ ຈໍານວນ 2 ຄົນຈາກ 2 ປະເພດກີລາ

ສໍາລັບ ການແຂ່ງຂັນ ໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຈະຈັດຂຶ້ນລະຫວ່າງວັນທີ 23 ກໍລະກົດ – 8 ສິງຫາ 2021 ມີການແຂ່ງຂັນທັງໝົດ 339 ລາຍການໃນ 33 ປະເພດກີລາ ເຊິ່ງໃນນັ້ນມີ 6 ກີລາທີ່ບັນຈຸເຂົ້າໃໝ່ປະກອບດ້ວຍ ຄາຣາເຕ້, ສະເກັດບອດ, ປີນເຂົາ ແລະ ໂຕ້ຄື້ນ.
ສະເພາະ ນັກກີລາລາວທີ່ໄດ້ສິດເຂົ້າຮ່ວມ ໂອແລມປິກ 2020 ມີ 4 ຄົນຈາກ 3 ປະເພດກີລາຄື:
1.ທ້າວ ສຸພະໄຊ ສິດທິສານ ນັກກີລາຢູໂດ ລົງແຂ່ງຂັນໃນຮຸ່ນ 60 ກິໂລ
2.ທ້າວ ສັນຕິສຸກ ອິນທະວົງ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ
3.ນາງ ສິຣິອາລົມ ບຸດຈະເລີນ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ
4.ນາງ ສິຣິນາ ພະອໍາໄພ ນັກກີລາແລ່ນ-ລານ ປະເພດແລ່ນ 100 ແມັດ