ກະແລັມວໍລ ປະກອບສ່ວນໃນບັ້ນການສັກວັກແຊັງຕ້ານໂຄວິດ – 19 ມອບກະແລັມ 1 ແສນໄມ້ ຫວັງສ້າງຮອຍຍິ້ມທີ່ສົດໃສໃຫ້ຊາວນະຄອນຫຼວງ

546

ບໍລິສັດ ຢູນິລິເວີເຊີວິດສ໌ ( ລາວ ) ຈຳກັດຜູ້ດຽວ ໄດ້ປະກອບສ່ວນມອບກະແລັມວໍລ ຈຳນວນ 1 ແສນໄມ້ ລວມມູນຄ່າ 231 ລ້ານກີບ ໃຫ້ແກ່ປະຊາຊົນຜູ້ທີ່ມາຮັບການສັກວັກແຊັງຕ້ານພະຍາດໂຄວິດ – 19 ແລະ ບັນດາບຸກຄະລາກອນທາງການແພດທີ່ປະຈຳຢູ່ສູນສັກວັກແຊັງທົ່ວນະຄອນຫຼວງວຽງຈັນ.

ການປະກອບສ່ວນໃນຄັ້ງນີ້ ຖືເປັນສ່ວນໜຶ່ງຂອງຄວາມມຸ່ງຫວັງອັນແຮງກ້າຂອງ ຢູນິລິເວີ ທີ່ຈະຊ່ວຍເສີມສ້າງ ຄວາມພະຍາຍາມຂອງລັດຖະບານ ສປປ ລາວ ເຂົ້າໃນການຕໍ່ສູ້ກັບການລະບາດຂອງພະຍາດ.

ສືບເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງໄດ້ສ້າງຄວາມກັງວົນໃຈໃຫ້ແກ່ປວງຊົນລາວຢ່າງຫຼາຍທີ່ສຸດ ຮອຍຍິ້ມທີ່ເຄີຍສົດໃສ ກໍຄ່ອຍຈາງຫາຍໄປເທື່ອລະໜ້ອຍ, ໃນໄລຍະຫຼາຍເດືອນທີ່ຜ່ານມາບັນດາບຸກຄະລາກອນທາງການແພດໄດ້ປະຕິບັດໜ້າທີ່ວຽກງານຢ່າງໜັກໜ່ວງ ເພື່ອຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ – 19 ແລະ ເພື່ອປົກປ້ອງປະຊາຊົນລາວທຸກໆຄົນ.

ກະແລັມວໍລ ( Wall’s Ice – cream ) ຢາກນຳເອົາຮອຍຍິ້ມເຫຼົ່ານັ້ນກັບມາອີກຄັ້ງ ໂດຍການຊ່ວຍໃຫ້ທຸກຄົນພົບກັບຄວາມສຸກໄດ້ໃນທຸກໆມື້ ບໍ່ວ່າຈະເປັນຮອຍຍິ້ມ, ສຽງຫົວຂອງຄົນທີ່ເຮົາຮັກ, ສິ່ງເລັກໆໜ້ອຍໆ ແລະ ໄລຍະເວລາດີໆຈາກຄົນອ້ອມຂ້າງເຮົາ ກໍລ້ວນແລ້ວແຕ່ເປັນຄວາມສຸກທີ່ຈະເລີນເຕີບໂຕ ແລະ ງອກງາມໃນໃຈຂອງເຮົາ.

ມີພຽງແຕ່ຄວາມສຸກເທົ່ານັ້ນທີ່ຈະເຮັດໃຫ້ປະເທດລາວເຮົາກັບມາມີຮອຍຍິ້ມໄດ້ອີກຄັ້ງ ພວກເຮົາຈະເລືອກທີ່ຈະເບິ່ງທຸກຢ່າງໃນດ້ານທີ່ດີ ແລະ ເລືອກທີ່ຈະຢູຢ່າງມີຄວາມຫວັງ, ພວກເຮົາເຊື່ອວ່າຢູ່ພາຍໃຕ້ຜ້າອັດປາກ – ດັງທຸກໆອັນ ແມ່ນຮອຍຍິ້ມຈາກທຸກໆຄົນ, ພວກເຮົາຈະຮ່ວມມືຕໍ່ສູ້ໄປພ້ອມກັນ.

ໃນໄລຍະທີ່ຜ່ານມາ ພວກເຮົາໄດ້ປະກອບສ່ວນມອບເຄື່ອງອຸປະໂພກ – ບໍລິໂພກ ແລະ ເຄື່ອງຊ່ວຍຫາຍໃຈ ຈຳນວນ 10 ເຄື່ອງ ລວມມູນຄ່າຫຼາຍກວ່າ 720 ລ້ານກີບ ຫຼື 75.566 ໂດລາສະຫະລັດ ໂດຍມອບໃຫ້ແກ່ກະຊວງສາທາລະນະສຸກ ແລະ ອົງການຈັດຕັ້ງອື່ນໆ ລວມທັງປະຊາຊົນລາວ ເພື່ອເປັນການປະກອບສ່ວນຕໍ່ສູ້ຕ້ານການລະບາດຂອງພະຍາດ.