ຊົມເຊີຍ ທ່ານ ເຈົ້າແຂວງໆຜົ້ງສາລີ ພ້ອມຄະນະນຳ ລົງພົບປະໂອ້ລົມພະນັກງານກອງຮ້ອຍ ທະຫານຊາຍແດນ 113

2638

ໃນວັນທີ 20 ກໍລະກົດ 2021 ນີ້, ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວໆແຂວງຜົ້ງສາລີ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະນຳຂັ້ນແຂວງ – ຂັ້ນເມືອງ ໄດ້ລົງເຄື່ອນໄຫວຢ້ຽມ ແລະ ພົບປະໂອ້ລົມ ພະນັກງານນັກຮົບກອງຮ້ອຍທະຫານຊາຍແດນ 113 ທີ່ຂື້ນກັບເມືອງບຸນໃຕ້.

ໂອກາດນີ້ກໍ່ໄດ້ຮັບການຕ້ອນຮັບຈາກຄະນະນຳ – ພະນັກງານນັກຮົບກອງຮ້ອຍທະຫານຊາຍແດນ 113 ພ້ອມທັງໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວ ວຽກງານວີຊາສະເພາະ ຂອງກອງຮ້ອຍທະຫານຊາຍແດນ 113 ຈາກທ່ານ ພັນຕີ ເພັງວີໄລ ຫົວຫນ້າການເມືອງກອງຮ້ອຍຊາຍແດນ 113 ເຊິ່ງໃນໄລຍະຜ່ານມາຄະນະພັກ – ຄະນະບັນຊາ ໄດ້ເອົາໃຈໃສຖຶເອົາວຽກງານສຶກສາອົບຮົມ,ການເມືອງນໍາພາແນວຄິດເປັນກົ້ກ. ເພື່ອເຮັດໃຫ້ພະນັກງານ – ນັກຮົບໃນທົ່ວກົມກອງມີແນວຄິດໜັກແໜ້ນ ແລະ ເຊື້ອໝັ້ນຕໍ່ການນໍາພາຂອງພັກ ດ້ວຍການຈັດຕັ້ງປະຕິບັດ ຂໍ້ກຳນົດ, ກົດລະບຽບຂອງຂັ້ນເທີງກໍ່ຄືຂອງກົມກອງ ວ່າງອອກເປັນຕົ້ນແມ່ນ 7 ລະບອບ 18 ວຽກ ຂອງກອງທັບໄດ້ຢ່າງເຂັ້ມງວດ. ພ້ອມກັນນັ້ນຄະນະພັກ-ຄະນະບັນຊາກົມກອງຍັງໄດ້ຖືເອົາວຽກງານອົບຮົມການເມືອງ-ຫັດແອບການທະຫານ ພະລາທິການ-ເຕັກນິກຢ່າງເປັນປົກກະຕິ. ນອກຈາກນັ້ນແລ້ວ ໄດ້ຈັດຕັ້ງລະບົບປະຈຳການກ້ຽມພ້ອມສູ້ລົບ, ປ້ອງກັນເວນຍາມຄ້າຍຄູ່, ກ້ຽມພ້ອມຮັບມືຈາກທຸກເຫດການທີ່ຈະເກີດຂື້ນນັ້ນຢ່າງບໍ່ຂາດ ແລະ ລົງເຄື່ອນໄຫວຢູ່ໃນຂອບເຂດກົມກອງຮັບຜິດຊອບພ້ອມທັງລາດຕະເວນຕາມຊາຍແດນເປັນປະຈຳ. ກອງຮ້ອຍທະຫານຊາຍແດນ 113 ຕັ້ງຢູ່ບ້ານນາມາກ, ເມືອງບຸນໃຕ້, ມີໜ້າທີ່ຮັບຜິດຊອບ 26 ບ້ານ, 6 ຫຼັກໝາຍຫຼັກໝາຍຊາຍແດນ ເລີ່ມແຕ່ຫຼັກໝາຍທີ່ 23, 24, 24-1, 25, 26 ແລະ ຫຼັກໝາຍ 26-1 ມີຄວາມຍາວຂອງເສັ້ນຊາຍແດນ 40 ກ່ວາກິໂລແມັດ, ສະພາບລວມຂອງຊາຍແດນໂດຍພື້ນຖານແມ່ນມີຄວາມສະຫງົບດີ, ແຕ່ຍັງມີບາງປະກົດການຫຍໍ້ທໍ້ຢູ່ຕາມຊາຍແດນເປັນຕົ້ນແມ່ນ ການເຄື່ອນໄຫວຂົນຂວາຍໂຄສະນາສາສະໜາເຢຊູ, ການລັກລອບເຂົ້າເມືອງທີ່ຜິດກົດໝາຍລະຫ່ວາງຊາດ ແລະ ການລັກລອບຂົນສີ່ງຜິດກົດໝາຍ. ນອກຈາກນີ້ແລ້ວພາຍໃນກົມກອງຍັງໄດ້ສ້າງພາລະທິການກັບທີໂດຍສະເພາະແມ່ນການປູກ, ການລ້ຽງ, ເຊີ່ງປັດຈຸບັນພາຍພາຍກົມກອງມີງົວຈຳນວນ 6 ໂຕ, ແບ້ 28 ໂຕ, ເປັດ – ໄກ່ 28 ໂຕ ແລະ ປູກພືດຜັກຕ່າງໆໄດ້ 2 ໂຕນກວ່າ ໃນ 6 ເດືອນຕົ້ນປີ 2021 ສາມາດສ້າງລາຍຮັບເຂົ້າກົມກອງໄດ້ 6 ລ້ານກ່ວາກີບ.


