ເຕືອນ 4 ລາສີ ແຕ່ນີ້ຫາທ້າຍເດືອນ ກໍລະກົດ ໃຫ້ລະວັງເລື່ອງເງິນ

1056

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ຄໍລໍາທໍານາຍດວງຊາຕາໃນອາທິດນີ້ ຜູ້ຂຽນມີເລື່ອງມາເຕືອນ ໂດຍສະເພາະຜູ້ທີ່ເກີດ 4 ລາສີນີ້ ໃຫ້ ລະວັງບັນຫາເລື່ອງເງິນໃຫ້ດີ ບໍ່ວ່າຈະເປັນການໃຊ້ຈ່າຍຂັດຂ້ອງ ຫຼື ມີບັນຫາກັບຄົນໃກ້ຊິດມິດສະຫາຍຍ້ອນເລື່ອງເງິນ.

May be an image of text that says 'Capricorn'

ລາສີມັງກອນ ( ຜູ້ທີ່ເກີດລະຫວ່າງວັນທີ 15 ມັງກອນ ຫາ 12 ກຸມພາ ) ໂດຍທົ່ວໄປໄລຍະນີ້ຖ້າບໍ່ນັບເລື່ອງວຽກງານ ກໍຂ້ອນຂ້າງທີ່ຈະລາບລື່ນ ເຮັດຫຍັງກໍມີເກນປະສົບ ຄວາມສໍາເລັດໄດ້ງ່າຍ ແຕ່ເລື່ອງເງິນ ໄລຍະນີ້ຕ້ອງລະວັງ ທ່ານອາດມີວິຕົກກັງວົນກັບຄ່າໃຊ້ຈ່າຍຢູ່ແດ່ ເພາະມີແນວໃຫ້ຈັບຈ່າຍຫຼາຍຢ່າງ, ດັ່ງນັ້ນໄລຍະນີ້ຈະໃຊ້ເງິນໃຫ້ວາງແຜນໃຫ້ລະອຽດ.

May be an image of text that says 'Aquarius'

ລາສີກຸມ ( ຜູ້ທີ່ເກີດລະ ຫວ່າງວັນທີ 13 ກຸມພາ ຫາ 14 ມີນາ ) ໃນໄລຍະນີ້ອາດຈະມີບັນຫາ ໂດຍສະເພາະເລື່ອງຂອງການເງິນເຂົ້າມາເລັກໜ້ອຍ ແຕ່ຢ່າຕື່ນ ຂໍໃຫ້ນິ້ງເສີຍກັບບັນຫາຕ່າງໆທຸກຢ່າງກໍຈະຜ່ານພົ້ນໄປໂດຍດີ ແລະ ເຕືອນໃຫ້ລະວັງເລື່ອງການຊ່ວຍຄົນອື່ນ ແລະ ການຖືກຫັກຫຼັງຈາກຄົນທີ່ໄວ້ໃຈ, ລະວັງບັນຫາການຖົກຖຽງທີ່ກ່ຽວຂ້ອງກັບການກູ້ຢືມເງິນ. ແນວໃດກໍຕາມໃນໄລຍະນີ້ໃຫ້ຈັບຈ່າຍຢ່າງລະມັດລະວັງ ເພາະເປັນໄລຍະການເງິນຂ້ອນຂ້າງຜັນຜວນ ແລະ ໃຫ້ລະວັງເລື່ອງຂອງມີຄ່າສູນຫາຍ.

May be an image of text

ລາສີເມກ ( ຜູ້ທີ່ເກີດລະ ຫວ່າງວັນທີ 13 ເມສາ ຫາ 14 ພຶດສະພາ ) ໄລຍະນີ້ໃຫ້ລະວັງເລື່ອງຄວາມໃຈຮ້ອນ ແລະ ເອົາແຕ່ໃຈຂອງຕົນເອງ ຈະເຮັດຫຍັງໃຫ້ໃຊ້ສະຕິ ໂດຍສະເພາະເລື່ອງເງິນໃນໄລຍະນີ້ ເກັບເງິນບໍ່ຄ່ອຍຢູ່ ແລະ ອີກໜຶ່ງເລື່ອງຄືໃຫ້ລະມັດລະວັງໃນເລື່ອງຂອງການຖືກຫຼອກໃຫ້ລົງທຶນ ຫຼື ການໃຫ້ຄົນອື່ນກູ້ຢືມ ຫຼື ເຊັນຄໍ້າປະກັນໃດໆ ເພາະຈະສົ່ງຜົນເສຍໃຫ້ເກີດຄວາມເດືອດຮ້ອນເລື່ອງການເງິນໄດ້.

May be an image of text that says 'Taurus'

ລາສີພຶດສົກ ( ຜູ້ທີ່ເກີດລະຫວ່າງວັນທີ 15 ພຶດສະພາ ຫາ 14 ມິຖຸນາ ) ໄລຍະນີ້ຊາວລາສີພຶດສົກເປັນໄລຍະທີ່ຕ້ອງໃຊ້ຄວາມຄິດໃນການຕັດສິນໃຈຢູ່ໃນໄລຍະທີ່ຂ້ອນຂ້າງມີຄວາມສັບສົນອາລົມອ່ອນໄຫວງ່າຍ ແລະ ບໍ່ໝັ້ນໃຈຕົນເອງ. ສໍາລັບເລື່ອງເງິນ ໄລຍະນີ້ຄົນຮອບຂ້າງຢາກຈະເຂົ້າມາພັກພິງຂໍຄວາມຊ່ວຍເຫຼືອໃນເລື່ອງຂອງການເງິນ ຢາກໃຫ້ຄົນເກີດລາສີນີ້ລະມັດລະວັງໃນການຊ່ວຍເຫຼືອຄົນອື່ນ ໂດຍສະເພາະເລື່ອງເງິນເພາະຈະເຮັດໃຫ້ຕົນເອງເດືອດຮ້ອນ ແລະ ເຕືອນຢາກໃຫ້ໃຊ້ເງິນຢ່າງລະມັດລະວັງ ເພາະມີເກນຈະໝົດເງິນໄປກັບຄົນອື່ນຫຼາຍກວ່າຕົນເອງ.

ທີ່ມາ: https://www.facebook.com/Horo2day