ນ້ຳປ່າໄຫຼລົ້ນເຂົ້າຖ້ວມເຮືອນປະຊາຊົນຈຳນວນໜື່ງ ໃນ 3 ບ້ານຂອງນະຄອນ ຫຼວງພະບາງ

332

ຕາມທີ່ກົມອຸຕຸນິຍົມ ແລະອຸທົກກະສາດໄດ້ປະກາດໄປກ່ອນໜ້ານັ້ນ ຈະມີຟ້າລົມຝົນຕົກໜັກແຕ່ເໜືອຮອດໃຕ້ ແລະຝົນໄດ້ຕົກໃສ່ຫຼາຍແຂວງນັບແຕ່ວັນທີ 19 ກໍລະກົດເປັນຕົ້ນມາ ຫຼ້າສຸດມີລາຍງານວ່າຢູ່ນະຄອນຫຼວງພະບາງເກີດນ້ຳຖ້ວມ 3 ບ້ານແຕ່ຍັງບໍ່ມີລາຍງານຜົນກະທົບເທື່ອ.


ເຊິ່ງໃນວັນທີ 20 ກໍລະກົດ 2021 ຜ່ານມານີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ນຳພາຄະນະກຳມະການຄວບຄຸມ ແລະແກ້ໄຂໄພພິບັດ ລົງກວດກາພື້ນທີ່ນ້ຳປ່າໄຫຼລົ້ນເຂົ້າຖ້ວມເຮືອນປະຊາຊົນຈຳນວນໜື່ງ ຢູ່ບ້ານພິກໃຫຍ່, ບ້ານກົກງິ້ວ ແລະບ້ານຊຽງລ້ອມ ໃນກຸ່ມພູຊວງ ເຮັດໃຫ້ປະຊາຊົນພົບຄວາມຫຍຸ້ງຍາກໃນການດຳລົງຊີວິດ.

ໃນນັ້ນ ທີ່ສະໂມສອນບ້ານ ພິກໃຫຍ່ ປະຊາຊົນບັນດາເຜົ່າ ໄດ້ເຕົ້າໂຮມກັນເພື່່ອຮັບຟັງການໂອ້ລົມຂອງ ເຈົ້ານະຄອນ-ຫຼວງພະບາງ ທ່ານໄດ້ຮຽກຮ້ອງໃຫ້ອົງການປົກຄອງ ແລະປະຊາຊົນເຝົ້າລະວັງກ່ຽວກັບຄວາມສ່ຽງ ດ້ານໄພພິບັດທີອາດຈະເກີດຂຶ້ນ ແລະມີຄວາມຈຳເປັນຢ່າງຍິ່ງ ທີຈະຕ້ອງໄດ້ຊ່ວຍກັນ ປົກປັກຮັກສາເນື້ອທີ່ທຳການຜະລິດ ບໍ່ໃຫ້ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ ຈັດຕັ້ງຂະບວນການອອກແຮງງານອະນາໄມ ຮ່ອງລະບາຍນ້ຳ ເພື່ອປົກປັກຮັກສານບັນດາເສັ້ນທາງ ບໍ່ໃຫ້ເກີດຄວາມເສຍ-ຫາຍເປ່ເພເທົ່າທີ່ຈະເຮັດໄດ້ຕາມຄວາມສາມາດ.

ຈາກນັ້ນ ທ່ານເຈົ້ານະຄອນ-ຫຼວງພະບາງ ພ້ອມດ້ວຍຄະນະ ແລະປະຊາຊົນ ໄດ້ໄປສຳຫລວດພື້ນທີ່ທີ່ມີຄວາມເສຍຫາຍ ເພື່ອນຳມາວາງແຜນການແກ້ໄຂ ໃຫ້ຖືກເປົ້າໝາຍຢ່າງມີປະສິດທິພາບ ແລະທັນກັບສະພາບການ. ໂອກາດກຽວກັນ ທ່ານໄດ້ເນັ້ນໃຫ້ປະຊາຊົນ ເອົາໃຈໃສ່ຕໍ່ກັບການດຳລົງຊີວິດແບບໃຫມ່ ແລະເຝົ້າລະວັງການເດີນທາງເຂົ້າມາທ້ອງຖີ່ນຂອງແຮງງານລາວ ເພື່ອຮັບປະກັນບໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເດີນທາງເຂົ້າມາໂດຍບໍ່ແຈ້ງຜ່ານການຕັ້ງ ແລະເອົາໃຈໃສ່ໃນການປ້ອງກັນການລະບາດພະຍາດໂຄວິດ 19 ດ້ວຍການປະຕິບັດບັນດາມາດຕະການຂອງຄະນະສະເພາະກິດວາງໄວ້ຢ່າງເຂັ້ມງວດ.

ຂ່າວ: ນະຄອນ ຫຼວງພະບາງ