ເປີດບໍລິການແລ້ວຮ້ານ ນະຣິສາ ຈິວເວີຣີ ເຄື່ອງປະດັບຈາກເພັດຄຸນນະພາບສູງ

619

ອີກໜຶ່ງຜູ້ປະກອບການໜຸ່ມນ້ອຍ ທີ່ປະສົບຜົນສໍາເລັດຈາກການຂາຍເຄື່ອງອອນລາຍກາຍມາເປັນເຈົ້າຂອງຮ້ານຂາຍເພັດ ເມັດງາມ ທ່ານ ນາງ ມາລີນ້າ ສີລິວົງ ເຈົ້າຂອງຮ້ານນະຣິສາ ຈິວເວີຣີ ທີ່ເນັ້ນຄຸນນະພາບສູງ ພ້ອມທັງຍັງໃຫ້ໂອກາດທຸກຊັ້ນຄົນໄດ້ເປັນເຈົ້າຂອງ.

ທ່ານ ນາງ ມາລີນ້າ ສີລິວົງ ເຈົ້າຂອງຮ້ານ ນະຣິສາ ຈິວເວີຣີ ກ່າວວ່າ: ນະຣິສາ ຈິວເວີຣີ ເກີດຈາກຄວາມຕັ້ງໃຈຂອງຂ້າພະເຈົ້າ ເພື່ອຢາກໃຫ້ທຸກຄົນໃນສັງຄົມໄດ້ຊົມໃຊ້ເຄື່ອງປະດັບຈາກເພັດລາຄາບໍ່ແພງ ເນື່ອງຈາກຂ້າພະເຈົ້າເປັນແມ່ຄ້າຂາຍເຄື່ອງອອນລາຍ ນັບຕັ້ງແຕ່ອາຍຸ 16 ປີ. ໃນໄລຍະນັ້ນແມ່ນຂາຍເຄື່ອງຜ່ານໄອຈີ ຕັ້ງແຕ່ຍັງບໍ່ທັນມີໃຜຂາຍ ເຊິ່ງໄລຍະນັ້ນຂາຍເຄື່ອງຫາເງິນສົ່ງຕົວເອງຮຽນຈົນຈົບຢູ່ຕ່າງປະເທດ ແລະ ດ້ວຍຄວາມມັກຮັກໃນເຄື່ອງປະດັບອັນຍະມະນີ ຈຶ່ງໄດ້ທຸ່ມເທໃນການສຶກສາ ແລະ ຮຽນຮູ້ ແລະ ສາມາດຂາຍຜ່ານອອນລາຍ ຈົນກ້າວມາເປັນເຈົ້າຂອງຮ້ານຂາຍເພັດເປັນຂອງຕົນເອງ.

ເຈົ້າຂອງຮ້ານຍັງໃຫ້ຮູ້ວ່າ: ຈຸດປ່ຽນໃນການເອົາດີດ້ານການຂາຍເພັດ ເນື່ອງຈາກເປັນງານອະດີເລກຂອງຂ້າພະເຈົ້າ ມັກຕິດຕາມຮ້ານເພັດທາງອອນລາຍ, ໃຊ້ເວລາວ່າງຈາກການຕອບລູກຄ້າ – ແພັກເຄື່ອງ ມານັ່ງເບິ່ງໄລຟ໌ສົດ ແຕ່ດ້ວຍໃຈທີ່ມັກຮັກ ຂ້າພະເຈົ້າກໍເລີ່ມສຶກສາບໍ່ວ່າຈະເປັນເລື່ອງອັນຍະມະນີ, ເລື່ອງການປະກອບທຸລະກິດຈິວເວີຣີ ຈົນໄດ້ເຂົ້າໃຈ ຈຶ່ງເລີ່ມເຂົ້າມາເປັນຜູ້ປະກອບການດ້ານເຄື່ອງປະດັບອັນຍະມະນີແບບເຕັມຕົວ.

ສຳລັບ ນະຣິສາ ຈິວເວີຣີ ດ້ວຍຄວາມທີ່ເຮົາເປັນແມ່ຄ້າ ເຮົາກໍເຂົ້າໃຈໄດ້ວ່າ: ເຄື່ອງປະດັບເພັດ ມັນກໍບໍ່ຈຳເປັນຕ້ອງໃຫຍ່ອະລັງການ ໃສ່ເຕັມຄໍ ເຕັມແຂນ ຫຼື ໃສ່ອອກງານແຕ່ງ, ງານລ້ຽງໃຫຍ່ເທົ່ານັ້ນສະເໝີໄປ ເຮົາຍັງສາມາດໃສ່ໄດ້ທຸກມື້, ໃສ່ໄປວຽກປະຈໍາ ໄປງານທົ່ວໄປໄດ້, ສະນັ້ນຮ້ານນະຣິສາ ຈຶ່ງເນັ້ນຈຸດນີ້ ແລະ ລົງເລິກທາງນີ້ໂດຍສະເພາະ ເນັ້ນຜະລິດເຄື່ອງປະດັບບໍ່ວ່າຈະເປັນງານນ້ອຍ, ງານກາງ, ໃສ່ປະຈຳວັນ ລາຄາຍ່ອມເຍົາທີ່ທຸກຄົນຈັບຕ້ອງໄດ້ ສາມາດຊື້ໄປຄອບຄອງເປັນເຈົ້າຂອງໄດ້. ນອກນັ້ນ, ຮ້ານ ນະຣິສາ ຈິວເວີຣີ ຍັງເນັ້ນຄຸນນະພາບມາເປັນທີ່ໜຶ່ງຕັ້ງແຕ່ການຄັດເມັດເພັດຈາກຜູ້ຊຳນານຫຼາຍກວ່າ 20 ປີ, ການຕົກແຕ່ງ, ໂຄງຮ່າງ ແລະ ອື່ນໆ ຈົນສຳເລັດມາເປັນຊິ້ນງານເຄື່ອງປະດັບ.

