ນາຍົກ ສະເໜີໃຫ້ໝົດທຸກຄົນ ເອົາໃຈໃສ່ຕື່ມ 5 ວຽກສຳຄັນ ໃນການປ້ອງກັນໂຄວິດ-19

589

ທ່ານ ນາຍົກລັດຖະມົນຕີ ຖະແຫຼງກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ ໃນວັນທີ20ກໍລະກົດ 2021

ໃນເວລານີ້, ບັນດາປະເທດໃນໂລກ ລວມທັງ ປະເທດໃກ້ຄຽງ ກໍຄື ປະເທດພວກເຮົາ ແມ່ນຍັງຢູ່ໃນສະພາບການທີ່ມີຄວາມທ້າທາຍ ແລະ ຫຼໍ່ແຫຼມຫຼາຍດ້ານ ທີ່ບໍ່ອາດຈະປະໝາດ, ລະເຫຼີງ ແລະ ເຜີຕົວໄດ້ເປັນອັນຂາດ. ພວກເຮົາ ຕ້ອງພ້ອມກັນເພີ່ມທະວີການປ້ອງກັນ, ຄວບຄຸມ ພະຍາດໂຄວິດ-19 ດ້ວຍທຸກມາດຕະການ ແລະ ທຸກກຳລັງແຮງ ຢ່າງເປັນປະຈຳ ເພື່ອບໍ່ໃຫ້ມີການລະບາດເກີດຂຶ້ນໃນຮອບໃໝ່ຢູ່ປະເທດພວກເຮົາ. ສິ່ງສຳຄັນ, ພວກເຮົາຕ້ອງພ້ອມກັນເພີ່ມທະວີຄວາມຮັບຜິດຊອບ ຕໍ່ປະເທດຊາດ ແລະ ປະຊາຊົນຂອງພວກເຮົາ ດ້ວຍການຍົກສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ແລະ ເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກ ໃນແຕ່ລະໄລຍະຢ່າງເຂັ້ມງວດ ແນໃສ່ຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະ ເພື່ອໃຫ້ບັນລຸຄາດໝາຍທີ່ວ່າ ໃຫ້ມີຜູ້ຕິດເຊື້ອໜ້ອຍທີ່ສຸດ, ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ ໄດ້ໄວ ແລະ ທົ່ວເຖິງ. ນັ້ນແມ່ນຄາດໝາຍໃຫຍ່ຂອງລັດຖະບານ. ສະນັ້ນ, ຖືໂອກາດນີ້ ຕາງໜ້າໃຫ້ແກ່ພັກ-ລັດຖະບານ ຂ້າພະເຈົ້າ ສະເໜີໃຫ້ພວກເຮົາ ໝົດທຸກຄົນ ເອົາໃຈໃສ່ຕື່ມບາງດ້ານ ດັ່ງນີ້:

1. ຮຽກຮ້ອງມາຍັງພະນັກງານ, ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ຢູ່ ສປປ ລາວ ສືບຕໍ່ເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດ ບັນດານະໂຍບາຍ ແລະ ມາດຕະການ ທີ່ລັດຖະບານ ກໍຄື ຄະນະສະເພາະກິດແຕ່ລະຂັ້ນວາງອອກ ໃນແຕ່ລະໄລຍະ ໃຫ້ເຂັ້ມງວດ ແລະ ໃຫ້ຖືວ່າວຽກງານດັ່ງກ່າວ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ ຊຶ່ງປະກອບ ດ້ວຍມາດຕະການທາງການແພດ, ດ້ານການບໍລິການ ແລະ ດ້ານເສດຖະກິດ ພະຍາຍາມສູງເຮັດແນວໃດໃຫ້ມີຄວາມດູນດ່ຽງ ຊ່ວຍໜູນກັນລະຫວ່າງ ບັນດາມາດຕະການດັ່ງກ່າວ ແນ່ໃສ່ບັນລຸຕາມຄາດໝາຍລວມ ດັ່ງໄດ້ກ່າວໄປແລ້ວຂ້າງເທິງ. ພ້ອມນີ້, ຮຽກຮ້ອງໃຫ້ ທຸກຄົນໃນສັງຄົມ ຈົ່ງຮັບເອົາຂໍ້ມູນຂ່າວສານຢ່າງມີສະຕິ, ໃຫ້ເອົາໃຈໃສ່ ຕິດຕາມຂ່າວສານ ຈາກທາງການ, ອັນໃດບໍ່ເຂົ້າໃຈ ຫຼືອັນໃດຍັງມີຄວາມລະແວງສົງໄສ ບໍ່ຈະແຈ້ງ ແມ່ນໃຫ້ສອບຖາມໂດຍກົງກັບເຈົ້າໜ້າທີ່ ທີ່ຮັບຜິດຊອບ, ບໍ່ໃຫ້ຫຼົງເຊື່ອນຳຂ່າວລື, ຂ່າວບິດເບືອນ ທີ່ຈະສ້າງຄວາມແຕກຕື່ນວຸ້ນວາຍສັບສົນ ໃນສັງຄົມ ແລະ ເປັນຊ່ອງວ່າງ ສ້າງຄວາມແຕກແຍກຄວາມສາມັກຄີພາຍໃນ.