ໂອກາດນີ້, ທ່ານເຈົ້າແຂວງ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະບັນຊາພາຍໃນກົມກອງຍາດມາໄດ້ໃນໄລຍະທີ່ຜ່ານມາ, ຄຽງຄູ່ກັບຜົນງານດັ່ງກ່າວທ່ານຍັງໄດ້ເນັ້ນໜັກໃຫ້ນາຍ ແລະ ພົນທະຫານກອງຮ້ອຍທະຫານຊາຍແດນ 113 ສືບຕໍ່ເອົາໃຈໃສ່ບາງດ້ານ ໂດຍສະເພາະແມ່ນ: ສືບຕໍ່ສືກສາອົບຮົບການເມືອງແນວຄິດໃຫ້ນາຍ ແລະ ພົນທະຫານຢ່າງຕໍ່ເນື່ອງ, ສືບຕໍ່ສ້າງພາລາທິການກັບທີ, ໃນການປູກ, ການລ້ຽງ, ເຮັດໃຫ້ກົມກອງກຸ້ມຢູ່ກຸ້ມກີນ, ສືບຕໍ່ຮໍ່າຮຽນເອົານໍ້າໃຈຮັກຊາດ, ນໍ້າໃຈພີລະອາດຫານ, ມູນເຊື້ອຂອງກອງທັບ ພ້ອມທັງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ເອົາໃຈໃສ່ຝຶກແອບວິຊາສະເພາະໃຫ້ມີຄວາມຊໍານິຊໍານານ, ມີຄວາມພ້ອມໃນການສູ້ຮົບຢູ່ສະເໝີ ໂດຍສະເພາະສິນລະປະຍຸດ, ຍຸດທະວີທີ ແລະ ເຂັ້ມງວດໃນການປະຕິບັດລະບຽບວີໄນ, ມີການປຶກສາຫາລື, ແບ່ງງານ, ແບ່ງຄວາມຮັບຜິດຊອບ ສາມາດເຮັດຫຼ້ອນໜ້າທີ່ທີຂັ້ນເທິງມອບໝາຍໃຫ້ສໍາເລັດຕາມລະດັບຄາດໝາຍ ແນ່ໃສ່ເຮັດໃຫ້ປະເທດຊາດ ກໍ່ຄືແຂວງຜົ້ງສາລີ ລຽບຕາມຊາຍແດນມີຄວາມສະຫງົບສຸກໂດຍພຶ້ນຖານ.


ໂອກາດທີ່ ທ່ານເຈົ້າແຂວງພ້ອມຄະນະເຄື່ອນໄຫວພົບປະໂອ້ລົມ ກອງຮ້ອຍທະຫານຊາຍແດນ 113 ຢູ່ເມືອງບຸນໃຕ້ນີ້, ຍັງໄດ້ນຳເອົາ ວັດຖຸປັດໃຈຈຳນວນໝື້່ງເປັນຕົ້ນແມ່ນ, ໂທລະທັດ 1 ຊຸດ, ກິຕ້າ 1 ໝ່ວຍ, ຊຸດກິລາຈຳນວນ 20 ຊຸດ, ອຸປະກອນກິລາຕ່າງໆ ແລະ ເງິນຈຳນວນໝື້່ງມອບໃຫ້ກອງຮ້ອຍທະຫານຊາຍແດນ 113 ຕື່ມອີກ.