ການກໍ່ສ້າງນ້ຳປະປາ ແລະ ສຸຂະພິບານ ໃນເທດສະບານແຂວງສຳເລັດແລ້ວ 99,8%

457

ທ່ານ ສິດທິກອນ ພະນາລາຍ ຮອງອຳນວຍການ ລັດວິສາຫະກິດ ນ້ຳປະປາ ຫົວໜ້າໜ່ວຍງານຈັດຕັ້ງປະຕິບັດໂຄງການ ກໍ່ສ້າງ ນ້ຳປະປາ ໃນ ເມືອງຫຼວງນ້ຳທາ( ເຂດເທດສະບານແຂວງ)ໃຫ້ສຳພາດວ່າ: ໂຄງການ ນ້ຳປະປາ ໃນເທດສະບານເມືອງຫຼວງນ້ຳທາ ໄດ້ເລີ່ມລົງເກັບກໍາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ມາແຕ່ທ້າຍປີ 2014 ຈົນຮອດ ປີ 2016 ຈຶ່ງໄດ້ຮັບທຶນກູ້ຢືມຈາກ ທະນາຄານພັດທະນາອາຊີ ( ADB ) ເຂົ້າໃນການກໍ່ສ້າງລະບົບນ້ຳປະປາແບບຄົບຊຸດ.

ໃນຕົ້ນປີ 2016 ແມ່ນໄດ້ມີການສຳຫຼວດອອກແບບ ແລະ ທ້າຍປີ 2017 ໄດ້ມີການເປີດຊອງປະມູນການກໍ່ສ້າງລະບົບນ້ຳປະປາ, ເຊິ່ງແມ່ນ ບໍລິສັດ ຊົງເມີຍ ວິສະວະກຳກໍ່ສ້າງຈຳກັດ ເປັນຜູ້ຊະນະການປະມູນ ໃນມູນຄ່າ ຕາມສັນຍາ 2.813.898,48 ໂດລາສະຫະລັດ ເທົ່າກັບ( 22.511.178.840 ກີບ.) ໃນນີ້ ADB ຮັບຜິດຊອບ 70% ແລະ ລັດວິສາຫະກິດນ້ຳປະປາຮັບຜິດຊອບ 30% ໃນອັດຕາດອກເບ້ຍ 6,4%,ໄລຍະການຈ່າຍດອກເບ້ຍ ແລະ ຕົ້ນທຶນແມ່ນ 25 ປີ ມີກຳລັງການຜະລິດ 6.300 ແມັດກ້ອນຕໍ່ມື້.

ໄດ້ເລີ່ມລົງມືກໍ່ສ້າງມາແຕ່ ວັນທີ 12 ມີນາ 2018 ມາຮອດປັດຈຸບັນຄືບ 99,8%, ການກໍ່ສ້າງລະບົບນ້ຳປະປາແບບຄົບຊຸດນີ້ ຕາມສັນ ຍາແລ້ວແມ່ນໃຊ້ເວລາ ທັງໝົດ 30 ເດືອນ, ຈະສຳເລັດ.ນອກຈາກນັ້ນ ທາງໂຄງການຍັງໄດ້ໃຫ້ທຶນຊ່ວຍເຫຼືອລ້າຈຳນວນໜຶ່ງໃນການປັບປຸງສະພາບແວດລ້ອມຂອງ 7 ບ້ານເປົ້າໝາຍຂອງໂຄງການ ໃນມູນຄ່າ 555.185.400 ກີບ, ແລະ ວຽກຈັດຊື້ວັດສະດຸກໍ່ສ້າງວິດຖ່າຍໃຫ້ຄອບຄົວທຸກຍາກຈຳນວນ 59 ຄອບຄົວ ໃນມູນຄ່າ 55.371,500 ກີບ ແລະ ຄາດວ່າຈະເປິດນ້ຳໃຫ້ປະຊາຊົນໄດ້ຊົມໃຊ້ໃນທ້າຍເດືອນ ສິງຫາ ປີ 2021.

ໂຄງການມີທັງໝົດ 15 ບ້ານເປົ້າໝາຍມີຈຳນວນ 3.956ຄອບຄົວ ແລະ ຕິດຕັ້ງນ້ຳເຂົ້າເຮືອນປະຊາຊົນແລ້ວຕາມການມອບໝາຍຂອງໂຄງການ ແມ່ນ 2.787 ໜ່ວຍ. ແຕ່ເນື່ອງຈາກມີການລະບາດຂອງພະຍາດ ໂຄວິດ – 19 ເຂົ້າມາ ຈຶ່ງບໍ່ສາມາດປະຕິບັດວຽກໄດ້ຕາມແຜນກຳນົດ.

ຂ່າວ: ກິ່ນນາລົມ