2. ສືບຕໍ່ຈັດຫາ ຢາວັກຊີນ ແລະ ຈັດຕັ້ງສີດໃຫ້ປະຊາຊົນ ໃຫ້ບັນລຸຕາມແຜນການທີ່ກຳນົດໄວ້ ຄື ຢ່າງໜ້ອຍປີ 2021 ນີ້ ໃຫ້ໄດ້ 50 % ຂອງພົນລະເມືອງທົ່ວປະເທດ. ປະຈຸບັນ ໄດ້ສີດໄປແລ້ວສອງເຂັມມີ 743.949 ຄົນ ແລະ ສີດໄປແລ້ວ ເຂັ້ມທີໜຶ່ງ 1.056.672 ຄົນ, ຖ້າບວກທັງສອງປະເພດນີ້ເຂົ້າກັນ ກໍ່ປະມານ 1.800.621 ຄົນ ແລະ ຍັງສືບຕໍ່ສີດຕໍ່ໄປ, ຖ້າສະເລ່ຍຕົວເລກອັນນີ້ ທັງເຂັມໜຶ່ງ ແລະ ເຂັມສອງ ກໍ່ກວມ 25,7% ຂອງພົນລະເມືອງ. ວັກຊິນ ຍັງຈະສືບຕໍ່ຈັດສົ່ງມາອີກ ເປັນໄລຍະໄລຍະ ໂດຍສະເພາະ ໄລຍະໃກ້ໆນີ້ ມື້ວັນທີ 16 ກໍລະກົດ 2021 ວັກຊິນຈອນສັນແອນຈອນສັນ ກໍ່ໄດ້ມາເຖິງ ສປປ ລາວ ຈຳນວນ 1 ລ້ານໂດສ, ຖ້າພວກເຮົາສີດໝົດ 1 ລ້ານໂດສນີ້ ບວກກັບອັນເກົ່າ ທີ່ສີດຜ່ານມາແລ້ວ ກໍ່ຈະໄດ້ປະມານ 40 ກວ່າເປີເຊັນ ຂອງພົນລະເມືອງ, ຄາດວ່າ ຍັງຈະມີວັກຊິນ ນຳເຂົ້າມາເປັນໄລຍະໄລຍະ ແລະ ພວກເຮົາຈະສາມາດປະຕິບັດໄດ້ຕາມຄາດໝາຍ. ວັກຊີນທີ່ນຳໃຊ້ຢູ່ປະເທດເຮົາ ແມ່ນມີຫຼາຍສະນິດ ເຊັ່ນ: ຊິໂນຟາມ, ສະປຸກນິກ, ແອດສຕຣາຊິເນກາ, ຟາຍເຊີ ແລະ ຈອນສັນແອນຈອນສັນ, ຢືນຢັນອີກວ່າ ທຸກສະນິດລ້ວນແຕ່ດີມີຄຸນນະພາບ, ລັດຖະບານມີນະໂຍບາຍສັກໃຫ້ປະຊາຊົນ ຢ່າງສະເໝີພາບ ຕາມຫຼັກວິຊາການແພດ ຊຶ່ງໄດ້ມີເປົ້າໝາຍຕາມອາຍຸກະສຽນ, ຕາມສະພາບສຸຂະພາບຂອງແຕ່ລະຄົນ ແນ່ໃສ່ຮັບປະກັນຄວາມປອດໄພຂອງປະຊາຊົນ.