ຮ້ານເຮົາຍັງເນັ້ນເຫັນຄຸນນະພາບມາເປັນທີ່ໜຶ່ງ ຕັ້ງແຕ່ການຄັດເມັດເພັດ ຈາກຜູ້ຊຳນານການຫລາຍກວ່າ 20 ປີ, ການລົງໂຕເຮືອນ, ການແຕ່ງໂຕເຮືອນ ໄປຈົນຮອດສຳເລັດມາເປັນຊີ້ນງານເຄື່ອງປະດັບ…ສຳລັບງານຮ້ານເຮົາເຮົາຮັບຮອງໄດ້ວ່າ ເປັນງານຜະລິດໂດຍຂະບວນການສະໄຫມ ໃຫມ່ 100% ຂັ້ນຕອນເຫລົ່ານີ້ ຈະສາມາດຜະລິດໄດ້ສະເພາະແຕ່ຢູ່ຕ່າງປະເທດເຊັ່ນ: ຂຶ້ນໂຕເຮືອນແຕ້ມແບບຈາກໂປຣແກຣມຄອມ ຈະສາມາດສົ່ງແບບໃຫ້ລູກຄ້າເບິ່ງ ແລະ ແກ້ໄຂແບບກ່ອນການຜະລິດໄດ້ ຂັ້ນຕອນການຂຶ້ນແມ່ພິມກໍແມ່ນການຂຶ້ນດ້ວຍການປຣິນເລຊີ້ນດ້ວຍເຄື່ອງຈັກ ຫລື ການແກະ CNC ແວັກຜ່ານເຄື່ອງຈັກ ສ່ວນຂັ້ນຕອນການຫລໍ່ໂຕເຮືອນຄຳກໍຫລໍ່ຜ່ານເຄື່ອງຈັກຫລໍ່ສະໄຫມໃຫມ່ ຫມັ້ນໃຈໄດ້ວ່າເປີເຊັນຄຳປະສົມອອກມາຖືກທຸກສັດສ່ວນ ຕະຫລອດຮອດການຝັງກໍແມ່ນຝັງຜ່ານກ່ອງຂະຫຍາຍ 30 ເທົ່າ ຫລື ເອີ້ນຢ່າງຫນຶ່ງວ່າຝັງຜ່ານກ້ອງໄມໂຄສະໂຄບ (Microscope ) ດັ່ງນັ້ນຈິ່ງຫມັ້ນໃຈໄດ້ວ່າ ງານຮ້ານເຮົາຄຸນນະພາບເມັດອັນຍະມະນີ ແລະ ໂຕເຮືອນ ແມ່ນເຮົາຄັດສັນແຕ່ສິ່ງທີ່ດີທີ່ສຸດ ມາເສີບໃຫ້ຮອດມືລູກຄ້າທຸກຊີ້ນງານ ແລະ ຫົວໃຈ ຂອງຮ້ານຍັງເນັ້ນໃສ່ການບໍລິການເປັນເລື່ອງສຳຄັນ ໃຫ້ຄວາມສຳຄັນກັບລູກຄ້າທຸກຄົນ ທຸກລະດັບ ທຸກສາຍສາຂາອາຊີບ ບໍ່ເອົາປຽບລູກຄ້າ, ເຈົ້າຂອງຮ້ານກ່າວ.

ຜະລິດຕະພັນຫຼັກໆ ມີ: ແຫວນ, ຕຸ້ມຫູ, ສາຍຄໍ, ສາຍແຂນ ແລະ ເຄື່ອງປະດັບອື່ນໆ. ທ່ານໃດທີ່ໃຫ້ຄວາມສົນໃຈສາມາດເຂົ້າເບິ່ງທີ່ຮ້ານ ນາຣິສາ ຈິວເວີຣີ ຕັ້ງຢູ່ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຼື ທາງ ແຟນເພຈ໌ Narisa Jewelry ນະຣິສາ ຈິວເວີຣີ ເພັດງາມລາຄາໂຮງງານ ຫຼື ໂທຫາໂດຍກົງໄດ້ທີ່ເບີ 020 7744 4317.