ເປີດກອງປະຊຸມ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເຊິ່ງຮອດປັດຈຸບັນຄວາມຄືບໜ້າທັງໝົດຂອງໂຄງການແມ່ນຫຼາຍກວ່າ92,80%

668

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເປີດກອງປະຊຸມ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຂຶ້ນທີ່ນະຄອນ ຫຼວງພະບາງ ໃນວັນພຸດ ວັນທີ 21 ກໍລະກົດ 2021 ເພື່ອລາຍງານຄວາມຄືບຫນ້າການຈັດຕັ້ງປະຕິບັດວຽກງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໂດຍການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການແລະ ຂົນສົ່ງ ທັງເປັນຮອງຫົວຫນ້າຄະນະຊີ້ນໍາ ແລະ ຜູ້ປະຈໍາການ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ.

ໂດຍມີຮອງລັດຖະມົນຕີ ກະຊວງການເງິນ, ຮອງເຈົ້າຄອງ, ຮອງເຈົ້າແຂວງທີ່ທາງລົດໄຟຜ່ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ຍັງຄ້າງຄາ, ແນໃສ່ຮ່ວມກັນຊອກຫາທາງອອກ, ມາດຕະການ ແລະ ວິທີແກ້ໄຂບັນຫາທີ່ຖືກຕ້ອງ, ສົມເຫດສົມຜົນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້.

ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ: ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ແມ່ນເພື່ອສືບຕໍ່ປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດບັນດາວຽກຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ; ໂຄງການກໍ່ສ້າງທາງ ລົດໄຟລາວ-ຈີນ ເປັນໂຄງການໃຫຍ່ ທີ່ມີຄວາມໝາຍ ຄວາມສໍາຄັນ ແລະ ເປັນໂຄງການໜຶ່ງຂອງຂໍ້ລິເລີ່ມ “ຫນຶ່ງແລວ ຫນຶ່ງເສັ້ນທາງ” ທີ່ຜ່ານ ສປປ ລາວ, ໂດຍການນໍາຂອງສອງພັກ ແລະສອງລັດ ຖະບານ ສປປ ລາວ ແລະ ສປ ຈີນ ໄດ້ຕົກລົງເປັນເອກະພາບກັນ ໃຫ້ເປັນໂຄງການຕົວແບບຂອງ ການຮ່ວມມືມິດຕະພາບລາວ-ຈີນ, ເປັນໂຄງການປອດໃສຂາວສະອາດ ແລະ ໄດ້ປະກາດໃຫ້ສັງຄົມ ໂລກໄດ້ຮັບຮູ້ວ່າໂຄງການນີ້ຈະສໍາເລັດ ແລະ ເປີດໃຫ້ບໍລິການໃນວັນທີ 2 ທັນວາ 2021 ທີ່ຈະມາ ເຖິງນີ້. ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດໃນບົດລາຍ ງານຄວາມຄືບຫນ້າການຈັດຕັ້ງປະຕິບັດວຽກງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນໃນໜ້າວຽກຕ່າງໆຄື:

1) ວຽກງົບປະມານ
2) ວຽກໄກ່ເກ່ຍສິ່ງກີດຂວາງ;
3) ວຽກເສັ້ນທາງລົດໄຟ ຕັດກັບເສັ້ນທາງຫຼວງຕ່າງໆ ໃນຊ່ວງລະດູຝົນ;
4) ວຽກບ້ານຈັດສັນ (4 ໝູ່ບ້ານ);
5) ວຽກທາງເຂົ້າສະຖານີລົດໄຟ, ວຽກການເຊື່ອມຕໍ່ລະບົບ ໄຟຟ້າ, ນ້ໍາປະປາ, ໂທລະຄົມມະນາຄົມ ແລະ ວຽກກວດກາຂອງເຈົ້າຫນ້າທີ່ຢູ່ດ່ານ.

ກອງປະຊຸມໄດ້ ຈະພ້ອມກັນຄົ້ນຄວ້າປະກອບຄໍາເຫັນຕໍ່ການລາຍງານຂອງ ຫົວຫນ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ຄໍາຖາມເຈາະຈີ້ມຂອງທ່ານ ປະທານກອງປະຊຸມ ໂດຍສະເພາະແມ່ນການປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ຍັງຄ້າງຄາ, ແນໃສ່ຮ່ວມກັນຊອກຫາທາງອອກ, ມາດຕະການ ແລະວິທີແກ້ໄຂບັນຫາທີ່ຖືກຕ້ອງ, ສົມເຫດສົມຜົນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມ ແຜນການທີ່ກໍານົດໄວ້.

ຫົວລົດໄຟ ທີ່ໃຊ້ໃນການລຳລຽງຂົນສົ່ງ ໃນວຽກງານການກໍ່ສ້າງທາງລົດໄຟ

ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານຕໍ່ກອງປະຊຸມວ່າ: ລວມຄວາມຄືບຫນ້າທັງໝົດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕ່ນ ຫາ ສະຖານີວຽງຈັນໃຕ້ (ທ່ານາແລ້ງ) ລວມຄວາມຍາວ 426 ກິໂລແມັດ ມາຮອດວັນທີ 31 ພຶດສະພາ ປີ 2021 ສໍາເລັດ 92,80%.

ໄດ້ແບ່ງການກໍ່ສ້າງອອກເປັນ 2 ຊ່ວງ, ສະເພາະຄວາມຄືບຫນ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 1 (409 ກິໂລແມັດ) ແຕ່ບໍ່ເຕ່ນ ຫາ ສະຖານີໂດຍສານນະຄອນຫລວງວຽງຈັນ ລວມຄວາມຍາວ 409 ກິໂລແມັດ ມາຮອດວັນທີ 31 ພຶດສະພາ ປີ 2021 ປະຕິບັດສໍາເລັດ 98,80% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.

ທ່ານລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ລົງຕິດຕາມຊຸກຍູ້ການກໍ່ສ້າງສະຖານີໂພນໂຮງ, ວັນທີ 20 ກໍລະກົດ 2021

ໃນນີ້ວຽກງານການວາງລາງທາງລົດໄຟ ສໍາເລັດ 409 ກິໂລແມັດ ເທົ່າກັບ 100%, ການຕັ້ງເສົາໄຟຟ້າ ສໍາເລັດ 5.886 ເສົາ ເທົ່າກັບ 86,9%, ຕິດຕັ້ງແຂນຍືນແຈກໄຟຟ້າ ສໍາເລັດ 6.866 ຊຸດ ເທົ່າກັບ 98,9%; ຕິດຕັ້ງສາຍໄຟແຈກໄຟຟ້າຕາມລະບົບໄຟ ສໍາເລັດ 390,2 ກິໂລແມັດ ເທົ່າກັບ 67,9%.

ສ່ວນຄວາມຄືບຫນ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງທີ 2 ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ ຫາ ສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ລວມຄວາມຍາວ 17 ກິໂລແມັດປະຕິບັດສໍາເລັດ 72% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.