ໃນເລື່ອງນີ້ຮຽກຮ້ອງໃຫ້ທຸກຄົນ ຕື່ນຕົວສະໝັກໃຈ ປະຕິບັດຕາມກົດລະບຽບ ແລະ ແຜນການມາດຕະການທາງການແພດ ຫຼີກເວັ້ນການແຍ່ງຊິງກັນ ແລະ ສ້າງຄວາມສັບສົນໃນເວລາແຈກຢາຍ ແລະ ໃນເວລາສີດວັກຊີນ ດັ່ງກ່າວ.
ການສີດວັກຊີນ ແມ່ນການສ້າງພູມຕ້ານທານໃນຮ່າງກາຍ. ຕາມບົດຮຽນຕົວຈິງຂອງບັນດາປະເທດ ບໍ່ໝາຍຄວາມວ່າໄດ້ສີດຢາແລ້ວຈະບໍ່ຕິດເຊື້ອອີກ, ສີດວັກຊີນແລ້ວກໍ່ຕາມ ອາດຈະຕິດເຊື້ອໄດ້ອີກ ແຕ່ອາດຈະບໍ່ມີອາການປ່ວຍຮ້າຍແຮງ, ປົວດີ ໄດ້ໄວ ແລະ ຈຳກັດການເສຍຊີວິດ. ສະນັ້ນ ສີດວັກຊີນແລ້ວ ກໍ່ຍັງຕ້ອງສືບຕໍ່ປະຕິບັດຕາມມາດຕະການ ພື້ນຖານຂອງການປ້ອງກັນ ເຊັ່ນ: ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ, ລ້າງມືດ້ວຍເຈວມີທາດເຫຼົ້າ ຫຼື ສະບູ ແລະ ປະຕິບັດມາດຕະການອື່ນໆ ທີ່ຄະນະສະເພາະກິດວາງອອກ ຢ່າງເປັນປົກກະຕິ.


3. ສືບຕໍ່ໃຫ້ບັນດາແຂວງ ປັບປຸງ ແລະ ຂະຫຍາຍສູນກັກກັນ ແລະ ໂຮງໝໍພາກສະໜາມ ໃຫ້ສາມາດຮອງຮັບໄດ້ການກັບມາຂອງແຮງງານລາວຈາກຕ່າງປະເທດ, ເພີ່ມທະວີມາດຕະການດ້ານການແພດ ແລະ ການບໍລິຫານຄຸ້ມຄອງຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເຊື້ອພະຍາດເລັດລອດແຜ່ລະບາດອອກສູ່ຊຸມຊົນ. ຂໍຮຽກຮ້ອງເຖິງເຈົ້າໜ້າທີ່ ແລະ ຜູ້ທີ່ເຂົ້າກັກເກັບໂຕໃນສູນ ກໍ່ຄືຜູ້ຕິດເຊື້ອ ທີ່ພວມປິ່ນປົວຢູ່ໂຮງໝໍ ຈົ່ງມີຄວາມຮັບຜິດຊອບຕໍ່ຕົນເອງ ຕໍ່ຄອບຄົວ ແລະ ຕໍ່ສັງຄົມ ບໍ່ຝ່າຝືນລະບຽບການ ແລະ ມາດຕະການຕ່າງໆ ທີ່ໄດ້ກຳນົດໄວ້.


4. ຮຽກຮ້ອງມາຍັງປະຊາຊົນລາວ ກໍ່ຄືຊາວຕ່າງປະເທດ ທີ່ມີຄວາມປະສົງຈະເຂົ້າ-ອອກ ສປປ ລາວ ໃຫ້ປະຕິບັດຖືກຕ້ອງຕາມຂັ້ນຕອນຂອງລະບຽບການ ບໍ່ໃຫ້ລັກລອບເຂົ້າ-ອອກ ຕາມລຳພັງ ຊຶ່ງຈະເປັນການນຳເອົາເຊື້ອພະຍາດໂຄວິດ-19 ເຂົ້າມາແຜ່ລະບາດເປັນວົງກວ້າງຢູ່ ສປປ ລາວ ແລະ ກໍ່ຢູ່ປະເທດເພື່ອນບ້ານເຊັ່ນກັນ ຊຶ່ງຈະເຮັດໃຫ້ຄວບຄຸມໄດ້ຍາກທີ່ສຸດ. ພິເສດ ຕໍ່ກັບແຮງງານລາວ ທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງ ກໍ່ຂໍໃຫ້ປະຕິບັດເຂັ້ມງວດຕາມລະບຽບການຂອງປະເທດເພື່ອນບ້ານທີ່ຕົນເອງອາໃສຢູ່ ໃນຂະນະດຽວກັນ ຖ້າຕ້ອງການກັບຄືນ ສປປ ລາວ ເຊິ່ງເປັນບ້ານເກີດເມືອງນອນຂອງຕົນເອງ ກໍ່ໃຫ້ດຳເນີນຢ່າງຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ເຖິງແມ່ນວ່າເວລາອອກໄປຕ່າງປະເທດ ຈະລັກລອບອອກໄປກໍ່ຕາມ ແຕ່ເວລາກັບເຂົ້າມາ ຂໍໃຫ້ກັບມາຢ່າງຖືກຕ້ອງ ໂດຍໃຫ້ພົວພັນກັບເຈົ້າໜ້າທີ່ສະຖານທູດ, ກົງສູນລາວ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ແລ້ວເດີນທາງມາຜ່ານດ່ານຕ່າງໆຢ່າງເປັນທາງການ. ລັດຖະບານ ຖືວ່າການເດີນທາງເຂົ້າມາປະເທດຢ່າງຖືກຕ້ອງນັ້ນ ເປັນການກະທຳທີ່ຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນຢ່າງແທ້ຈິງ ແລະ ກົງກັນຂ້າມ ບຸກຄົນໃດຫາກລັກລອບເຂົ້າມາ ຈະແມ່ນດ້ວຍເສັ້ນທາງໃດກໍ່ຕາມ ຖືວ່າເປັນຜູ້ມີຄວາມຜິດຕາມກົດໝາຍ ແລະ ເປັນຜູ້ນຳເອົາຜົນເສຍຫາຍມາໃຫ້ປະເທດຊາດ ຊຶ່ງຈະຖືກດຳເນີນຄະດີຕາມກົດໝາຍຂອງ ສປປ ລາວ.(ເລື່ອງນີ້ ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ ພໍ່ແມ່ ພີ່ນ້ອງ ສົ່ງຂ່າວຕໍ່ໃຫ້ລູກຫຼານ ແລະ ໝູ່ຄູ່ຂອງຕົນເອງຊາບ ໃຫ້ຈະແຈ້ງ ແລະ ທົ່ວເຖິງ)


