ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງຢ້ຽມຢາມ ບໍລິສັດ ຫົວເຫວີຍ ລາວ

487

ໃນວັນທີ 16 ກໍລະກົດ 2021 ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ບໍລິສັດ ຫົວ ເຫວີຍລາວ ເພື່ອໃຫ້ຄຳຊີ້ນຳຕໍ່ການປະຕິບັດວຽກງານ. ໃນໂອກາດນີ້ ທ່ານ ຫູ ເຫວີຍຫົວ ປະທານ ບໍລິສັດ ຫົວເຫວີຍລາວ ໄດ້ເປັນຜູ້ກ່າວຕ້ອນຮັບ ແລະ ໄດ້ລາຍງານຜົນການດຳເນີນທຸລະກິດຂອງ ບໍລິສັດ ຫົວເຫວີຍ ທົ່ວໂລກ ແລະ ຫົວເຫວີຍ ລາວ ພ້ອມທັງໄດ້ເຜີຍແຜ່ວິໄສທັດກ່ຽວກັບການນຳເອົາໄອຊີທີ ເປັນລຳດັບຄວາມສຳຄັນຂອງການສົ່ງເສີມດິຈິຕອນລາວ, ລວມໄປເຖິງ E-government, Digital customer, Digital tax, Intelligent education. ພ້ອມທັງເຊີນຊົມຫ້ອງວາງສະແດງ industry innovative technology exhibition hall ທີ່ຕັ້ງຢູ່ເມືອງເຊິນເຈິນ ປະເທດຈີນ ຜ່ານລະບົບກອງປະຊຸມທາງໄກ.

May be an image of 1 person, standing and indoor

ໂດຍຕາງໜ້າໃຫ້ ບໍລິສັດ ຫົວເຫວີຍລາວ, ທ່ານ ຫູ ເຫວີຍຫົວ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໃຫ້ການສະໜັບສະໜູນທຸລະກິດຂອງ ຫົວເຫວີຍ ຕະຫຼອດໄລຍະທີ່ຜ່ານມາ ເຊິ່ງໄດ້ສ້າງເງື່ອນໄຂອັນດີໃຫ້ ບໍລິສັດ ຫົວເຫວີຍ ໄດ້ພັດທະນາຢ່າງຕໍ່ເນື່ອງ, ມີຮາກຖານທີ່ດີ, ໝັ້ນຄົງໃນພາກພື້ນ ແລະ ສປປ ລາວ. ບໍລິສັດ ຫົວເຫວີຍ ໄດ້ດໍາເນີນທຸລະກິດຢູ່ ສປປ ລາວ ມາເປັນເວລາ 20 ກວ່າປີ ແລະ ໃນອະນາຄົດກໍຍັງຈະສືບຕໍ່ເພີ່ມທະວີການຮ່ວມມືກັບຜູ້ປະກອບການໃນລາວ ເພື່ອປັບປຸງຄຸນນະພາບເຄືອຂ່າຍ ແລະ ໃຫ້ບໍລິການສື່ສານທີ່ດີຂຶ້ນສຳລັບປະຊາຊົນລາວ. ບໍລິສັດ ຫົວເຫວີຍ ຈະສະໜັບສະໜູນການປັບປຸງໂຄງສ້າງພື້ນຖານ ICT ແລະ ຍຸດທະສາດເສດຖະກິດດິຈິຕອນຂອງ ສປປ ລາວ ຢ່າງຕໍ່ເນື່ອງ ແລະ ສືບຕໍ່ລົງທຶນໃນການພັດທະນາຄວາມສາມາດດ້ານ ICT ໃຫ້ແກ່ ສປປ ລາວ.

May be an image of 1 person, standing and outdoors

ໃນໂອກາດທີ່ເຄື່ອນໄຫວຢ້ຽມຢາມ ບໍລິສັດ ຫົວເຫວີຍລາວ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດຫົວເຫວີຍ ທີ່ໄດ້ປະກອບສ່ວນໃນການພັດທະນາອຸດສາຫະກຳໂທລະຄົມມະນາຄົມຂອງລາວ ແລະ ໄດ້ສະແດງຄໍາເຫັນວ່າ: “ ການປ່ຽນແປງທາງດ້ານດິຈິຕອນ ແລະ ການແກ້ໄຂບັນຫາ E-government ແມ່ນມີຄວາມສໍາຄັນຫຼາຍ ໂດຍສະເພາະກໍລະນີສຶກສາຂອງຈີນ ທີ່ວາງນະໂຍບາຍເພື່ອໃຫ້ ໄອຊີທີ ໄດ້ຮັບຄວາມສໍາຄັນ ແລະ ລວມຢູ່ໃນວາລະແຫ່ງຊາດ. ຫົວເຫວີຍ ເປັນຜູ້ໃຫ້ບໍລິການເຕັກໂນໂລຊີຊັ້ນນຳຂອງໂລກທີ່ມີຄວາມຊ່ຽວຊານ, ຄວາມຮູ້ ແລະ ປະສົບການທີ່ຫຼວງຫຼາຍ. ເນື່ອງຈາກ ຫົວ ເຫວີຍ ໃຫ້ບໍລິການຢູ່ລາວມາເປັນເວລາ 20 ກວ່າປີ ຂ້າພະເຈົ້າໝັ້ນໃຈວ່າວຽກງານຂອງ ຫົວເຫວີຍ ທີ່ມີສ່ວນຮ່ວມສະໜັບສະໜູນການພັດທະນາ ໄອຊີທີ ຂອງລາວ, ບໍ່ພຽງແຕ່ການພັດທະນາອຸດສາຫະກຳ ແຕ່ລວມໄປເຖິງຊັບພະຍາກອນມະນຸດ, ການພັດທະນາ ແລະ ການສ້າງວຽກງານໃຫ້ກັບແຮງງານ ໄອຊີທີ ທ້ອງຖິ່ນ ”.

ທ່ານຍັງໄດ້ກ່າວຕື່ມວ່າ: “ ຂ້າພະເຈົ້າຫວັງວ່າ ຫົວເຫວີຍ ຈະສືບຕໍ່ສະໜັບສະໜູນໄອຊີທີ ແລະ ບໍລິສັດໃນທ້ອງຖິ່ນ ເພື່ອການເຕີບໂຕ ແລະ ປະສົບຜົນສຳເລັດໃນການປ່ຽນແປງໃຫ້ ສປປ ລາວ ຫັນເປັນເສດຖະກິດ ແລະ ສັງຄົມດິຈິຕອນ ”.