5. ຂໍໃຫ້ປະຊາຊົນລາວທຸກຖ້ວນໜ້າ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງທຸກພາກສ່ວນ ຮັບຮູ້ເຂົ້າໃຈວ່າ ພະຍາດໂຄວິດ-19 ໄດ້ລະບາດຮຸນແຮງໄປຂອບເຂດທົ່ວໂລກ ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ແກ່ຊີວິດ ແລະ ເສດຖະກິດ-ຊີວິດການເປັນຢູ່ຂອງປະຊາຊົນ ຢ່າງມະຫາສານ. ລັດຖະບານ ກໍ່ຄືປະຊາຊົນທຸກໆປະເທດໃນທົ່ວໂລກ ແມ່ນໄດ້ມີຄວາມພະຍາຍາມສະກັດກັ້ນ ແລະ ຕ້ານສຸດຄວາມສາມາດຂອງຕົນ ແຕ່ກໍ່ຍັງບໍ່ທັນສາມາດຈະດັບມອດມັນໄດ້ເທື່ອ ແລະ ມັນກໍ່ອາດຈະຍັງສືບຕໍ່ຢູ່ຄຸກຄາມມວນມະນຸດພວກເຮົາຕໍ່ໄປ. ສຳລັບປະເທດເຮົາ ຂ້າພະເຈົ້າເຂົ້າໃຈດີວ່າ ປະຊາຊົນກໍ່ເຊັ່ນດຽວກັນກັບແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ລ້ວນແຕ່ມີຄວາມອິດເມື່ອຍຕໍ່ການເຝົ້າລະວັງ ແລະ ກໍ່ປະຕິບັດໜ້າທີ່ຂອງຕົນ ໂດຍສະເພາະ ແມ່ນແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຊຶ່ງໄດ້ເປັນຜູ້ເຮັດໜ້າທີ່ບໍລິການຮັບໃຊ້ ປະຊາຊົນ ໃນການປ້ອງກັນ ແລະ ປິ່ນປົວ ມາເປັນເວລາ 2 ປີ. ສະນັ້ນ ຂໍຮຽກຮ້ອງໃຫ້ເຫັນອົກເຫັນໃຈຊຶ່ງກັນ ແລະ ກັນ ຂໍໃຫ້ທຸກຄົນຈົ່ງໃຊ້ເຫດຜົນ ໃຊ້ຄວາມອົດທົນ ບໍ່ໃຊ້ອາລົມຕໍ່ກັນ-ປະຊາຊົນກໍ່ຕ້ອງເຫັນໃຈແພດໝໍ ແລະ ເຈົ້າໜ້າທີ່, ເຈົ້າໜ້າທີ່ ກໍ່ຕ້ອງເຂົ້າໃຈ ແລະ ເຫັນໃຈປະຊາຊົນຜູ້ເຈັບປ່ວຍ, ສາມັກຄີຊ່ວຍເຫຼືອກັນ ຮ່ວມແຮງກັນ ພ້ອມກັນຜ່ານຜ່າໄປດ້ວຍກັນ, ຈົ່ງພ້ອມກັນປົກປັກຮັກສາມູນເຊື້ອອັນດີງາມຂອງສັງຄົມລາວເຮົາ ເຊິ່ງເປັນສັງຄົມຂອງການໂອບເອື້ອອາລີ ສາມັກຄີຮັກແພງ.